ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍ Hammadi ອາດ​ຖືກ​ຈໍາ​ຄຸກ​ຕະຫຼອດຊີວິດ ຖ້າສານ​ຕັດສິນ​ວ່າມີຄວາມຜິດ


ນາຍ Mohanad Shareef Hammadi ອາດ​ຖືກ​ຈໍາ​ຄຸກ​ຕະຫຼອດຊີວິດ ​ເວລາ​ລາວຖືກ​ສານ​ຕັດສິນ​ໃນ​ເດືອນ​ທັນວາ​ ປີ​ນີ້ ທີ່​ເມືອງ Louisville, ລັດ ​ເຄນ​ທັກ​ກີ້ ​ທາງພາກ​ໃຕ້​ຂອງ​ສະຫະລັດ.

ຊາຍ​ຊາວ​ອິຣັກຄົນ​ນຶ່ງ​ຍອມຮັບ​ຜິດ​ຕໍ່​ສານຂອງ​ລັດຖະບານ​ກາງ​
ສະຫະລັດ ໃນ​ຂໍ້ຫາ​ການວາງ​ແຜນ​ສົ່ງ​ອາວຸດ ​ແລະ​ເງິນ​ໄປ​ໃຫ້
​ກຸ່ມ​ອາລຄາ​ອີ​ດາ.

ນາຍ Mohanad Shareef Hammadi ອາດ​ຖືກ​ຈໍາ​ຄຸກ​ຕະຫຼອດ
ຊີວິດ ​ເວລາ​ລາວຖືກ​ສານ​ຕັດສິນ​ໃນ​ເດືອນ​ທັນວາ​ປີ​ນີ້ ທີ່​ເມືອງ
Louisville, ລັດ ​ເຄນ​ທັກ​ກີ້ ​ທາງພາກ​ໃຕ້​ຂອງ​ສະຫະລັດ.

ນາຍ Hammadi ຍອມຮັບ​ຜິດ​ຕໍ່​ສານ ໃນ​ຂໍ້​ຫາໝົດ​ທັງ 10 ກະ​ທົງ
​ໃນ ຖານສົມຮູ້​ຮ່ວມ​ຄິດ ​ເພື່ອຊ່ວຍເຫຼືອພວກ​ກຸ່ມອາລຄາ​ອີ​ດາ
​ແລະ​ຕົວະ​ສາຍ​ລັບ​ລັດຖະບານ​ກາງ ກ່ຽວ​ກັບຄວາມ​ສຳພັນ​ ກັບ​
ກຸ່ມ​ຫົວ​ຮຸນ​ແຮງຈັດ​ຕ່າງໆ ເວລາ​ຜູ້ກ່ຽວ​ໄດ້​ຍົກ​ຍ້າຍ​ເຂົ້າມາ​ຕັ້ງ​
ຖິ່ນ​ຖານ​ໃນ​ສະຫະລັດ.

ການ​ຍອມຮັບ​ຜິດ​ຕໍ່​ສານ​ນີ້ ພາ​ໃຫ້ມີ​ການ​ຍົກ​ເລີກການ​ດໍາ​ເນີນ​ຄະດີລາວ ທີ່​ຈະ​ເລີ່​ມຂຶ້ນ​ໃນ​
ອາທິດ​ໜ້າ​ນີ້.

ນາຍ Waad Ramadan Alwan ຄູ່​ຈໍາ​ເລີຍ ກໍ​ໄດ້​ຍອມຮັບ​ຜິດ​ຕໍ່​ສານໄປ​ແລ້ວ ​ແລະ​ພຽງແຕ່
ລໍຖ້າ​ຄໍາ​ພິພາກສາທໍ່​ນັ້ນ.
XS
SM
MD
LG