ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນາຍົກ ອີຣັກ ປະກາດວ່າ ຈະຕໍ່ສູ້ ເພື່ອຍາດເອົາ ຕຳແໜ່ງ ເປັນ ສະໄໝທີ 3 (ວີດີໂອ)


 ນາຍົກລັດຖະມົນຕີອີຣັກ ທ່ານ Nouri al-Maliki (ກາງ) ເຂົ້າຮ່ວມກອງປະຊຸມສະພາແຫ່ງຊາດຄັ້ງທີ 1 ທີ່ນະຄອນຫຼວງ ແບັກແດດ (1 ກໍລະກົດ 2014)
ນາຍົກລັດຖະມົນຕີອີຣັກ ທ່ານ Nouri al-Maliki (ກາງ) ເຂົ້າຮ່ວມກອງປະຊຸມສະພາແຫ່ງຊາດຄັ້ງທີ 1 ທີ່ນະຄອນຫຼວງ ແບັກແດດ (1 ກໍລະກົດ 2014)

ນາຍົກລັດຖະມົນຕີອີຣັກ ທ່ານ Nouri al-Maliki ປະຕິຍານວ່າ
ຈະຕໍ່ສູ້ເພື່ອເຂົ້າຮັບຕຳແໜ່ງເປັນສະໄໝທີ 3 ທັງໆທີ່ໄດ້ມີຄວາມ
ກົດດັນຫຼາຍຂຶ້ນ ໃຫ້ທ່ານລົງຈາກຕຳແໜ່ງດັ່ງກ່າວ.

ໃນຖະແຫຼງການສະບັບນຶ່ງທີ່ມີການອອກອ່ານອອກອາກາດໂດຍ
ຜູ້ປະກາດຂ່າວຂອງໂທລະພາບທາງການອີຣັກ ໃນວັນສຸກວານນີ້
ທ່ານ Maliki ກ່າວວ່າ ທ່ານຈະບໍ່ຍອມຢຸດເຊົາເດັດຂາດ ໃນການ
ສະໝັກ ເຂົ້າກຳຕຳແໜ່ງ ນາຍົກລັດຖະມົນຕີ. ທ່ານປະຕິຍານວ່າ
ຈະຢູ່ໃນຕຳແໜ່ງຕໍ່ໄປ ຈົນກວ່າກຸ່ມອິສລາມຫົວຮຸນແຮງ ທີ່ໄດ້ເຂົ້າ
ຍຶດເອົາສ່ວນໃຫຍ່ຂອງປະເທດແລ້ວນັ້ນ ໄດ້ຮັບການປະລາໄຊ.

ບັນດາພັກ ສາສະໜານິກາຍຊີໄອທ໌ ທີ່ເປັນພັນທະມິດ ຂອງທ່ານ Maliki ໄດ້ຊະນະການ
ເລືອກຕັ້ງສະພາແຫ່ງຊາດໃນເດືອນເມສາຜ່ານມາ. ໃນເວລານັ້ນ ທ່ານແມ່ນເປັນໂຕເກງ
ທີ່ຈະໄດ້ຊະນະຕຳແໜ່ງເປັນສະໄໝທີ 3 ແຕ່ຫຼັງຈາກນັ້ນ ພວກຫົວຮຸນແຮງອິສລາມຊຸນນີ່ ໄດ້ເຂົ້າຍຶດເອົາບໍລິເວນສ່ວນໃຫຍ່ ໃນພາກເໜືອແລະພາກຕາເວັນຕົກຂອງປະເທດ ຊຶ່ງ
ໄດ້ແກ່ດຶງເອົາອີຣັກໃຫ້ກ້າວເຂົ້າສູ່ວິກິດການ.

ສະພາແຫ່ງຊາດອີຣັກໄດ້ປະຊຸມກັນໃນຕົ້ນອາທິດນີ້ ແຕ່ບໍ່ສາມາດຕົກລົງກັນໄດ້ ກ່ຽວກັບ ການແຕ່ງຕັ້ງນາຍົກລັດຖະມົນຕີ ເພື່ອສ້າງຄວາມປຸ້ມລຸມສາມັກຄີ ໃຫ້ແກ່ປະເທດ ທີ່ແບ່ງ ແຍກດ້ວຍຊົນຊາດຊົນເຜົ່າແລະສາສະໜານັ້ນ.

Ayatollah Ali al-Sistani ນັກບວດສາສະໜາຊີໄອທ໌ ທີ່ສຳຄັນສຸດໃນອີຣັກ ກ່າວໃນມື້ ວັນສຸກວານນີ້ວ່າ ຄວາມບໍ່ສາມາດໃນການສ້າງຕັ້ງລັດຖະບານຊຸດໃໝ່ໄດ້ຢ່າງໄວວາຂອງ ສະພາແຫ່ງຊາດນັ້ນ ແມ່ນເປັນຄວາມລົ້ມແຫຼວທີ່ໜ້າເສຍໃຈ.

XS
SM
MD
LG