ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພັນທະມິດ ອີຣັກ ເລັ່ງການຮົບເພື່ອເຂົ້າຄວບຄຸມເຂດ ທີ່ໝັ້ນຂອງພວກ ຈີຮາດ ໃນເມືອງ ໂມຊູລ


ພວກນັກຮົບ Shi'ite ເຕົ້າໂຮມກັນໃນລະຫວ່າງການຕໍ່ສູ້ກັບ ພວກຫົວຮຸນແຮງ ລັດອິສລາມ ທີ່ສະໜາມບິນ Tal Afar ພາກຕາເວັນຕົກຂອງເມືອງ ໂມຊູລ, ອີຣັກ. 18 ພະຈິກ, 2016.
ພວກນັກຮົບ Shi'ite ເຕົ້າໂຮມກັນໃນລະຫວ່າງການຕໍ່ສູ້ກັບ ພວກຫົວຮຸນແຮງ ລັດອິສລາມ ທີ່ສະໜາມບິນ Tal Afar ພາກຕາເວັນຕົກຂອງເມືອງ ໂມຊູລ, ອີຣັກ. 18 ພະຈິກ, 2016.

ພວກຜູ້ບັນຊາການກຳລັງປະສົມ ອີຣັກ ກ່າວວ່າ ພວກທະຫານບ້ານ Shi’ite ທີ່ເປັນພັນທະ ມິດກັບລັດຖະບານ ພາກັນຄວບຄຸມຢ່າງເຕັມສ່ວນ ທີ່ໝັ້ນຕ່າງໆຂອງພວກລັດອິສລາມ ທີ່ Tal Afar ເວລາກຳລັງປະສົມເລັ່ງລັດເຂົ້າໄປໃນວັນເສົາວານນີ້ ເພື່ອຄວບຄຸມຢ່າງເຕັມ ສ່ວນເມືອງໂມຊູລ ທາງພາກຕາເວັນຕົກ ຈາກພວກນັກຮົບ ໄອແອັສ.

ຖະແຫຼງການສະບັບນຶ່ງທີ່ພິມລົງໂດຍອົງການທີ່ຮູ້ກັນວ່າ ໜ່ວຍເຄື່ອນໄຫວທີ່ມີຊື່ສຽງ ຊຶ່ງ ເປັນກຸ່ມ ປະກອບດ້ວຍທະຫານບ້ານ Shi’ite 40 ຄົນເວົ້າວ່າ ນອກນັ້ນກຳລັງຂອງຕົນຍັງ ໄດ້ຕັດຂາດເສັ້ນທາງຕາເວັນອອກ ຫາ ຕາເວັນຕົກທີ່ເຊື່ອມໂຍງເມືຶອງ ໂມຊູລ ທີ່ລັດອິສ ລາມຄວບຄຸມກັບເມືອງ ຣັກກາ ຂອງ ຊີເຣຍ ນຳ ຊຶ່ງພວກຈີຮາດອ້າງວ່າເປັນເມືອງຫຼວງ ຂອງພວກທີ່ຕົນ ເອີ້ນວ່າການປົກຄອງອິສລາມນັ້ນ.

ຄວາມຄືບໜ້າຂອງພວກ ອີຣັກ ເຂົ້າໄປໃນເມືອງ Tal Afar ຊຶ່ງຄັ້ງນຶ່ງເຄີຍເປັນບ້ານເຮືອນ ຂອງ 2 ຮ້ອຍພັນຄົນນັ້ນ ໄດ້ມີຂຶ້ນເວລາພວກກຳລັງປະສົມປິດລ້ອມເມືອງໂມຊູລ ຊຶ່ງໃນ ທີ່ສຸດກໍຍຶດໄດ້ ການຄວບຄຸມເມືອງທີ່ໄດ້ຕໍ່ສູ້ກັນມາ ບ່ອນທີ່ພວກລັດອິສລາມຍຶດໄດ້ຕັ້ງ ແຕ່ປີ 2014 ນັ້ນ.

ພວກນັກຮົບ Shi'ite ຍິງຈະຫຼວດໃສ່ພວກຫົວຮຸນແຮງລັດອິສລາມ ໃນລະຫວ່າງ ການຕໍ່ສູ້ກັນທີ່ສະໜາມບິນ Tal Afar ຂອງເມືອງ ໂມຊຸລ, ອີຣັກ. 18 ພະຈິກ, 2016.
ພວກນັກຮົບ Shi'ite ຍິງຈະຫຼວດໃສ່ພວກຫົວຮຸນແຮງລັດອິສລາມ ໃນລະຫວ່າງ ການຕໍ່ສູ້ກັນທີ່ສະໜາມບິນ Tal Afar ຂອງເມືອງ ໂມຊຸລ, ອີຣັກ. 18 ພະຈິກ, 2016.

ໃນແຫ່ງອື່ນໆ ໄດ້ມີລາຍງານວ່າ ມີການສູ້ຮົບກັນຢ່າງໜັກຢູ່ທາງພາກຕາເວັນອອກຂອງ ໂມຊູລ ໃນຕອນເຊົ້າວັນເສົາ ເວລາກຳລັງປະສົມທີ່ໜູນຫຼັງໂດຍ ກຳລັງທາງອາກາດນຳ ໂດຍ ສະຫະລັດ ທີ່ແຊກຊືມເຂົ້າໄປໃນສ່ວນເລິກ ບ່ອນທີ່ມີກຳລັງໜາແໜ້ນນັ້ນ.

ລາຍງານຂອງຊາວເຄີດຈາກສະຖານທີ່ດັ່ງກ່າວ ທີ່ອ້າງອີງໃສ່ພວກຜູ້ບັນຊາການຕ່າງໆ ເວົ້າວ່າ ມີການຍຶດໄດ້ອີກສອງຄຸ້ມລຸນຫຼັງການສູ້ຮົບກັນໃນວັນສຸກຜ່ານມາ ລຸນຫຼັງກຳລັງ ຂອງລັດອິສລາມຖືກຖະຫຼົ່ມຢ່າງໜັກດ້ວຍປືນຄົກແລະປືນຍິງໄລຍະໄກຂອງກຳລັງປະສົມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG