ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

al-Qaida ໃນອີຣັກ ກ່າວວ່າ ຕົນເປັນຜູ້ໂຈມຕີ ທີ່ເອົາຊີວິດ 60 ຄົນ (ວີດິໂອ ແລະສະໄລດ໌)


ການໂຈມຕີແບບຕໍ່ເນື່ອງໃນນະຄອນຫລວງແບກແດດ ໃນວັນອັງຄານວານນີ້ ໃນຄຸ້ມທີ່ມີຊາວ Shi’ite ອາໄສຢູ່ເປັນສ່ວນໃຫຍ່
ການໂຈມຕີແບບຕໍ່ເນື່ອງໃນນະຄອນຫລວງແບກແດດ ໃນວັນອັງຄານວານນີ້ ໃນຄຸ້ມທີ່ມີຊາວ Shi’ite ອາໄສຢູ່ເປັນສ່ວນໃຫຍ່
ກຸ່ມພັນທະມິດຂອງເຄືອຂ່າຍ al-Qaida ໃນອີຣັກເວົ້າວ່າ ຕົນເປັນຜູ້ທຳການໂຈມຕີແບບຕໍ່ເນື່ອງໃນວັນອັງຄານວານນີ້ ທີ່ໄດ້ສັງຫານຊີວິດປະມານ 60 ຄົນ ໃນຄຸ້ມທີ່ມີຊາວ Shi’ite ອາໄສຢູ່ເປັນສ່ວນໃຫຍ່ໃນນະຄອນຫລວງແບກແດດ ນັ້ນ.

ກຸ່ມ Islamic State ໃນອີຣັກ ໄດ້ພິມເຜີຍແຜ່ຖະແຫຼງການ
ສະບັບນຶ່ງ ຢູ່ເວັບໄຊຈີຫາດຟໍຣັມ ໃນວັນພຸດມື້ນີ້ ຊຶ່ງໄດ້ອ້າງ
ເອົາຄວາມຮັບຜິດຊອບຕໍ່ການໂຈມຕີ ໂດຍເວົ້າວ່າ ການໂຈມ
ຕີດັ່ງກ່າວແມ່ນ “ໄລຍະທໍາອິດ” ຊຶ່ງຈະຕາມມາດ້ວຍ “ການ
ແກ້ແຄ້ນ” ອີກ.

ລະເບີດຫລາຍກວ່າສິບໜ່ວຍທີ່ແຕກຂຶ້ນຢູ່ທົ່ວນະຄອນຫລວງແບກແດດໃນຕອນເຊົ້າ
ວັນອັງຄານວານນີ້ ທີ່ເປັນຊົ່ວໂມງໄປລ້າໄປການນັ້ນ ຍັງໄດ້ເຮັດໃຫ້ຫລາຍກວ່າ 160
ຄົນໄດ້ຮັບບາດເຈັບ. ຍັງມີລາຍງານອີກວ່າ ລະເບີດຫລາຍລູກແຕກຂຶ້ນຢູ່ໃນບັນດາ
ເມືອງ ໃນເຂດພາກເໜືອແລະພາກໃຕ້ຂອງນະຄອນດັ່ງກ່າວອີກດ້ວຍ.

ຊ່ວງໄລຍະດັ່ງກ່າວນີ້ ເປັນມື້ທີ່ມີການເສຍຊີວິດຫລາຍທີ່ສຸດ ໃນຮອບຫລາຍໆ ເດືອນຜ່ານ
ມານີ້ ຊຶ່ງໄດ້ເກີດຂຶ້ນນຶ່ງມື້ ກ່ອນຮອດວັນຄົບຮອບ 10 ປີ ທີ່ໄດ້ມີ ການບຸກເຂົ້າໄປໃນ
ປະເທດອີຣັກ ພາຍໃຕ້ການນໍາພາຂອງສະຫະລັດ.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ອອກຖະແຫລງການໃນວັນອັງ
ຄານວານນີ້ ເນື່ອງໃນໂອກາດວັນຄົບຮອບດັ່ງກ່າວ ໂດຍໄດ້ສັນລະເສີນຊາວອາເມຣິ
ກັນ 1 ລ້ານ 5 ແສນຄົນ ທີ່ໄດ້ໄປ “ຮັບໃຊ້” ສູ້ລົບໃນສົງຄາມ ທີ່ຍືດເຍື້ອຍາວນານທີ່ສຸດ
ຂອງຊາດ ແລະສິ້ນສຸດລົງໂດຍການຖອນຕົວຂອງສະຫະລັດໃນເດືອນພະຈິກ 2011 ຜ່ານມາ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:


ທ່ານ ໂອບາມາກ່າວອີກວ່າ ພະນັກງານກອງທັບສະຫະລັດ 4,475 ຄົນ ທີ່ ເສຍຊີວິດ
ໄປ “ໄດ້ເສຍສະລະສູງສຸດ ເພື່ອຈະອຳນວຍໂອກາດໃຫ້ປະຊາຊົນຊາວອີຣັກ ກຳນົດ
ອະນາຄົດຂອງເຂົາເຈົ້າເອງ ລຸນຫລັງທີ່ໄດ້ປະສົບກັບ ຄວາມຫຍຸ້ງຍາກລໍາບາກມາໄດ້
ຫລາຍປີແລ້ວ.”

ເບິ່ງສະໄລດ໌ສະພາບລະເບີດແຕກທີ່ອີຣັກ:

XS
SM
MD
LG