ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກອງກຳລັງ ອີຣັກ ດີ້ນຮົນກັບການເຄື່ອນເຂົ້າສູ່ ເມືອງ Mosul


ພົນລະເຮືອນຫຼາຍຮ້ອຍຄົນຫຼັ່ງໄຫຼອອກຈາກພາກຕາເວັນອອກຂອງເມືອງ Mosul ໃນວັນພະຫັດທີ່ຜ່ານມາ ດ້ວຍການຂໍຂຶ້ນ
ລົດທີ່ພວກເຂົາເຈົ້າສາມາດຫາໄດ້. 3 ພະຈິກ, 2016. (ພາບໂດຍ: Jamie Dettmer for VOA)
ພົນລະເຮືອນຫຼາຍຮ້ອຍຄົນຫຼັ່ງໄຫຼອອກຈາກພາກຕາເວັນອອກຂອງເມືອງ Mosul ໃນວັນພະຫັດທີ່ຜ່ານມາ ດ້ວຍການຂໍຂຶ້ນ ລົດທີ່ພວກເຂົາເຈົ້າສາມາດຫາໄດ້. 3 ພະຈິກ, 2016. (ພາບໂດຍ: Jamie Dettmer for VOA)

ກອງທະຫານອີຣັກຢູ່ໃນເມືອງ ໂມຊູລ ທີ່ກຳລັງເກີດສົງຄາມຢູ່ ໄດ້ເຄື່ອນຍ້າຍໄປຊ້າໆໃນ ວັນອາທິດມື້ນີ້ ເຂົ້າທາງພາກຕາເວັນອອກຂອງເມືອງບ່ອນທີ່ກຳລັງຂອງພວກລັດອິສລາມ ຫົວຮຸນແຮງຄວບຄຸມຢູ່.

ພັນໂທ ມູຮານັດ ອາລ-ຕີມີມີ ກ່າວວ່າ “ໄດ້ມີພວກພົນລະເຮືອນເຕັມໄປໝົດ ແລະ ພວກ ເຮົາກໍພະຍາຍາມປ້ອງກັນພວກເຂົາເຈົ້າຢູ່. ສົງຄາມຂັ້ນນີ້ເປັນຂັ້ນຕອນທີ່ຍາກລຳບາກ ທີ່ພວກເຮົາໄດ້ປະເຊີນມາຈົນເທົ່າເຖິງປັດຈຸບັນ.”

ວັນເສົາວານນີ້ ນາຍພົນ ອີຣັກ ຄົນນຶ່ງກ່າວວ່າ ກຳລັງຂອງຕົນໄດ້ພະຍາຍາມປິດລ້ອມຕົວ ເມືອງ ແລະ ຂັບໄລ່ກຳລັງພວກຫົວຮຸນແຮງອິສລາມອອກໄປ ຈາກເມືອງສຳຄັນເລັກໆ ນ້ອຍໆທາງແນວໜ້າດ້ານໃຕ້ ແລະ ບັດນີ້ກຳລັງຂອງພວກ ເຄີດ ໄດ້ຢືນຢັນວ່າ ໄດ້ປັກທຸງ ຂອງ ອີຣັກ ຂຶ້ນແລ້ວເທິງອາຄານຕ່າງໆໄກ້ໆກັບເດີ່ນເຮືອບິນຂອງ ໂມຊູລ.

ຄວາມຄືບໜ້າເຂົ້າໄປຫາ ຮາມາມ ອາລ-ອາລີລ 15 ກມ ຫ່າງຈາກເມືອງ ໂມຊູລ ໄປທາງ ໃຕ້ ຕິດຕາມມາດ້ວຍກອງກຳລັງພິເສດຂອງ ອີຣັກ ບຸກເຂົ້າໄປທາງພາກຕາເວັນອອກຂອງ ໂມຊູລ ໄດ້ເຮັດໃຫ້ທີ່ໝັ້ນຂອງພວກ ໄອຊິສ ທີ່ຄວມຄຸມເຂດດັ່ງກ່າວມາເປັນເວລາ 2 ປີ ແຕກພ່າຍໄປ. ອົງການຂ່າວ ເອພີ ໄກ້ໆກັບເມືອງ ກັອກຈາລີ ເວົ້າວ່າ ການສູ້ຮັບກັນຢ່າງ ໜັກໃນວັນເສົາວານນີ້ ພາໃຫ້ກຳລັງຂອງລັດອິສລາມ ຕ້ານຢັນເພື່ອຍາດເອົາຄືນເມືອງດັ່ງ ກ່າວທີ່ໄດ້ເສຍໃຫ້ທະຫານ ອີຣັກ ໄປເມື່ອວັນອັງຄານຜ່ານມານັ້ນ.

ເມື່ອບໍ່ດົນມານີ້ ນາຍົກ ອີຣັກ ໄດ້ໄປຢ້ຽມຢາມທະຫານຂອງທ່ານ ທີ່ແນວໜ້າທາງຕາເວັນ ອອກຂອງ ໂມຊູລ ນຳເອົາສານຂອງທ່ານໄປສູ່ພົນລະເຮືອນທີ່ ໂມຊູລ ທີ່ໄດ້ຕົກເປັນຕົວປະ ກັນຂອງກຸ່ມລັດອິສລາມມາຕັ້ງແຕ່ຖືກຍຶດຄອງນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Iraq Mosul
please wait
Embed

No media source currently available

0:00 0:00:57 0:00

XS
SM
MD
LG