ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຢ່າງໜ້ອຍ 7 ຄົນ ເສຍຊີວິດ ຍ້ອນເຫດລະເບີດ ຢູ່ອີຣັກ (ສະໄລດ໌)


ພວກດັບເພີງໄປຊອກຫາພວກທີ່ອາດລອດຊີວິດ ທີ່ສໍານັກງານທ້ອງຖິ່ນ ຂອງພັກປະຊາທິປັດ Kurdistan ລຸນຫລັງທີ່ເກີດເຫດລະເບີດແຕກ ຢູ່ເມືອງ Kirkuk ໃນວັນທີ 16 ມັງກອນ 2013.
ພວກດັບເພີງໄປຊອກຫາພວກທີ່ອາດລອດຊີວິດ ທີ່ສໍານັກງານທ້ອງຖິ່ນ ຂອງພັກປະຊາທິປັດ Kurdistan ລຸນຫລັງທີ່ເກີດເຫດລະເບີດແຕກ ຢູ່ເມືອງ Kirkuk ໃນວັນທີ 16 ມັງກອນ 2013.
ການໂຈມຕີດ້ວຍລະເບີດຢູ່ທົ່ວອີຣັກ ໄດ້ສັງຫານຢ່າງໜ້ອຍ 7
ຄົນນຶ່ງມື້ລຸນຫລັງ ທີ່ກະແສຟອງຂອງການກໍ່ຄວາມຮຸນແຮງ
ທີ່ອັນຕະລາຍທີ່ສຸດ ໄດ້ເກີດຂຶ້ນຢູ່ໃນອີຣັກ ໃນປີນີ້.

ລະເບີດທີ່ຫ້າງໃສ່ລົດສອງລູກໄດ້ແຕກຂຶ້ນໃນວັນພະຫັດມື້ນີ້ ຢູ່
ເມືອງ Dujail ປະມານ 60 ກິໂລແມັດຫ່າງຈາກນະຄອນແບັກ
ແດດໄປທາງທິດເໜືອ ຊຶ່ງ ໄດ້ເຮັດໃຫ້ຢ່າງໜ້ອຍ 7 ຄົນເສຍຊີວິດແລະອີກ 32 ຄົນໄດ້ຮັບ ບາດເຈັບ.

ລະເບີດທີ່ຫ້າງໃສ່ລົດອີກລູກນຶ່ງ ໄດ້ເຮັດໃຫ້ມີຜູ້ບາດເຈັບ ແລະເສຍຊີວິດຢູ່ໃນເມືອງ Karbala ທາງພາກໃຕ້ຂອງປະເທດ. ຜູ້ໄດ້ຮັບເຄາະຮ້າຍ ລວມມີພວກສະແຫວງບຸນ ຊາວ Shi’ite.

ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບກ່ຽວກັບການວາງລະເບີດດັ່ງກ່າວໃນທັນທີ
ນີ້ເທື່ອ.

ຢ່າງໜ້ອຍມີ 29 ຄົນເສຍຊີວິດໃນວັນພຸດວານນີ້ ໃນການໂຈມຕີທີ່ແນໃສ່ນະຄອນແບັກ ແດດ ແລະເຂດຕ່າງໆຢູ່ທາງພາກເໜືອຂອງອີຣັກ.

ການກໍ່ຄວາມຮຸນແຮງແມ່ນໄດ້ມີຂຶ້ນຖ້າມກາງຄວາມເຄັ່ງຕຶງທີ່ເພີ້ມທະວີຂຶ້ນລະຫວ່າງຊົນ ຊາດຊົນເຜົ່າແລະລະຫວ່າງສາສະໜາຢູ່ໃນອີຣັກ.

ພາບການໂຈມຕີຢູ່ອິຣັກ ເມື່ອວັນທີ 16 ມັງກອນ:

XS
SM
MD
LG