ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການ CIA ກ່າວວ່າ ການໂຈມຕີ ທາງອາກາດ ເຮັດໃຫ້ ກຸ່ມລັດອິສລາມ ອ່ອນແອລົງ


Iraqi Forces, Shi'ite Militias Press Offensive to Retake Tikrit
please wait

No media source currently available

0:00 0:00:40 0:00

ຫົວໜ້າ​ ອົງການ​ສືບ​ລັບ CIA ຂອງສະຫະລັດ ກ່າວ​ໃນ​ວັນ​ສຸກ
​ວານ​ນີ້​ວ່າ ກຸ່ມລັດ​ອິສລາມມີ​ອາວຸດດີແລະ​ໄດ້ຮັບການສະໜັບ
ສະໜຸນທາງດ້ານການເງິນທີ່​ດີ ​ແຕ່​ກໍບໍ່ແມ່ນວ່າເອົາຊະນະບໍ່ໄດ້.

ທ່ານ John Brennan ກ່າວ​ຕໍ່ສະພາ​ສາຍ​ພົວພັນ​ກັບຕ່າງປະ​
ເທດ ທີ່ນະ​ຄອນ​ນິວຢອກວ່າ ພວກ​ຫົວ​ຮຸນ​ແຮງ​ມີ​ລະບຽບ​ວິ​ໄນ
​ແລະ​ມີປະສົບພະການໃນການສູ້ ລົບ ​ແລະ​ຈະ​ຢຸດ​ຢັ້ງ​ພາຍ​ໃນ
​ເວລາຂ້າມ​ຄືນ​ນັ້ນ​ບໍ່​ໄດ້.

​ແຕ່​ທ່ານ Brennan ກ່າວ​ວ່າ ​ການໂຈມ​ຕີ​ທາງ​ອາກາດ ຂອງ
ແນວໂຮມພາຍໃຕ້ການ ນຳພາຂອງສະຫະລັດໄດ້ເຮັດ​ໃຫ້ກຳ
ລັງ​ຂອງ​ລັດອິສລາມ “​ອ່ອນແອ​ລົງ” ​ແລະ​ມີ​ຮ່ອງ​ຮອຍ​ຫຼາຍໆຢ່າງສະແດງໃຫ້​ເຫັນ​ວ່າ “ກົງ
ຈັກພວມໄດ້​ຮັບຄວາມ​ເສຍ​ຫາຍ​ໜັກ.”

ແຜນທີ່ເມືອງ Tikrit ສະແດງໃຫ້ເຫັນຄວາມຄືບໜ້າຂອງ ທະຫານອີຣັກ
ແຜນທີ່ເມືອງ Tikrit ສະແດງໃຫ້ເຫັນຄວາມຄືບໜ້າຂອງ ທະຫານອີຣັກ

ທ່ານ​ກ່າວ​ຕໍ່​ໄປ​ວ່າ “ຊື່​ສຽງອັນ​ຍິ່ງ​ໃຫຍ່​ຂອງກຸ່ມ ISIL ຫລື​
ລັດ​ອິສລາມ ​ທີ່​ວ່າມີ​ຄວາມ​ສາ​ມາດ​ໃນເອົາ​ໄຊຊະນະ ​ແລະ
​ປະສົບຄວາມສຳ​ເລັດ​ຢູ່​ໃນອີຣັກ ​ແລະ​ຊີ​ເຣຍນັ້ນ​ ກຳລັງຖືກ
ທຳລາຍ ​ເພາະວ່າ ພວກ​ເຮົາ​ເຫັນ​ເຂົາ​ເຈົ້າ​ໄດ້​ຮັບ​ຄວາມ
​ເສຍ​ຫາຍ. ພວກ​ເຮົາ​ເຫັນວ່າ​ ມີ​ການ​ບໍ່​ເຫັນ​ພ້ອມ ເກີດ​ຂຶ້ນ
ຢູ່​ໃນ​ຖັນ​ແຖວ. ພວກ​ເຮົາ​ເຫັນ​ວ່າມີສິ່ງຈຳເປັນຫຼາຍຢ່າງທີ່
ຕ້ອງໄດ້ມີໃນການ​ຄວບ​ຄຸມ​ດິນແດນ ​ແລະ​ມີ​ຄວາມ​ຮັບຜິດ
ຊອບໃນການບໍລິຫານການ​ປົກຄອງ ອັນ​ບໍ່ເປັນຄວາມ​ແຂງ​
ແຮງທີ່​ເໝາະ​ສົມ ​ສຳຫລັບພວກໂຈນບາງຄົນທີ່ເຂົ້າ​ຮ່ວມຢູ່​
ໃນ​ຂະ​ບວນດັ່ງກ່າວ.”

ຢູ່​ ໃນ​ອີຣັກ ກຳລັງ​ທະຫານລັດຖະບານ ​ພວມບຸກຄືບໜ້າ ໃນການໂຈມຕີດ້ວ​ຍກຳລັງ
ເປັນຈຳນວນຫຼວງຫຼາຍເພື່ອຍຶດ​ເອົາ​ເມືອງ Tikrit ຄືນ​ມາ​ຈາກກຸ່ມລັດ​ອິສລາມ ຊຶ່ງມີ
ລາຍ​ງານ​ວ່າ​ໄດ້​ເລີ້ມສູນ​ເສຍ​ເນື້ອ​ທີ່ແລ້ວນັ້ນ.

ທະຫານ​ອີຣັກ ຫລາ​ຍເຖິງ 30,000 ຄົນ ​ແລະ​ພວກທະຫານ​ບ້ານ Shi’ite ທີ່​ໄດ້ຮັບການ
ໜູນ​ຫລັງ​ໂດຍ​ອີຣ່ານ ​ໄດ້​ອ້ອມ​ເມືອງດັ່ງກ່າວໄວ້ ​ແລະຍຶດ​ເອົາ​ຫຼາຍ ​ເຂດ​ຄືນ​ມາໄດ້​ແລ້ວ.

Islamic State
please wait
Embed

No media source currently available

0:00 0:00:45 0:00

XS
SM
MD
LG