ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຳລັງອີຣັກ ຢູ່ເມືອງໂມຊູລ ເຄື່ອນເຂົ້າໃກ້ ວັດອິສລາມ ທີ່ສຳຄັນ ຂອງກຸ່ມລັດອິສລາມ


ເດັກຊາຍຜູ້ນຶ່ງ ຂີ່ລົດຖີບຂອງລາວ ຜ່ານລົດແລະຕຶກອາຄານ ທັງຫຼາຍທີ່ຖືກທຳລາຍ ໃນຄຸ້ມນຶ່ງ ທີ່ຫາກໍຖືກປົດປ່ອຍເມື່ອ
ບໍ່ນານມານີ້ ໂດຍກຳລັງຮັກສາຄວາມປອດໄພຂອງອີຣັກ ຢູ່ຟາກກໍ້າຕາເວັນຕົກຂອງເມືອງ Mosul ຂອງອີຣັກ, ເມື່ອວັນອາທິດ ທີ 19 ມີນາ 2017.
ເດັກຊາຍຜູ້ນຶ່ງ ຂີ່ລົດຖີບຂອງລາວ ຜ່ານລົດແລະຕຶກອາຄານ ທັງຫຼາຍທີ່ຖືກທຳລາຍ ໃນຄຸ້ມນຶ່ງ ທີ່ຫາກໍຖືກປົດປ່ອຍເມື່ອ ບໍ່ນານມານີ້ ໂດຍກຳລັງຮັກສາຄວາມປອດໄພຂອງອີຣັກ ຢູ່ຟາກກໍ້າຕາເວັນຕົກຂອງເມືອງ Mosul ຂອງອີຣັກ, ເມື່ອວັນອາທິດ ທີ 19 ມີນາ 2017.

ໃນວັນອາທິດວານນີ້ ເຮືອບິນເຮລິຄັອບເຕີ ຂອງອີຣັກ ໄດ້ຍິງຈະຫຼວດຢູ່ໃກ້ໆ ກັບວັດ
ອິສລາມ ທີ່ສຳຄັນແຫ່ງໜຶ່ງ ໃນເມືອງ Mosul ທີ່ກຳລັງມີການ ຕໍ່ສູ້ກັນ, ໃນຂະນະທີ່
ກອງກຳລັງ ພື້ນດິນໄດ້ເຄື່ອນເຂົ້າໃກ້ສະຖານທີ່ໆ ຜູ້ນຳກຸ່ມລັດອິສລາມ Abu Bakar
al-Baghdadi ໄດ້ປະກາດເປັນລັດ ຕົນເອງຂຶ້ນມາໃນປີ 2014.

ພາບວິດີິໂອໄດ້ສະແດງໃຫ້ເຫັນຄວັນດຳ ແລະ ຂີ້ເຝື້ອແບບຮູບເຫັດຢູ່ໃກ້ໆ ກັບວັດ
al-Nuri ໃນຂະນະທີ່ເຮືອບິນເຮລິຄັອບເຕີ ໄດ້ບິນເວີ່ນຢູ່ເທິງຟ້າ ແລະ ພວກພົນລະ
ເຮືອນ ໃນເມືອງເກົ່າ ທີ່ມີປະຊາກອນໜາແໜ້ນ ນັ້ນ ໄດ້ພາກັນຫຼົບໜີໄປຢູ່ບ່ອນປອດໄພ.

ບັນດານັກວິເຄາະ ສະຫະລັດ ແລະ ອີຣັກ ໄດ້ເຫັນວ່າວັດອິສລາມ ເປັນຫ້ອງການໃຫຍ່
ບໍລິຫານບໍ່ເປັນທາງການ ຂອງພວກຈີຮາດ, ຫຼັງຈາກທ້າວ Baghdadi ໄດ້ເລັ່ງຄວາມ
ພະຍາຍາມສ້າງສະຖານທີ່ດັ່ງ ກ່າວໃນເດືອນກໍລະກົດປີ 2014 ເພື່ອປະກາດເຂດແດນ
ຂອງຕົນ ຍາວຢຽດຈາກພາກຕາເວັນອອກ ຂອງຊີເຣຍ ຫາພື້ນທີ່ສ່ວນໃຫຍ່ ໃນພາກ
ເໜືອ ແລະ ຕາເວັນຕົກ ຂອງອີຣັກ.

ມາຮອດຈຸດໜຶ່ງຕອນແລງຂອງວັນອາທິດວານນີ້, ພວກຜູ້ເຫັນເຫດການ ໄດ້ລາຍງານ
ວ່າ ກອງກຳລັງພື້ນດິນ ອີຣັກ ແມ່ນຢູ່ພາຍໃນ 100 ແມັດຈາກ ເມືອງໂມຊູລ ໄດ້ທຳລາຍ
ຂົວເຫຼັກແຫ່ງໜຶ່ງ, ກົດດັນຢ່າງຊ້າໆເຂົ້າໄປ ຫາວັດອິສລາມທີ່ຢູ່ໃກ້ຄຽງ ໃນການໂຈມຕີ
ທີ່ຖືກເຮັດໃຫ້ຊ້າລົງ ຍ້ອນຖະໜົນທີ່ແຄບ ແລະ ມີພົນລະເຮືອນຫຼາຍຮ້ອຍພັນຄົນ
ອາໄສຢູ່.

ນາຍພົນ Abbas al-Juburi ໄດ້ໃຫ້ຄຳເຫັນຕໍ່ອົງການຂ່າວ ຝຣັ່ງ ວ່າ “ຄວາມຫຍຸ້ງ
ຍາກ ແມ່ນການມີໜ້າຢູ່ ຂອງປະຊາຊົນຫຼາຍຄອບຄົວ, ຈະຫຼີກລ່ຽງການຍິງປືນໃສ່
ຄອບຄົວເຫຼົ່ານັ້ນ ຜູ້ທີ່ຖືກໃຊ້ເປັນມະນຸດກຳບັງ”
ໂດຍພວກຈີຮາດ.

ນອກນັ້ນ ທ່ານ Juburi ຍັງໄດ້ເຊື່ອມໂຍງການເຄື່ອນທີ່ ໂຈມຕີທີ່ຊ້າໆ ໃສ່ການຂາດ
ປືນໃຫຍ່ ໃນໝູ່ບ້ານບູຮານແຫ່ງຕ່າງໆ ຂອງເມືອງເກົ່ານັ້ນ, ບ່ອນ ທີ່ຕຶກອາຄານ
ສ່ວນຫຼາຍແມ່ນຕັ້ງຢູ່ໃກ້ກັນໂພດ ແລະ ຫົນທາງກໍນ້ອຍໂພດ ເພື່ອໜູນຫຼັງການນຳໃຊ້
ອາວຸດປະເພດດັ່ງກ່າວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG