ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຕໍາຫຼວດ 4 ຄົນ ເສຍຊີວິດ ໃນການໂຈມຕີ ສະຫຼະຊີບ ຢູ່ ອີຣັກ (ວີດີໂອ)


 ພວກຫົວຮຸນ​ແຮງ 4 ຄົນ ​ທໍາ​ການໂຈມ​ຕີກອງ​ບັນຊາ​ການ ຢູ່​​ທີ່​
ເມືອງ Baiji ​ໃນ​ຕອນ​ເຊົ້າ​ວັນ​ເສົາ​ມື້​ນີ້.
ພວກຫົວຮຸນ​ແຮງ 4 ຄົນ ​ທໍາ​ການໂຈມ​ຕີກອງ​ບັນຊາ​ການ ຢູ່​​ທີ່​ ເມືອງ Baiji ​ໃນ​ຕອນ​ເຊົ້າ​ວັນ​ເສົາ​ມື້​ນີ້.
ບັນດາ​ເຈົ້າ​ໜ້າ​ທີ່ອີຣັກ ກ່າວ​ວ່າ ພວກ​ວາງ​ລະ​ເບີດ​ສະລະ​ຊີ​ບ
​ໄດ້​ໂຈມຕີ​ກອງ​ບັນຊາ​ການ​ຕໍາຫລວດ ທີ່​ຕັ້ງ​ຢູ່​ທາງ​ເໜືອ​ຂອງ
ກຸງ​ Bagdad ​ເຮັດ​ໃຫ້​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ເສຍ​ຊີວິດສີ່​ຄົນ.

​ເຈົ້າ​ໜ້ທີ່​ຮັກສາ​ຄວາມ​ປອດ​ໄພ ​ແລະ​ໂຮງ​ໝໍ ກ່າວ​ວ່າ ພວກ​
ຫົວ ຮຸນ​ແຮງ 4 ຄົນ ໄດ້​ທໍາ​ການ​ໂຈມ​ຕີກອງ​ບັນຊາ​ການ ຢູ່ທີ່​
ເມືອງ Baiji ​ໃນ​ຕອນ​ເຊົ້າ​ວັນ​ເສົາ​ມື້​ນີ້.

ພວກ​ຫົວ​ຮຸນ​ແຮງ​ຄົນ​ນຶ່ງ​ໄດ້​ຖືກ​ຕໍາຫລວດ​ສັງຫານລະຫວ່າງ​
ການຍິງຕໍ່ສູ້​ກັນຢູ່​ນອກ​ກອງ​ບັນຊາ​ການ. ສ່ວນອີກ​ສາມ​ຄົນ​ພາ
ກັນບີບ ​ລະ​ເບີ​ດໃຫ້ແຕກຂຶ້ນ ຢູ່​ຂ້າງ​ໃນ​ກອງ​ບັນຊາ​ການ​ດັ່ງກ່າວ.

ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດ ​ອ້າງ​ເອົາ​ຄວາມ​ຮັບຜິ​ຊອບເທື່ອ ​ໃນການ​ໂຈມ​ຕີທີ່​ເກີດ​ຂື້ນ​ທ່າມກາງ​ຄື້ນຟອງ​ຄວາມ​ຮຸນ​ແຮງ​ຢູ່ໃນທົ່ວ​ປະ​ເທດ.

​ໃນ​ວັນ​ສຸກ​ວານ​ນີ້ ລະ​ເບີດ​ໄດ້​ແຕກ​ຂື້ນ​ຢູ່​ທີ່​ວັດ​ມຸສລິ​ມ ນິກາຍ Sunni ​ແຫ່ງ​ນຶ່ງ ​ໂດຍ​ໄດ້​ສັງ​ຫານ 15 ຄົນ​ຢູ່​ເມືອງ Samara ຕັ້ງ​ຢູ່​ທາງ​ເໜືອ​ຂອງ​ກຸງ Bagdad.

ຄວາມ​ຮຸນແຮງ​ ລ​ະຫວ່າງພວກ​ທີ່​ນັບຖື​ສາສະໜາ​ອິສລາມ ນິກາຍ Sunni ​ແລະ Shi’ite ​ໃນ​
ອີຣັກໄດ້​ເພີ້​ມທະວີຂຶ້ນໃນ​ໄລຍະ​ສອງ​ສາມ​ເດືອນ​ທີ່​ຜ່ານ​ມານີ້. ການ​ໂຈມ​ຕີ​ໄດ້​ພາ​ໃຫ້​ມີຄວາ​ມ ຢ້ານ​ກົວເພີ້ມຂຶ້ນ ກ່ຽວ​ກັບ​ຈະ​ເກີດ​ສົງຄາມທາງ​ດ້ານ​ສາສະໜາ ຢ່າງ​ເຕັມ​ອັດຕາ​.

ສະຫະ​ປະຊາ​ຊາດ ກ່າວ​ວ່າ ຫລາຍ​ກວ່າ 4,000 ຄົນ​ໄດ້ເສຍ​ຊີວິດ ​ລະ​ຫວ່າງ​ເດືອນ​ເມສາຫາ​ເດືອນ​ສິງຫາ ​ປີ​ນີ້.

Iraq
please wait
Embed

No media source currently available

0:00 0:00:38 0:00
XS
SM
MD
LG