ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກອງກຳລັງ ອີຣັກ ເຄື່ອນທີ່ເລິກເຂົ້າໄປໃນເມືອງ ໂມຊູລ


ປະຊາຊົນຫຼົບໜີອອກຈາກບ້ານຂອງພວກເຂົາເຈົ້າໄປ, ໃນຂະນະທີ່ກອງກຳລັງ ອີຣັກ ຕໍ່ສູ້ກັບພວກ ລັດອິສລາມ
ໃນພາກຕາເວັນຕົກຂອງເມືອງ ໂມຊູລ, ອີຣັກ. 12 ມີນາ, 2017.
ປະຊາຊົນຫຼົບໜີອອກຈາກບ້ານຂອງພວກເຂົາເຈົ້າໄປ, ໃນຂະນະທີ່ກອງກຳລັງ ອີຣັກ ຕໍ່ສູ້ກັບພວກ ລັດອິສລາມ ໃນພາກຕາເວັນຕົກຂອງເມືອງ ໂມຊູລ, ອີຣັກ. 12 ມີນາ, 2017.

ພວກທະຫານທີ່ໄດ້ຮັບການໜູນຫຼັງໂດຍ ສະຫະລັດ ກຳລັງບຸກດັນເລິກເຂົ້າໄປໃນພາກ
ຕາເວັນຕົກຂອງເມືອງ ໂມຊູລ ໃນວັນອາທິດມື້ນີ້ ເພື່ອ ຍຶດສະຖານທີ່ ທີ່ຍັງຖືກຄວບຄຸມ
ໂດຍພວກຫົວຮຸນແຮງລັດອິສລາມຢູ່.

ນາຍພົນຕີ ຂອງກຸ່ມທະຫານ ອີຣັກ ທ່ານ Maan al- Saadi ໄດ້ກ່າວຕໍ່ອົງການຂ່າວ
ຝຣັ່ງ ວ່າ “ຫຼາຍກວ່າ 3 ສ່ວນ” ຂອງພາກຕາ ເວັນຕົກຂອງເມືອງ ໂມຊູລ ແມ່ນຢູ່ໃນ
ການຄວບຄຸມຂອງໜ່ວຍທະຫານ ອີຣັກແລ້ວ.

ຄວັນໄຟຂະໜາດໃຫຍ່ ສາມາດແນມເຫັນໄດ້ ຢູ່ເທິງທ້ອງຟ້າຂອງເມືອງດັ່ງກ່າວໃນວັນ
ອາທິດມື້ນີ້ ໃນຂະນະທີ່ສາມາດໄດ້ຍິນສຽງລະເບີດແຕກຫຼາຍຄັ້ງ.

ນັບຕັ້ງແຕ່ການຜັກດັນຄັ້ງທຳອິດເຂົ້າໄປໃນຟາກຕາເວັນຕົກຂອງເມືອງໂດຍລັດຖະບານ
ໄດ້ເລີ່ມຂຶ້ນໃນວັນທີ 19 ກຸມພາທີ່ຜ່ານມານັ້ນ, ບັນດາຜູ້ບັນຊາການ ສະຫະລັດ ແລະ
ອີຣັກ ໄດ້ອະທິບາຍວ່າ ການຕໍ່ສູ້ຕ້ານຢັນທີ່ດຸເດືອດໂດຍພວກ IS ວ່າ ກອງກຳລັງຫົວຮຸນ ແຮງພະຍາຍາມທີ່ຈະຄວບຄຸມເຂດຕົວເມືອງແຫ່ງສຸດທ້າຍທີ່ມີຄວາມສຳຄັນຫຼາຍຂອງ
ພວກເຂົາ ໃນປະເທດທີ່ຖືກສົງຄາມທຳລາຍຍໍ່າຍີ.

ກອງທັບພັນທະມິດນຳໜ້າໂດຍ ສະຫະລັດ, ທີ່ຖືກສົ່ງໄປເປັນຄູຝຶກສອນ ແລະ ຜູ້ຊີ້ນຳ
ຢ່າງເປັນທາງການ, ກໍໄດ້ຊ່ວຍເຫຼືອກອງກຳລັງ ອີຣັກ ໃນການບຸກໂຈມຕີເມືອງ ໂມຊູລ.

ກອງກຳລັງ ອີຣັກ ໄດ້ຍຶດຄືນພາກຕາເວັນອອກຂອງເມືອງໃນຕົ້ນປີນີ້ ຫຼັງຈາກການບຸກ
ໂຈມຕີໄດ້ເລີ່ມຂຶ້ນໃນວັນທີ 17 ຕຸລາປີທີ່ຜ່ານມາ.

ພົນລະເຮືອນຈຳນວນຫຼາຍໄດ້ພາກັນຫຼົບໜີຈາກການຕໍ່ສູ້ດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG