ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

18 ຄົນ ເສຍຊີວິດ ຍ້ອນ ລະເບີດແຕກ ຢູ່ອີຣັກ (ສະໄລດ໌/ວີດິໂອ)


ພົນລະເມືອງພາກັນໄປເບິ່ງທີ່ເກີດເຫດໂຈມຕີດ້ວຍລະເບີດ ຢູ່ເມືອງ Karbala ຢູ່ທາງພາກໃຕ້ຂອງປະເທດ ທີ່ເປັນເມືອງຂອງຊົນເຜົ່າ Shiite ແລະຢູ່ 80 ກິໄລແມັດ ຫ່າງຈາກນະຄອນ Baghdad ຂອງອີຣັກ ໃນວັນຈັນ ທີ 29 ເມສາ 2013.
ພົນລະເມືອງພາກັນໄປເບິ່ງທີ່ເກີດເຫດໂຈມຕີດ້ວຍລະເບີດ ຢູ່ເມືອງ Karbala ຢູ່ທາງພາກໃຕ້ຂອງປະເທດ ທີ່ເປັນເມືອງຂອງຊົນເຜົ່າ Shiite ແລະຢູ່ 80 ກິໄລແມັດ ຫ່າງຈາກນະຄອນ Baghdad ຂອງອີຣັກ ໃນວັນຈັນ ທີ 29 ເມສາ 2013.
ລະເບີດທີ່ວາງໃສ່ລົດໄດ້ແຕກຂຶ້ນຢູ່ໃນຫົວເມືອງສອງແຫ່ງ ຢູ່
ໃນພາກໃຕ້ຂອງ ອີຣັກ ຊຶ່ງໄດ້ສັງຫານຢ່າງໜ້ອຍ 18 ຄົນ ແລະໄດ້ເຮັດໃຫ້ອີກຫລາຍກວ່າ 50 ຄົນໄດ້ຮັບບາດເຈັບ.

ເຫດລະເບີດແຕກສອງຄັ້ງໃນນັ້ນ ເກີດຂຶ້ນໃນວັນຈັນມື້ນີ້ ທີ່ເມືອງ
Amarah, 300 ກິໂລແມັດ ຫ່າງຈາກນະຄອນຫລວງແບກແດດ ໄປທາງທິດຕາເວັນອອກສຽງໃຕ້. ພວກເຈົ້າໜ້າທີ່ເວົ້າວ່າ ເຫດ
ລະເບີດແຕກດັ່ງກ່າວ ໄດ້ສັງຫານຢ່າງ ໜ້ອຍ 9 ຄົນ.

ເຫດລະເບີດແຕກຄັ້ງທີສາມ ໄດ້ສັງຫານຢ່າງໜ້ອຍ 2 ຄົນ ຢູ່ເມືອງ Diwaniyah.



ອີຣັກໄດ້ປະສົບການກໍ່ຄວາມຮຸນແຮງສູງຂຶ້ນ ໃນອາທິດຜ່ານມາ ທີ່ໄດ້ເຮັດໃຫ້ຢ່າງໜ້ອຍ
180 ຄົນເສຍຊີວິດ.

ການກໍ່ຄວາມຮຸນແຮງດັ່ງກ່າວ ໄດ້ເລີ້ມຕົ້ນຂຶ້ນໃນວັນອັງຄານຜ່ານມາ ເມື່ອທະຫານຂອງ
ລັດຖະບານໄດ້ບຸກເຂົ້າໄປໃນສະຖານທີ່ປະທ້ວງຂອງຊົນເຜົ່າຊຸນນີ ຢູ່ໃນເມືອງ Hawija
ໃນພາກກາງຂອງປະເທດ. ການປະທະກັນຢູ່ທີ່ນັ້ນ ໄດ້ ເຮັດໃຫ້ 53 ຄົນເສຍຊີວິດ ແລະ
ໄດ້ຕິດຕາມມາດ້ວຍ ການກໍ່ຄວາມວຸ້ນວາຍ ຢູ່ໃນເຂດຕາເວັນຕົກ ແລະເຂດເໜືອຂອງ
ອີຣັກ.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:

XS
SM
MD
LG