ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຳລັງອີຣັກ ຍັງສືບຕໍ່ ບຸກຄືບໜ້າ ເພື່ອຕີເອົາ ເມືອງ Tikrit


ກອງກຳລັງຮັກສາຄວາມໝັ້ນຄົງ ແລະ ກອງທະຫານບ້ານຊາວ Shiite ທີ່ເປັນພັນທະມິດ ສະເຫຼີມສະຫຼອງ ຢູ່ດ້ານໜ້າຂອງອາຄານປົກຄອງແຂວງ ໃນເມືອງ Tikrit ທີ່ຫ່າງອອກ ໄປຈາກນະຄອນຫຼວງ Baghdad ທາງທິດເໜືອ 80 ມາຍ ຫຼື 130 ກິໂລແມັດ, ວັນອັງຄານ ທີ 31 ມີນາ 2015.
ກອງກຳລັງຮັກສາຄວາມໝັ້ນຄົງ ແລະ ກອງທະຫານບ້ານຊາວ Shiite ທີ່ເປັນພັນທະມິດ ສະເຫຼີມສະຫຼອງ ຢູ່ດ້ານໜ້າຂອງອາຄານປົກຄອງແຂວງ ໃນເມືອງ Tikrit ທີ່ຫ່າງອອກ ໄປຈາກນະຄອນຫຼວງ Baghdad ທາງທິດເໜືອ 80 ມາຍ ຫຼື 130 ກິໂລແມັດ, ວັນອັງຄານ ທີ 31 ມີນາ 2015.

ກອງ​ກຳລັງ​ອີຣັກ ​ໄດ້ສືບ​ຕໍ່​ສູ້​ລົບ​ກັບ​ພວກ​ນັກ​ຕໍ່ສູ້​ລັດ​ອິສລາມ
ຢູ່​ໃນ​ເມືອງ Tikrit ຂອງ​ອີຣັກ ​ໃນ​ວັນ​ພຸດ​ມື້​ນີ້ ໃນ​ຄວາມ​ພະຍາຍາມ
ເປັນ​ເວລາຫຼາຍອາທິດ​ຜ່ານ​ມາ ​ທີ່​ຈະ​ຢຶດ​ເອົາ​ບໍລິ​ເວນ ​ທີ່​ພວກຫົວ
​ຮຸນ​ແຮງໄດ້​ຄວບ​ຄຸມ ​ນັບ​ຕັ້ງ​ແຕ່​ເດືອນ​ມີຖຸນາປີ​ກາຍ​ນີ້​ ເປັນຕົ້ນ
ມານັ້ນ ໃຫ້​ສຳ​ເລັດ​ເສັດ​ສິ້ນ​ໄປ.

ລັດຖະມົນຕີ​ກະຊວງ​ພາຍ​ໃນ ທ່ານ Mohammed Salem
al-Ghabban ກ່າວ​ວ່າ ກອງທະຫານ​ອີຣັກ ​ໄດ້​ປະຕິບັດ​ການ ​
ເພື່ອກວດ​ລ້າງ ພວກ​ຫົວ​ຮຸ່ນ​ແຮງ ​ທີ່ຍັງຫລົງ​ເຫຼືອຢູ່​ນັ້ນ ​ໃຫ້​ໝົດ​ສິ້ນ.

ການ​ປະ​ເມີນຜົນດັ່ງກ່າວນັ້ນ ​ໄດ້​ມີ​ຂຶ້ນມື້​ນຶ່ງ ຫຼັງຈາກທີ່ ນາຍົກ
ລັດຖະມົນຕີ Haider al-Abadi ​ໄດ້​ສັນລະ​ເສີນ ກອງ​ກຳລັງ​ອີຣັກ ​ໃນ ອັນ​ທີ່​ທ່ານ​ເອີ້ນ​ວ່າ
​ເປັນ “ຂີດ​ໝາຍ​ປະຫວັດສາດ.”

ສະມາຊິກຂອງ​ສະພາ​ທ່ານ​ນຶ່ງ ທ່ານ Abdul Bari Zebari ຍັງ​ກ່າວ​ຖະ​ແຫລ​ງຕໍ່​ວີ​ໂອເອ
ວ່າ ກອງ​ກຳລັງ​ຂອງ​ອີຣັກ ​ໄດ້​ຢຶດ​ເອົາບໍລິ​ເວນ​ສຳຄັນໆ ຄືນ​ມາ​ໄດ້​ ​ໃນ​ເມືອງ Tikrit ​ແລະ
ວ່າ ​ເມືອງ​ຢູ່​ທາງ​ພາກ​ເໜືອ ​ຂອງ​ອີຣັກແຫ່ງນີ້ ​ແມ່ນ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ ​ຂອງ​ກອງທັບ​
ອີຣັກແລ້ວ.

Iraq Military Reclaim Tikrit
please wait

No media source currently available

0:00 0:00:51 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG