ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອີຣັກ ດິ້ນລົນສ້າງກະສິກຳຄືນໃໝ່ ຫລັງຈາກຫລາຍປີ ຂອງຄວາມພິນາດ ແລະຖືກປ່ອຍປະ


Iraq Struggles to Rebuild Agriculture After Years of Devastation, Neglect
please wait

No media source currently available

0:00 0:02:12 0:00

ພວກຊາວນາອີຣັກ ທີ່ພາກັນກັບຄືນບ້ານເຮືອນຫລັງຈາກຂົງເຂດເຂົາເຈົ້າໄດ້ຮັບ​ການປົດປ່ອຍຈາກກຸ່ມລັດອິສລາມ ​ເຂົາ​ເຈົ້າພົບເຫັນວ່າ ທົ່ງນາຂອງ​ເຂົາ​ເຈົ້າ​ໄດ້​ຮັບຄວາມເສຍຫາຍຢ່າງໜັກ ແລະເຄື່ອງຈັກກໍ​ເປ່ເພ. ການ​ທຳລາຍ​ຕໍ່​ເຂດ ທີ່​ສຳຄັນ
​ສຸດທາງ​ດ້ານກະສິກຳຂອງອີຣັກ ​ເຮັດ​ໃຫ້ບັນຫາຄວາມປອດໄພດ້ານອາ ຫານຂອງ
ປະເທດ ຊຶ່ງໄດ້ເລີ້ມຂຶ້ນ​ໃນລະຫວ່າງການປົກຄອງ ຂອງ Saddam Hussein ນັ້ນ
ມີ​ຄວາ​ມຮ້າຍ​ແຮງ​ຂຶ້ນຕື່ມ. ນັກຂ່າວວີໂອເອ Zlatica Hoke ມີລາຍງານກ່ຽວກັບ
ຄວາມພະຍາຍາມທີ່ຈະຟື້ນຟູການ​ກະສິກຳ ຊຶ່ງຄັ້ງນຶ່ງ​ເຄີຍ​ເປັນທີ່ອຸດົມສົມບູນດັ່ງ​
ກິ່ງ​ສະຫວັນ ​ຈະ​ນຳ​ເອົາ​ລາຍ​ລະອຽດ ມາສະ​ເໜີ​ທ່ານ.

Nineveh ໄດ້ເປັນຂົງເຂດປູກຝັງໃຫຍ່ສຸດຂອງອີຣັກ ກ່ອນທີ່​ກຸ່ມລັດອິສລາມ​ເຂົ້າ
ມາ​ຄວບ​ຄຸມ. ​ເຂດ​ດັ່ງກ່າວ​ແມ່ນເປັນທີ່ຮູ້ກັນດີໂດຍສະເພາະເປັນບ່່ອນຜະລິດເຂົ້າ
​ເບ​ລ່ ແລະ​ເຂົ້າ barley. ທົ່ງນາທ້າວ Sami Yuhanna ເຄີຍຜະລິດ​ເຂົ້າເບ​ລ່ 100
ໂຕນຕໍ່ປີ. ແຕ່ວ່ານີ້ເປັນສິ່ງທີ່ລາວໄດ້ພົບເຫັນຫລັງຈາກກັບ ຄືນມາບ້ານເຮືອນ​ແລ້ວ.

ທ້າວ Sami ກ່າວວ່າ “ຂ້າພະເຈົ້າຈະສາມາດສ້າງສາສິ່ງ​ເຫລົ່ານີ້ຄືນ​ໄດ້ຢ່າງ ໃດ?

ຫລັງຈາກເມືອງ Mosul ໄດ້​ແຕກໃນປີ 2014 ​ແລ້ວພວກຫົວຮຸນແຮງໄດ້ຍຶດເອົາ​
ເຂົ້າເບ​ລ່ ຫລາຍກວ່າ 1 ລ້ານໂຕນ ທີ່ເຂົາເຈົ້າພົບເຫັນຢູ່ບ່ອນເກັບມ້ຽນ ຂອງລັດ
ຖະບານແລະຂາຍເຄື່ອງຈັກກະສິກຳທັງ​ໝົດ 40 ເປີເຊັນ. ເວລາເຂົາ ເຈົ້າຖືກຂັບ
ໄລ່ອອກໄປ ເຂົາເຈົ້າໄດ້ທຳລາຍສ່ວນໃຫຍ່ທີ່ເຂົາເຈົ້າບໍ່ສາມາດເອົາໄປນຳໄດ້.

ທ່ານ Aref Hassan ຈາກສະມາຄົມຊາວ​ໄຮ່​ຊາວນາໃນເມືອງ Basheeqa
ກ່າວວ່າ “ສວນໝາກ Olive ຕົກຢູ່ໃນສະພາບທີ່ໜ້າ​ເປັນ​ຫ່ວງ​ທີ່​ສຸດ ຢູ່ໃນສະ
ພາບທີ່ໜ້າ​ເປັນ​ຫ່ວງແທ້ໆ. ຖ້າຫາກທ່ານໄດ້ເຫັນສວນໝາກ Olive ກ່ອນໜ້າ
ກຸ່ມລັດອິສລາມ ແລະຫລັງຈາກພວກ​ເຂົາ ທ່ານຈະສາມາດ​ມອງ​ເຫັນ​ໄດ້​ວ່າ
​ມັນ ເປັນ​ໄພພິບັດ.”

ຍິ່ງໄປກວ່ານັ້ນ ກຸ່ມລັດອິສລາມໄດ້ປະລະເບີດຝັງດິນທີ່ບໍ່ທັນແຕກຝັງ​ຊະຊາຍ
​ຢັ່ງ ຢາຍ​ຢູ່. ພວກຊາວ​ໄຮ່​ຊາວ​ສວນຫວັງວ່າ ອົງການເກັບກູ້ລະເບີດສາກົນຈະ
ຊ່ວຍ ເຂົາເຈົ້າ​ເກັບ​ກູ້​ລະ​ເບີດ​ອອກ.

ທ່ານ Aref Hassan ກ່່າວວ່າ “ເຂດດັ່ງກ່າວນີ້​ແມ່ນເປັນ​ເຂດແນວໜ້າ​ໃນການ ຕໍ່ສູ້ຕ້ານລັດອິສລາມ ແລະມັນເຕັມໄປດ້ວຍລະເບີດຝັງດິນ. ພວກຊາວສວນ ບໍ່ສາມາດກັບຄືນໄປຫາດິນດອນຂອງເຂົາເຈົ້າໄດ້.”

ສູນກາງຄົ້ນຄວ້າກະສິກຳສາກົນໃນເຂດແຫ້ງ​ແລ້ງ ທີ່​ເອີ້ນຫຍໍ້​ວ່າ CARDA
ກຳລັງໃຫ້ການຊ່ວຍຫລືອອີຣັກປູກຕົ້ນໝາກ date ຄືນໃໝ່.

ທ່ານ Abdul Adheem Kadhim ຈາກຫ້ອງຄົ້ນຄວ້າ ​ໃນ​ດ້ານ​ການ​ເພາະ​ປູກ
ກ່າວວ່າ “ຫລັກສູດພື້ນເມືອງ ​ໃນການປູກຕົ້ນໝາກ date ບໍ່ເປັນຫລັກສູດທີ່ດີ
ເລີດ ​ເພື່ອ​ຮັບ​ມື​ກັບການຫລຸດລົງຢ່າງຫລວງຫລາຍຂອງຕົ້ນໝາກ date. ພວກເຮົາໄດ້ຮັບຜົນດີກ່ອນ ໃນວິທີການ​ທີ່​ໃຊ້​ແ​ຊລ​ເພື່ອ​ແຜ່​ພັນ.”

ກ່ອນເກີດສົງຄາມໃນປີ 1980 ກັບອີຣ່ານ ອີຣັກມີຕົ້ນໝາກ date 30 ລ້ານ ​ຕົ້ນແລະຜະລິດໝາກ date ​ໄດ້ນຶ່ງລ້ານໂຕນ​ໃນ​ແຕ່ລະປີ. ມັນໄດ້ຖືກປະປ່ອຍ
ມາເປັນເວລາຫລາຍປີ ພາຍໃຕ້ການປົກຄອງຂອງ Saddam Hussein ຊຶ່ງ​ໄດ້ຕັດຕົ້ນໄມ້ນັ້ນລົງເຄິ່ງນຶ່ງ ແລະຜົນຜະລິດໝາກ date ​ໃນ​ແຕ່ລະປີ​ໄດ້​ຫລຸດ ລົງໜ້ອຍກວ່າເຄິ່ງລ້ານໂຕນ.

ທ່ານ Abdul Adheem ກ່າວວ່າ “ສ່ວນໃຫຍ່ຂອງສວນໝາກ date ໄດ້ຕາຍ
ໝົດກ້ຽງເນື່ອງຈາກເຫດການຢູ່ໃນອີຣັກ ແລະໂດຍສະເພາະຢູ່ເມືອງ Basra ທີ່ໄດ້ນຳພາໄປສູ່ການສູນພັນ ຂອງຕົ້ນໝາກ date ທີ່​ໃຫ້​ຜົນ​ດີ ຫລາຍໆຊະ
ນິດ. ໝາກ date ອີກຫລາຍຊະນິດທີ່​ປູກ​ເພື່ອການຄ້າຂາຍກໍໄດ້ຫາຍ​ສາບ
ສູນໄປເຊັ່ນກັນ."

ຫ້ອງ​ຄົ້ນຄວ້າ​ໃນ​ການ​ປູກ​ຕົ້ນໝາກ date ທີ່​ນະຄອນ​ Basra ສາມາດ​ຜະລິດ
ຕົ້ນ​ໄມ້​ດັ່ງກ່າວ ປະມານ 1,500 ຫາ 2,000 ຕົ້ນ​ໃນ​ແຕ່ລະ​ປີ ​ແລະ​ວາງແຜນ
​ໄວ້​ວ່າ ຈະ​ເພີ້ມການ​ຜະລິດ​ຂຶ້ນຕື່ມ​ອີກ ​ໃນ​ຊຸມ​ປີ​ຕໍ່ໜ້າ.

XS
SM
MD
LG