ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

10 ຄົນເສຍຊີວິດ ຍ້ອນການວາງ ລະເບີດລົດ ຢູ່ພາກໃຕ້ອີຣັກ (ວີດິໂອ)


ກໍາລັງຮັກສາຄວາມສະຫງົບຂອງອີຣັກ ກວດກາເບິ່ງສະຖານທີ່ ທີ່ມີລະເບີດລົດແຕກຂຶ້ນ ໃນເມືອງ Basra ທາງພາກໃຕ້ຂອງອີຣັກ ໃນວັນທີ 17 ມີນາ 2013
ກໍາລັງຮັກສາຄວາມສະຫງົບຂອງອີຣັກ ກວດກາເບິ່ງສະຖານທີ່ ທີ່ມີລະເບີດລົດແຕກຂຶ້ນ ໃນເມືອງ Basra ທາງພາກໃຕ້ຂອງອີຣັກ ໃນວັນທີ 17 ມີນາ 2013
ເມືອງ Basra ທາງພາກໃຕ້ຂອງອີຣັກ ຖືກສັ່ນສະເທືອນ
ຍ້ອນການວາງລະເບີດລົດ ສອງບັ້ນລຽນຕິດກັນ ທີ່ບໍ່ສູ້ມີ
ຂຶ້ນ ຊຶ່ງເຮັດໃຫ້ຢ່າງໜ້ອຍ 10 ຄົນ ເສຍຊີວິດ ແລະອີກ 16
ຄົນໄດ້ຮັບບາດເຈັບ.

ການໂຈມຕີທີ່ຮ້າຍແຮງທີ່ສຸດແມ່ນເກີດຂຶ້ນໃນວັນອາທິດວານ
ນີ້ ຢູ່ສະຖານີ ລົດເມແຫ່ງນຶ່ງ ໃນເມືອງນຶ່ງໃນເຂດຊານເມືອງ
Basra. ທ່ານ Ali al-Maliki ຫົວໜ້າຄະນະກໍາມາທິການດ້ານ ຄວາມປອດໄພຂອງແຂວງເວົ້າວ່າ ມີ 10 ຄົນ ເສຍຊີວິດ. ບໍ່ພໍ ເທົ່າໃດນາທີກ່ອນໜ້ານັ້ນ ລະເບີດທີ່ຫ້າງໄວ້ໃນລົດອີກຄັນນຶ່ງ
ໄດ້ແຕກຂຶ້ນຢູ່ເດີ່ນຈອດລົດ ຢູ່ໃຈກາງເມືອງ Basra ຊຶ່ງໄດ້
ເຮັດໃຫ້ຫລາຍ ຄົນໄດ້ຮັບບາດເຈັບ.

ຍັງບໍ່ມີໃຜອ້າງເອົາຄວາມຮັບຜິດຊອບໃນທັນທີເທື່ອ ຕໍ່ການໂຈມຕີຢູ່ທັງໃນ ແລະອ້ອມ
ແອ້ມເມືອງທ່າເຮືອດັ່ງກ່າວ ທີ່ຕາມປົກກະຕິແລ້ວ ແມ່ນມີຄວາມສະຫງົບ ແລະມີຊາວ
Shi’ite ອາໄສຢູ່ເປັນສ່ວນໃຫຍ່ນັ້ນ.

ພວກຫົວຮຸນແຮງຊາວຊຸນນີ ທີ່ເປັນຄົນສ່ວນນ້ອຍ ທີ່ມີການຕິດພັນກັບເຄືອຂ່າຍ al-
Qaida ມັກທໍາການໂຈມຕີເປົ້າໝາຍຂອງຊາວ Shi’ite ຢູ່ເລື້ອຍມາ ເພື່ອພະຍາຍາມ
ບ່ອນທໍາລາຍລັດຖະບານຂອງນາຍົກ Nouri al-Maliki ຊຶ່ງເປັນຊາວ Shi’ite ນັ້ນ. ຊາວອິຣັກທີ່ເປັນພວກຊຸນນີ ໄດ້ພາກັນທໍາການປະທ້ວງໃນຊຸມເດືອນໝໍ່ໆມານີ້ ເພື່ອຕໍ່
ຕ້ານທ່ານ Maliki ໂດຍກ່າວຫາທ່ານວ່າ ປະຕິບັດແບບມີການຈໍາແນກຕໍ່ປະຊາຄົມຂອງ
ພວກເຂົາເຈົ້າ. ເຄືອຂ່າຍ al-Qaida ໄດ້ພະຍາຍາມທີ່ຈະສວາຍໃຊ້ຄວາມບໍ່ພໍໃຈດັ່ງ
ກ່າວນັ້ນ ເພື່ອເປັນຂະນວນກໍ່ໃຫ້ເກີດສົງຄາມກາງເມືອງລະຫວ່າງສາສະໜາ.

ກຸ່ມພັນທະມິດຂອງເຄືອຂ່າຍ al-Qaida ໃນອິຣັກ ໄດ້ອອກຖະແຫລງການໃນວັນອາທິດ
ວານນີ້ ອ້າງເອົາຄວາມຮັບຜິດຊອບຕໍ່ການໂຈມຕີກະຊວງຍຸດຕິທໍາໃນນະຄອນຫລວງ
ແບກແດດ ໃນວັນພະຫັດຜ່ານມາ. ພວກໂຈມຕີໄດ້ຈຸດລະເບີດ ແລະບຸກຖະຫລົ່ມເຂົ້າໄປ
ໃນບໍລິເວນເດິ່ນກະຊວງ ຊຶ່ງໄດ້ເຮັດໃຫ້ເກີດມີການຕໍ່ສູ້ກັນ ກັບກໍາລັງຮັກສາຄວາມສະ
ຫງົບຂອງອິຣັກ. ມີປະມານ 20 ຄົນ ເສຍຊີວິດ ໃນເຫດການດັ່ງກ່າວ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG