ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກອງກຳລັງ ອີຣັກ ຍຶດໄດ້ຄືນມະຫາວິທະຍາໄລ ໂມຊູລ


ກອງກຳລັງພິເສດ ອີຣັກ ເຄື່ອນກຳລັງເຂົ້າໃນມະຫາວິທະຍາໄລ
ໂມຊູລ ໃນລະຫວ່າງ ການຕໍ່ສູ້ກັບພວກຫົວຮຸນແຮງລັດອິສລາມ
ໃນພາກຕາເວັນອອກຂອງເມືອງ ໂມຊູລ, ອີຣັກ. 14 ມັງກອນ, 2017.
ກອງກຳລັງພິເສດ ອີຣັກ ເຄື່ອນກຳລັງເຂົ້າໃນມະຫາວິທະຍາໄລ ໂມຊູລ ໃນລະຫວ່າງ ການຕໍ່ສູ້ກັບພວກຫົວຮຸນແຮງລັດອິສລາມ ໃນພາກຕາເວັນອອກຂອງເມືອງ ໂມຊູລ, ອີຣັກ. 14 ມັງກອນ, 2017.

ພວກເຈົ້າໜ້າທີ່ກ່າວວ່າ ກຳລັງຂອງ ອີຣັກ ພວມທຳການປ້ອງກັນຢ່າງແໜ້ນໜາ ບໍລິເວນ ມະຫາວິທະຍາໄລ ໂມຊູລ ລຸນຫຼັງການຕໍ່ສູ້ກັບພວກຫົວຮຸນແຮງລັດອິສລາມ.

ນາຍພົນ ມານ ຊາດີ ປະຈຳກຳລັງຕໍ່ຕ້ານລັດທິກໍ່ການຮ້າຍກ່າວຕໍ່ຂ່າວສານ ເອແອັຟພີ ວ່າ “ພວກເຮົາເວົ້າໄດ້ວ່າ ດຽວນີ້ ມະຫາວິທະຍາໄລ ໄດ້ຮັບການປົດປ່ອຍແລ້ວ”. ນາຍພົນ ຊາດີ ເວົ້າຕໍ່ໄປວ່າ ກຳລັງຂອງ ອີຣັກ ຈະຍຶດເອົາຄືນ ເມືອງທາງພາກຕາເວັນອອກທັງໝົດ ພາຍໃນປະມານ “10 ມື້ຂ້າງໜ້ານີ້”.

ກຳລັງຂອງ ອີຣັກ ກ່າວວ່າ ນອກນັ້ນພວກເຂົາເຈົ້າຍັງຮັກສາຄວາມປອດໄພໄວ້ໄດ້ ສຳລັບ ຂົວ 3 ແຫ່ງໃນຈຳນວນທັງໝົດ 5 ແຫ່ງຂອງເມືອງ ໂມຊູລ ນຳ.

ນາຍພົນ ຊາດີ ກ່າວວ່າ ກອງທັບ ອີີຣັກ ຍຶດຄືນໄດ້ປະມານ 85 % ທາງພາກຕາເວັນອອກ ຂອງເມືອງດັ່ງກ່າວ ນັບຕັ້ງແຕ່ກຳລັງປະສົມທີ່ນຳພາໂດຍ ສະຫະລັດ ໄດ້ເລີ່ມຕົ້ນຖະຫຼົ່ມ ເມືອງ ໂມຊູລ ມາຕັ້ງແຕ່ເດືອນທັນວາ.

ແຜນທີ່ ແລະ ທີ່ຕັ້ງຂອງມະຫາວິທະຍາໄລ ໂມຊູລ.
ແຜນທີ່ ແລະ ທີ່ຕັ້ງຂອງມະຫາວິທະຍາໄລ ໂມຊູລ.

ພວກເຈົ້າໜ້າທີ່ກ່າວວ່າ ກຳລັງດັ່ງກ່າວ ບໍ່ໄດ້ຮັບມື ກັບການຕ້ານຢັນຄືນພໍທໍ່ໃດ ເມື່ອສົມ ທຽບໃສ່ກັບໃນເມື່ອກ່ອນ. ໃນພຽງແຕ່ສອງອາທິດຜ່ານມາ ກອງທັບຂອງ ອີຣັກ ຍຶດໄດ້ຄືນ ຫຼາຍເຂດຄຸ້ມ ເວລາບຸກຄືບໜ້າໄປສູ່ແມ່ນໍ້າ ຕີກຣິສ ທີ່ແບ່ງເມືອງ ໂມຊູລ ອອກເປັນສອງ ສ່ວນນັ້ນ. ຮ້ອຍໂທ ເຊນ ອາລ ອາບາດີນ ປະຈຳກຳລັງຮົບໜ່ວຍພິເສດ ກ່າວວ່າ “ເປົ້າ ໝາຍຂອງພວກເຮົາມີພຽງແຕ່ລົດຖິ້ມລະເບີດສີ່ຄັນ ຊຶ່ງແຕ່ກ່ອນ ເຮົາຈະຕ້ອງໄດ້ສູ້ຢັນ ກັບພວກ ໄອຊິສ ເປັນຈຳນວນລົດ 20 ຄັນແຕ່ລະມື້ ແລະ ມາບັດນີ້ ພວກເຂົາກໍບໍ່ມີລົດ ຫຸ້ມເກາະອີກຄືແຕ່ກ່ອນ. ພວກເຂົາພຽງແຕ່ໃຊ້ລົດພົນລະເຮືອນ."

ພວກ ໄອຊີສ ຫົວຮຸນແຮງໄດ້ຄວບຄຸມເມືອງ ໂມຊູລ ມາ ເປັນເວລາປະມານ ສອງປີເຄິ່ງ. ເມືອງ ໂມຊູລ ເປັນເມືອງໃຫຍ່ທີ່ສຸດ ອັນດັບສອງຂອງ ອີຣັກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG