ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

30 ຄົນເສຍຊີວິດ ຍ້ອນລະເບີດລົດ ແລະການຍິງກັນ ຢູ່ອີຣັກ (ວີດິໂອ)


ເຈົ້າຂອງຮ້ານຊາວອີຣັກ ພາກັນກວດກາເບິ່ງ ເຄື່ອງຂອງເສຍຫາຍ ລຸນຫລັງລະເບີດທີ່ຫ້າງວາງໃສ່ລົດແຕກຂຶ້ນ ໃນການໂຈມຕີ ຢູ່ນອກເມືອງ Kut ຫ່າງຈາກນະຄອນແບກແດດ ປະມານ 160 ກິໂລແມັດ ໄປທາງທິດຕາເວັນອອກສຽງໃຕ້ ໃນມື້ນີ້, ວັນທີ 16 ມິຖຸນາ 2013.
ເຈົ້າຂອງຮ້ານຊາວອີຣັກ ພາກັນກວດກາເບິ່ງ ເຄື່ອງຂອງເສຍຫາຍ ລຸນຫລັງລະເບີດທີ່ຫ້າງວາງໃສ່ລົດແຕກຂຶ້ນ ໃນການໂຈມຕີ ຢູ່ນອກເມືອງ Kut ຫ່າງຈາກນະຄອນແບກແດດ ປະມານ 160 ກິໂລແມັດ ໄປທາງທິດຕາເວັນອອກສຽງໃຕ້ ໃນມື້ນີ້, ວັນທີ 16 ມິຖຸນາ 2013.
ລະເບີດທີ່ຫ້າງໃສ່ລົດຫລາຍໆຄັນທີ່ແຕກຂຶ້ນຢູ່ທົ່ວພາກໃຕ້
ຂອງອີຣັກ ແລະການຍິງກັນ ຢູ່ທາງພາກເໜືອຂອງປະເທດໄດ້
ສັງຫານ 30 ຄົນ ແລະເຮັດໃຫ້ຫລາຍສິບຄົນໄດ້ຮັບບາດເຈັບ.

ເຫດການວາງລະເບີດລົດໃນວັນອາທິດມື້ນີ້ ໄດ້ແນເປົ້າໝາຍ
ສ່ວນໃຫຍ່ໃສ່ເຂດ ຢູ່ອາໄສຂອງຊາວ Shi’ite ທາງທິດໃຕ້ຂອງ
ນະຄອນຫລວງແບກແດດ.

ຕໍາຫລວດເວົ້າວ່າ ນຶ່ງໃນການໂຈມຕີທີ່ຮ້າຍແຮງສຸດ ແມ່ນແນ
ເປົ້າໝາຍໃສ່ເຂດສູນກາງອຸດສາຫະກໍາຢູ່ເມືອງ Kut ທາງພາກ
ກາງຂອງປະເທດ ທີ່ໄດ້ສັງຫານຢ່າງໜ້ອຍ 5 ຄົນ.

ເຫດລະເບີດທີ່ແຕກຕິດຕໍ່ກັນສອງຄັ້ງຢູ່ເມືອງ Basra ທາງພາກໃຕ້ຂອງປະເທດ ໄດ້ສັງ
ຫານ 5 ຄົນ ໃນຂະນະທີ່ມີເຫດລະເບີດ ວາງໃສ່ລົດອີກຫລາຍຄັ້ງຢູ່ເມືອງ Nasirity,
Mahmoudiya, Hillah ແລະ Najal.

ສ່ວນການຍິງຕໍ່ສູ້ກັນນັ້ນ ແມ່ນເກີດຂຶ້ນໃນ ເມືອງ Mosul ທາງພາກເໜືອຂອງປະເທດ
ບ່ອນທີ່ເຈົ້າໜ້າທີ່ເວົ້າວ່າ ພວກມືປືນໄດ້ສັງຫານຕໍາຫລວດຢ່າງໜ້ອຍ 4 ຄົນ ໃນລະຫວ່າງ
ການໂຈມຕີຕໍ່ດ່ານກວດຂອງຕໍາຫລວດແຫ່ງນຶ່ງ.

ຍັງບໍ່ມີກຸ່ມໃດອ້າງເອົາຄວາມຮັບຜິດຊອບຕໍ່ການໂຈມຕີເຫລົ່ານີ້ເທື່ອ.

ການກໍ່ຄວາມຮຸນແຮງໃນອີຣັກ ໄດ້ເພີ້ມທະວີຂຶ້ນໃນອາທິດໝໍ່ໆມານີ້ ຊຶ່ງໄດ້ ເຮັດໃຫ້ມີ
ຄວາມກັງວົນກັນເພີ້ມຂຶ້ນວ່າ ຈະມີການໂຈມຕີຍ້ອນການແບ່ງແຍກ ສາສະໜາທີ່ແຜ່
ຫລາຍນັ້ນ ຄືນມາອີກ. ເຈົ້າໜ້າທີ່ໄດ້ຖິ້ມໂທດໃນການກໍ່ຄວາມຮຸນແຮງເມື່ອໝໍ່ໆ ມານີ້
ໃສ່ພວກກະບົດ ທີ່ຖືສາສະໜາອິສ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG