ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຄວາມຮຸນແຮງ ໃນອີຣັກ


ກໍາລັງຮັກສາຄວາມປອດໄພອິຣັກ ສໍາຫລວດເບິ່ງບ່ອນເກີດເຫດວາງລະເບີດສະລະຊີບ ທີ່ເມືອງ Ramadi, ວັນທີ 12 ທັນວາ 2010.
ກໍາລັງຮັກສາຄວາມປອດໄພອິຣັກ ສໍາຫລວດເບິ່ງບ່ອນເກີດເຫດວາງລະເບີດສະລະຊີບ ທີ່ເມືອງ Ramadi, ວັນທີ 12 ທັນວາ 2010.

ພວກ​ເຈົ້າໜ້າທີ່ອີຣັກ​ເວົ້າວ່າ ການວາງ​ລະ​ເບີດລົດ​ສະລະ​ຊີບ​ ​ຢູ່ນອກ​ເຂດ​ໂຮງການລັດຖະບານ​ແຫ່ງ​ນຶ່ງ ​ໃນ​ວັນ​ອາທິດ​ມື້ນີ້ ເຮັດ​ໃຫ້​ມີຜູ້​ເສຍ​ຊີວິດ​ ຢ່າງໜ້ອຍ 8 ຄົນ​ ຮວມທັງ​ຕຳຫລວດ 6 ຄົນ.

ອີກ​ 20 ​ກວ່າ​ຄົນ​ໄດ້ຮັບບາດ​ເຈັບ ໃນ​ການໂຈມຕີ​ຢູ່ໃກ້​ໂຮງການ​ຂອງ​ສະພາປົກຄອງແຂວງ​ ໃນ​ເມືອງ Ramadi ຢູ່ທາງກໍ້າ​ຕາ​ເວັນ​ຕົກຂອງ​ນະຄອນຫລວງແບັກ​ແດກ ໄກ​ອອກ​ໄປປະມານ 100 ກິ​ໂລ​ແມັດ. ​ເປັນ​ທີ່​ຄາດ​ກັນ​ວ່າ ຈໍານວນຜູ້​ເສຍ​ຊີວິດ ຈະ​ມີ​ຫລາຍ​ຂຶ້ນ.

ບໍ່​ເທົ່າ​ໃດນາທີຕໍ່ມາ ​ລະ​ເບີດອີກ​ລູກ​ນຶ່ງກໍ​ແຕກ​ຂຶ້ນຢູ່​ໃກ້ໆ​ກັນ​ນັ້ນ.

ແລະ​ຢູ່​ແຫ່ງ​ອື່ນໆອີກນັ້ນ ພວກ​ເຈົ້າໜ້າທີ່ອີຣັກເວົ້າວ່າ ຜູ້ວາງ​ລະ​ເບີດ​ສະລະ​ຊີບອີກ​ຄົນ​ນຶ່ງ ​ໄດ້​ເອົາ​ຊີ​ວີ​ດຢ່າງໜ້ອຍ 2 ຄົນ​ໄປ ຢູ່​ໃນ​ເມືອງ Baquba ທາງ​ພາກ​ເໜືອຂອງອີຣັກ.

XS
SM
MD
LG