ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ນາຍົກ ອິຣັກ ສະເໜີຕັດຕຳແໜ່ງ ຮອງປະທານປະເທດ ແລະ ຮອງນາຍົກອອກ


ປະຊາຊົນ ອິຣັກ ຫຼາຍພັນຄົນຕາກແດດລະດູຮ້ອນ ທີ່ເຜົາໄໝ້ເພື່ອຈັດການປະທ້ວງຕໍ່ລັດຖະບານສໍ້ລາດບັງຫຼວງ, ໃນຈະຕຸລັດ Tahrir ນະຄອນຫຼວງ Baghdad, 7 ສິງຫາ, 2015.
ປະຊາຊົນ ອິຣັກ ຫຼາຍພັນຄົນຕາກແດດລະດູຮ້ອນ ທີ່ເຜົາໄໝ້ເພື່ອຈັດການປະທ້ວງຕໍ່ລັດຖະບານສໍ້ລາດບັງຫຼວງ, ໃນຈະຕຸລັດ Tahrir ນະຄອນຫຼວງ Baghdad, 7 ສິງຫາ, 2015.

ນາຍົກລັດຖະມົນຕີ ອິຣັກ ທ່ານ Haider al-Abadi ​ໄດ້​ສະ​ເໜີໃຫ້​ຕັດ​ຫຼາຍ​ຕຳ​ແໜ່​ງຂອງ​ຮອງ​ປະທານາທິບໍດີ ​ແລະ ​ຮອງນາຍົກ ລັດຖະມົນຕີ ​ອັນ​ເປັນສ່ວນ​ໜຶ່ງ​ຂອງ​ການ​ປະຕິ​ຮູບ​ຫຼາຍ​ຄັ້ງ​ເພື່ອ​ຫຼຸດຜ່ອນ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ ພັດທະນາ​ລັດຖະບານໃຫ້​ດີ​ຂຶ້ນ.

ທ່ານ Abadi ​ໄດ້​ປະກາດ​ຂໍ້​ສະ​ເໜີ​ດັ່ງກ່າວ​ໃນ​ວັນ​ອາທິດ​ມື້ນີ້ ລຸນ​ຫຼັງການ​ປະ​ທ້ວງຫຼາຍ​ສັບປະດາ​ ເພື່ອ​ຕໍ່ຕ້ານ​ການ​ບໍລິຫາ​ນ​ໃນ​ທາງ​ທີ່​ບໍ່​ຖືກຕ້ອງ ​ແລະ ການ​ຂາດ​ການ​ບໍລິການ, ລວມທັງ​ການ​ບໍ່​ສະໜອງ​ໄຟຟ້າ​ຢ່າງ​ສະໝ່ຳສະ​ເໝີດ້ວຍ.

​ແຜນການ​ດັ່ງກ່າວ​ໄດ້​ຮຽກ​ຮ້ອງ​ໃຫ້​ຕັດຕໍ່າ​ແໜ່​ງ​ຮອງ​ປະທານາທິບໍດີ ອິຣັກ ສາມ​ຄົນອອກ, ​ເຊິ່ງລວມມີ​ຜູ້​ທີ່ດຳ​ລົງ​ດຳແໜ່​ງກ່ອນ​ທ່ານ Abadi ​ເຊັ່ນ​ທ່ານ Nouri al-Maliki ນຳ​ດ້ວຍ. ​ການ​ເຄື່ອນ​ໄຫວ​ດັ່ງກ່າວຍັງ​ຈະ​ເປັນ​ການ​ສິ້ນ​ສຸດໂຄ​ວຕ້າ​ຂອງ​ພັກ ​ແລະ ສະມາຊິກ​ພັກ ​ເພື່ອ​ເລືອກບັນ​ດາ​ເຈົ້າ​ໜ້າ​ທີ່ ​ແລະ ຫຼຸດ​ຜ່ອນຈຳນວນ​ຜູ້​ຄຸ້ມ​ກັນ​ປະຈຳ​ຕົວລົງ​ນຳ.

​ສະພາອິຣັກ ​ຍັງຈະຕ້ອງ​ໄດ້​ເຫັນດີ​ກັບ​ຂໍ້​ສະ​ເໜີ​ດັ່ງກ່າວ​ເສຍ​ກ່ອນ. ຄະນະ​ລັດຖະມົນຕີ​ໄດ້​ໃຫ້ການ​ສະໜັບ​ສະ​ໜູນ​ຂໍ້ສ​ເໜີ​ດັ່ງກ່າວໃນ​ວັນ​ອາທິດ​ມື້​ນີ້.

Iraq Politics
please wait
Embed

No media source currently available

0:00 0:00:21 0:00

XS
SM
MD
LG