ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຳລັງແນວໂຮມ ພົບເຫັນ ຂຸມຝັງສົບໃຫຍ່ ໃກ້ເມືອງ Mosul


ກຳລັງທະຫານອີຣັກ ລາດຕະເວນໃນເຂດ Hammam al-Alil ປະມານ 14 ກິໂລແມັດ ທາງພາກໃຕ້ ຂອງເມືອງ Mosul.
ກຳລັງທະຫານອີຣັກ ລາດຕະເວນໃນເຂດ Hammam al-Alil ປະມານ 14 ກິໂລແມັດ ທາງພາກໃຕ້ ຂອງເມືອງ Mosul.

ບັນດາ​ເຈົ້າ​ໜ້າ​ທີ່​ອີຣັກກ່າວ​ວ່າ ກຳລັງທະຫານ​ແນ​ວ​ໂຮມ ພວມ​ບຸກ​ໂຈມ​ຕີ​ຢ່າງ​ໜັກຕໍ່​ພວກ​ຫົວ​ຮຸນ​ແຮງຈັດລັດ​ອິສລາມຢູ່ໃກ້​ກັບ​ເມືອງ Mosul ທາງພາກ​ເໜືອ ​ຂອງ​ປະ​ເທດ ​ໂດຍໄດ້​ພົບ​ເຫັນ​ຂຸມ​ຝັງ​ສົບຂະໜາດ​ໃຫຍ່ ​ທີ່​ບັນ​ຈຸ​ຢ່າງ​ໜ້ອຍ​ 100 ສົບ ​ທີ່​ຮ່າງກາຍຂອງ​ພວກ​ເຂົາ​ໄດ້​ຖືກ​ຕັດຫົວ​ອອກ​.

ລາຍ​ງານ​ຂັ້ນຕົ້ນໃນ​ວັນ​ຈັນວານ​ນີ້ ​ຈາກນັກ​ຂ່າວ​ຕາ​ເວັນ​ຕົກ​ ​ແລະ​ນັກ​ຂ່າວຊາວ ​ເຄີ​ດກ່າວ​ວ່າ ພວກ​ທີ່​ຕາຍ​ເຊື່ອວ່າ​ເປັນ​ພົນ​ລະ​ເຮືອນ.

​ໂຄສົກ​າຂອງຕຳຫລວດ​ລັດຖະບານ​ກາງ​ອີຣັກກ່າວ​ວ່າ ຊາກ​ສົບ​ໄດ້​ຖືກ​ພົບ​ເຫັນ​ຢູ່​ມະຫາວິ​ທະ​ຍາ​ໄລ​ກະ​ເສດ ຢູ່​ນອກ​ເມືອງ Hammam al-Alil 15 ກິ​ໂລ​ແມັດ​ທາງ​ໃຕ້ ຈາກ​ສູນກາງ​ເມືອງ Mosul. ຕຳຫລວດ​ກ່າວ​ວ່າ ພວກ​ຊ່ຽວຊານ​ການ​ແພດ​ໄດ້​ສົ່ງ​ໄປຍັງສະຖານ​ທີ່​ເພື່ອ​ພິສູດ​ການ​ສັງຫານ​ໝູ່ ​ແລະ​ພະຍາຍາມລະບຸ​ວ່າ​ຊາກ​ສົບ​ເຫລົ່ານີ້​ເປັນ​ໃຜ.

ພວກ​ນັກ​ລົບ​ລັດ​ອິສລາມ​ໄດ້​ຄວບ​ຄຸມ​ເມືອງ Mosul ​ແລະ​ບັນດາ​ເມືອງ​ອ້ອມ​ແອ້ມ ​ແລະໝູ່​ບ້ານ​ຕ່າງໆມາຫລາຍ​ກວ່າ​ສອງ​ປີ ​ແລະ​ພວກ​ພົນ​ລະ​ເ​ຮື​ອນຜູ້​ທີ່​ຫາ​ກໍ່​ຫລົບໜີ​ໄດ້​ອະທິບາຍ​ຊໍ້າ​ແລ້​ວຊໍ້າ​ອີກເຖິງ​ເຫດການ​ກ່ຽວ​ກັບການສັງຫານໝູ່​ໂດຍ​ພວກ​ຫົວ​ຮຸນ​ແຮງ​ຈັດ.

ຢູ່ໃນຖະ​ແຫລ​ງການຕ່າງ​ຫາກ​ອີກ​ສະບັບ​ນຶ່ງໃນ​ວັນ​ຈັນ​ວານ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ກຳລັງແນວ​ໂຮມພວມ​ບຸກ​ຄືບ​ໜ້າ​ເຂົ້າໄປສູ່​ເມືອງ Mosul ຈາກ​ພາກ​ຕາ​ເວັນ​ອອກ ປົດ​ປ່ອຍ​ຫ້າ​ໝູ່​ບ້ານ​ຕື່ມ​ອີກ ​ໃນ​ຂະນະ​ທີ່​ກອງພັນ​ລົດ​ຖັງ​ທີ່ຢູ່ໃກ້​ໆ​ນັ້ນ​ເຂົ້າ​ໄປ​ໃນ​ເມືອງ Mosul ທາງ​ພາກ​ຕາ​ເວັນ​ອອກ​ຂອງໝູ່​ບ້ານ​ໃກ້​ຄຽງ. ສະຖານ​ທີ່​ຕັ້ງ​ຂອງ​ກອງ​ພັນ​ລົດ​ຖັງ​ອີຣັກ ບໍ່​ໄດ້​ເປີດ​ເຜີຍ​ຈົນ​ຮອດ​ຕອນ​ແລງ​ວັນ​ຈັນ ​ແລະ​ບໍ່​ເປັນ​ທີ່​ແຈ້ງ​ຂາວ​ວ່າ​ ກຳລັງ​ລົດ​ຫຸ້ມ​ເກາະ​ຍັງ​ຢູ່​ໃນ​ເມືອງ ຫລື​ຖອນ​ອອກ​ໄປ​ແລ້ວ.

ກາ​ນລໍຖ້າມາ​ເປັນ​ເວລາ​ດົນນານ​ໃນບຸກ​ໂຈມ​ຕີ​ເມືອງ Mosul ​ໄດ້​ເລີ້ມ​ຂຶ້ນ​ໃນ​ວັນ​ທີ 17 ​ເດືອນຕຸລາ ​ໂດຍ​ກຳລັງ​ແນວ​ໂຮມ​ອີຣັກ ​ແລະ​ກຳລັງຊາວເຄີ​ດ ທີ່​ໜູນ​ຫລັງ​ໂດຍທະຫານ​ບ້ານ Shi’ite ກຳລັງ​ຊົນເຜົ່າ Sunni Arab ​ແລະ​ກາ​ນໂຈມ​ຕີ​ທາງ​ອາກາດ​ພາຍ​ໃຕ້​ການ​ນຳພາຂອງ​ສະຫະລັດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG