ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຝຣັ່ງ ເປີດ ການບິນ ກວດກາ ພວກ IS ໃນ ຊີເຣຍ


ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande ຖະແຫຼງໃນລະຫວ່າງກອງປະຊຸມນັກຂ່າວທີ່ ທຳນຽບ ເອລີເຊ ໃນນະຄອນຫຼວງ ປາຣີ, ຝຣັ່ງ, 7 ກັນຍາ, 2015.
ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande ຖະແຫຼງໃນລະຫວ່າງກອງປະຊຸມນັກຂ່າວທີ່ ທຳນຽບ ເອລີເຊ ໃນນະຄອນຫຼວງ ປາຣີ, ຝຣັ່ງ, 7 ກັນຍາ, 2015.

ຝຣັ່ງ ຈະ​ເລີ່​ມຕົ້ນ​ການບິນ​ກວດກາເໜືອປະ​ເທດ ຊີ​ເຣຍ ກ່ອນເຂົ້າ​ຮ່ວມແນ​ວໂຮມ​ນຳ​ໜ້າ​ໂດຍ ສະຫະລັດ ທີ່​ອາ​ດ​ເປັນ​ໄປ​ໄດ້ ກັບ​ບັນດາ​ປະ​ເທດ​ໃນ​ການ​ດຳ​ເນີ​ນການ​ໂຈມ​ຕີ​ທາງ​ອາ​ກາດ​ຕໍ່​ຕ້ານ​ພວກ​ ລັດ​ອິສລາມ ​ໃນ​ປະ​ເທດ​ດັ່ງ​ກ່າວ ອີງ​ຕາມ​ຄຳ​ຖະ​ແຫຼ​ງຂອງ​ປະທານາທິບໍດີ Francois Hollande ​ໃນ​ວັນ​ຈັນ​ມື້​ນີ້.

​ເຮືອບິນ​ຮົບ​ຂອງ ຝຣັ່ງ ​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ໂດຍ​ແນ​ໃສ່​ພວກ​ຫົວ​ຮຸນ​ແຮງ​ໃນ​ ອີ​ຣັກ, ​ແຕ່​ຈະ​ເປັນ​ປະ​ເທດຕາ​ເວັນ​ຕົກ​ປະ​ເທດ​ທຳ​ອິດ​ ນອກຈາກ ສະຫະລັດ ທີ່ເຂົ້າຮ່ວມໃນ ​ການຖິ້ມ​ລະ​ເບີດໃສ່​ເປົ້າ​ໝາຍ​ໃນ ຊີ​ເຣຍ.

ທ່ານ Hollande ​ໄດ້​ກ່າວ​ດ້ວຍຄຳ​ສັບ​ຫຍໍ້​ກ່ຽວ​ກັບ​ພວກ IS ວ່າ “ຂ້າພະ​ເຈົ້າ​ໄດ້​ຂໍໄປ​ຍັງ ກະຊວງ​ປ້ອງ​ກັນ​ປະ​ເທດ​ວ່າ ​ເລີ່​ມຈາກ​ມື້​ອື່ນ​ເປັນ​ຕົ້ນ​ໄປ​ການບິນ​ກວດກາ​ເໜືອ​ປະ​ເທດ ຊີ​ເຣຍ ​ແມ່ນຈະ​ສາມາດເລີ່​ມຂຶ້ນ​ໄດ້,​ໂດຍອະນຸຍາດ​ໃຫ້​ພວກ​ເຮົາ​ສາມາດວາງ​ແຜນ​ໂຈມ​ຕີ​ໃສ່​ພວກ Daesh.”

ທ່ານ​ຍັງ​ໄດ້ກ່າວ​ຢ່າງ​ຈະ​ແຈ້ງວ່າ ທ່ານ​ຈະ​ບໍ່​ພິຈາລະນາວ່າຈະ​ສົ່ງ​ທະຫານ​ລາບ​ເຂົ້າ​ໄປໃນ
ຊີ​ເຣຍ, ບ່ອນ​ທີ່​ທະຫານ​ລັດຖະບານ, ພວກກະບົດ, ທະຫານ​ເຊື່ອ​ມຕໍ່​ກັບ​ພວກ al-Qaida ​ແລະ ພວກ​ຫົວ​ຮຸນ​ແຮ​ງ ລັດ​ອິສລາມ ທັງ​ໝົດ​ພວມຕໍ່ສູ້ກັນ​ຢູ່ເພື່ອຍາດ​ດິນ​ແດນກັນ.

XS
SM
MD
LG