ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທະຫານບ້ານຄຣິສຕຽນ ໄດ້ຮັບການຊ່ວຍເຫຼືອ ຈາກ ນັກລົບເກົ່າ ອາເມຣິກັນ


Iraqi Christian Militia Aided by American Army Veterans in Anti-IS Fight
please wait

No media source currently available

0:00 0:01:30 0:00

ຢູ່່​ທາງ​ພາກ​ເໜືອ​ຂອງ​ເມືອງ Mosul ແລະ​ປະ​ເຊີນ​ໜ້າໂດຍ​ກົງ​ກັບ​ກຸ່ມ ລັດ​ອິສລາມ ມີເຂດ ນ້ອຍໆ​ເຂດນຶ່ງ​ທີ່​ຖືກ​ຖີ້ມລະ​ເບີດ ​ແລະ​ບັນດາໝູ່​ບ້ານ​ທີ່​ປະ​ຖີ້ມ​ໄປ​ໂດຍຊາວ​ຄຣິສຕຽນ ​ແຕ່​ ວ່າ​ມີ​ບ້ານ​ໆ​ໜຶ່ງ​ທີ່ຍັງ​ມີ​ຄົນ​ຢູ່. Sharon Behn ນັກ​ຂ່າວວີ​ໂອ​ເອ ໄດ້​ໂອ້​ລົມ​ກັບ​ພວກ​ນັກ​ລົບ​ ຊາວ​ຄຣິສຕຽນທີ່​ປະກອບ​ອາວຸດຈຸ ນ້ອຍໆຈຸ​ນຶ່ງ ທີ່​ໄດ້​ມີ​ການ​ຕັດສິນ​ໃຈຢ່າງ​ເດັດດ່ຽວ​ໃນ ​ການ​ປ້ອງ​ກັນ​ຂົງ​ເຂດ ທີ່​ຊາວ​ຄຣິສຕຽນ​ອາ​ໄສ​ຢູ່ ຊຶ່ງ​ນັບ​ມຶ້ຍັລຫລຸດ​ນ້ອຍ​ຖອຍ​ລົງ​ໃນ​ປະ​ ເທດ​ ອີຣັກ ​ແລະ​ມີ​ຊາວ​ອາ​ເມຣິກັນ​ສອງ​ຄົນກຳລັງ​ໃຫ້ການ​ຊ່ວຍເຫລືອ​ແກ່​ເຂົາ​ເຈົ້າ.

ກິ່ງ​ສະຫັວນ ມີ​ລາຍ​ລະ​ອຽດກ່ຽວ​ກັບ​ເລື້ອງ​ນີ້ ​ມາ​ສະ​ເໜີ​ທ່ານ.

ມີ​ນັກ​ລົບ​ທີ່​ເປັນ​ຊາວ​ຄຣິສຕຽນປະມານ 50 ຄົນ​ຢູ່ບ້ານແຫ່ງນີ້ ພ້ອມ​ແລ້ວ ທີ່​ຈະສູ້​ລົບ​ກັບ ກຸ່ມ “Daesh” ຫລືພວກ​ລັດ​ອິສລາມຫົວ​ຮຸນ​ແຮງ​ຈັດ.

​ແລະ​ມີ​ຊາວອາ​ເມຣິກັນ​ສອງ​ຄົນ. ທ່ານ Dan ​ແມ່ນມາ​ຈາກ​ລັດ Michigan.

ທ່ານ Dan ​ເປັນທະຫານ​ຜ່ານ​ເສິກ ​ໃນ​ສະ​ໄໝ​ສົງ​ຄາມອີຣັກ ລະຫວ່າງ​ປີ 2005 ຫາ 2006 ​ແລະທ່ານກ່າວ​ວ່່າ ທ່ານ​ກັບ​ຄືນ​ມາເພື່ອຊ່ວຍ.

ທ່ານ Dan ກ່າວ​ວ່າ “ຂ້າພະ​ເຈົ້າ​ມາ​ທີ່​ນີ້​ ​ໂດຍຫວັງ​ວ່າ ​ຈະ​ເຂົ້າຍຶດ​ເອົາ​ເມືອງ Mosul ຄືນ ​ມາ ​ແລະ​ຂັບ​ໄລ່ກຸ່ມ Daesh ອອກ​ຈາກ​ອີຣັກ.”

ພວກນັກ​ລົບ​ຂອງ​ກຸ່ມ​ລັດອິສລາມ ມັກ​ມາ​ທົດ​ສອບຢູ່​ເຂດແນວ​ໜ້າ​ບ່ອນ​ນີ້​ເປັນ​ປະຈຳ. ກຳລັງ Peshmerga ຂອງ​ຊາວ​ເຄີ​ດກໍ​ຢູ່​ໃກ້ໆ​ນີ້. ທະຫານ​ບ້ານ​ຄຣິສ ຕຽນກ່າວ​ວ່າ ​ເຂົາ​ ເຈົ້າ​ຈະ​ບໍ່​ປະຖິ້ມທີ່​ໝັ້ນ​ແຫ່ງ​ນີ້.

ພັນ​ເອກ Sameer Ohara ຜູ້​ບັນ​ຊາ​ການ​ທະ​ຫານ​ບ້ານຄຣິສຕຽນ ກ່າວ​ວ່າ “ນີ້​ແມ່ນ​ດິນ​ ແດນ​ຂອງ​ພວກ​ເຮົາ ພວກ​ເຮົາ​ຕ້ອງ​ປົກ​ປັກ​ຮັ​ກ​ສາ​ໄວ້ ພວກ​ເຮົາ​ຕ້ອງ​ຮັກ​ສາ​ໄວ້​ບໍ່​ໃຫ້​ຕົກ​ຢູ່ ​ໃນ​ກຳ​ມື​ຂອງກຸ່ມ Daesh ເພາະ​ວ່າ​ນີ້​ແມ່ນ​ຜືນ​ແຜ່ນ​ດິນ​ແມ່​ເຮົາ ແລະ​ພວກ​ເຮົາ​ຕ້ອງ​ປ້ອງ​ ກັນ​ແຜ່ນ​ດິນ​ທັງໝົດ ເພື່ອ​ນຳ​ເອົາ​ປະ​ຊາ​ຊົນ​ຂອງ​ພວກ​ເຮົາ​ກັບ​ມາ​ບ້ານ​ເຮືອນ​ຂອງ​ເຂົາ​ ເຈົ້າ.”

​ພວກເຂົາ​ເຈົ້າຍັງ​ຂາດ​ເຂີນທັງ​ອຸບ​ປະ​ກອນ ແລະ​ປ​ະ​ສົບພະ​ການ.

​ແຕ່​ເຂົາ​ເຈົ້າໄດ້​ຕັດສິນ​ໃຈ​ຢ່າງ​ແນ່​ວ​ແນ່​ແລ້ວ ທີ່​ຈະ​ຢູ່​ທີ່​ນີ້ເພື່ອ​ຕໍ່​ສູ້.

ທ້າວ Ramen Khoshaba ​ທະ​ຫານ​ບ້ານ ທີ່​ເປັນ​ຊາວຄຣິສຕຽນ Assyrian ກ່າວ​ວ່າ “ເພາະ​ວ່າ​ເຂົາ​ເຈົ້າ​ເປັນ​ອ້າຍ​ນ້ອງ​ຂອງ​ພວກ​ເຮົາ ພ​ວກ​ເຮົາ​ເປັນ​ຊາວຄ​ຣິ​ສ​ຕຽນ ເພື່ອ​ວ່າ​ ພວກ​ເຮົາ​ຈະ​ໄດ້​ດິນ​ແດນ​ຂອງ​ພວກ​ເຮົາ​ຄືນມາ ​ເພື່ອໃຫ້​ປະຊາ​ຊົນ​ໄດ້​ກັບ​ຄືນມາ​ສູ່​ບ້ານ ​ເຮືອນ​ເຂົາ​ເຈົ້າ.

ພວກ​ທະຫານ​ບ້ານ​ເຫລົ່ານີ້ບໍ່​ໄດ້​ຮັບ​ການ​ຝຶກ​ແອບ​ໃຫ້​ເປັນ​ນັກ​ລົບ ​ແຕ່​ຖ້າ​ຫາກ ພວກ​ເຂົາ​ ເຈົ້າໜີ​ໄປ ພວກ​ເຂົາ​ເຈົ້າຈະ​ສູນ​ເສຍ​ດິນ​ແດນ​ຂອງ​ພວກ​ເຂົາ​ເຈົ້າ.

​ທ່ານ James ຊຶ່ງ​ເປັນທະ​ຫານ​ຜ່ານ​ເສິກ ​ຈາກສະ​ຫະ​ລັດ ອີກ​ຄົນ​ນຶ່ງ ກ່າວ​ວ່າ “ນີ້​ແມ່ນ​ ພວກປະ​ຊົນທຳ​ມະ​ດາສາມັນ. ​ເຂົາ​ເຈົ້າບາງ​ຄົນ ​ມີວຽກ​ກ​ານເຮັດເປັນ​ປົກ​ກະ​ຕິ ເຂົາ​ເຈົ້າ​ພາ​ ກັນ​ອອກ​ມາ​ທີ່​ນີ້ ​ເພື່ອພະ​ຍາ​ຍາມ​ຮັກ​ສາ​ດິນ​ແດ​ນ​ບ້ານ​ເຮືອນ​ຂອງ​ເຂົາເຈົ້າ. ​ຂ້າ​ພ​ະ​ເຈົ້າ​ມາ​ ທີ່​ນີ້​ ເພື່ອ​ໃຫ້​ການ​ຊ່ວຍ​ເຫລືອ.”

XS
SM
MD
LG