ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄວາມຮຸນແຮງໃນອີຣັກ


ເຈົ້າໜ້າທີ່ອີຣັກກ່າວວ່າ ມີຢ່າງນ້ອຍ 51 ຄົນເສຍຊີວິດ ແລະອີກ 100 ກວ່າຄົນໄດ້ຮັບບາດເຈັບ ໃນການໂຈມຕີ ດ້ວຍລະເບີດສະລະຊີບ ຢູ່ນອກສູນກາງ ເກນທະຫານແຫ່ງ ນຶ່ງ ໃນນະຄອນຫຼວງແບັກແດັດ.

ເຈົ້າໜ້າທີ່ຄົນນຶ່ງ ຂອງກະຊວງພາຍໃນອີຣັກເວົ້າວ່າ ຜູ້ໂຈມຕີໄດ້ແນເປົ້າ ໃສ່ພວກທີ່​ຖືກເກນ​ເປັນທະຫານ ໃນວັນອັງຄານມື້ນີ້ ໃນການໂຈມຕີ ຮ້າຍແຮງສຸດຢູ່ ໃນອີຣັກ ນັບແຕ່ເດືອນສັກສິດ ຣາມາດານຂອງ ຊາວມຸສລິມ ໄດ້ເລີ້ມຂຶ້ນ ໃນສັບປະດາແລ້ວ.

ເຫດລະເບີດ ທີ່ເກີດຂຶ້ນ ຢູ່ຕຶກກະຊວງ ປ້ອງກັນປະເທດເກົ່າ ສະໄໝຈອມຜະເດັດການ SADDAM HUSSEIN ມື້​ນີ້ ​ແມ່ນມີຂຶ້ນທ່າມກາງ ທີ່ມີຄວາມວິຕົກກັງວົນເພີ້ມຂຶ້ນ ກ່ຽວ​ກັບຄວາມປອດໄພ ຂະນະທີ່ສະຫະລັດ ພວມກະກຽມ ການຖອນກຳລັງສູ້ລົບ ຈຸສຸດທ້າຍ ຂອງຕົນ ອອກໄປຈາກອີຣັກ ພາຍໃນທ້າຍເດືອນນີ້.

ທະຫານອະເມຣິກັນ 50,000 ຄົນ ຍັງຈະຢູ່ ໃນປະເທດອີຣັກຕໍ່ໄປ ເພື່ອຮັບໜ້າທີ່ ເປັນກຳລັງ ໄລຍະຂ້າມຜ່ານ.

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ໄດ້ຕັ້ງເປົ້າໝາຍ ໃນການຖອນ ທະຫານອະເມຣິກັນ ອອກ​ໄປຈາກອີຣັກ ​ໃຫ້ໝົດພາຍໃນທ້າຍປີ 2011.

XS
SM
MD
LG