ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກຳລັງຂອງອີຣັກ ຍຶດເອົາເມືອງ Amerli ໃນພາກເໜືອ ໄດ້ຄືນ (ສະໄລດ໌/ວີດີໂອ)


ເດັກນ້ອຍຄົນນຶ່ງ ຖືໝາກປູມເປົ້າ ຢູ່ໃນຄ້າຍອົບພະຍົບແຫ່ງນຶ່ງ ໃນເມືອງ Irbil, 350 ຫຼັກ ຫ່າງຈາກແບກແດດໄປທາງທິດເໜືອ,
ວັນທີ 30 ສິງຫາ 2014.
ເດັກນ້ອຍຄົນນຶ່ງ ຖືໝາກປູມເປົ້າ ຢູ່ໃນຄ້າຍອົບພະຍົບແຫ່ງນຶ່ງ ໃນເມືອງ Irbil, 350 ຫຼັກ ຫ່າງຈາກແບກແດດໄປທາງທິດເໜືອ, ວັນທີ 30 ສິງຫາ 2014.

ບັນດາ​ເຈົ້າ​ໜ້າ​ທີ່​ອີຣັກ ກ່າວ​ວ່າ ພວກ​ກຳລັງ​ຂອງ​ຕົນ​ໄດ້​ບຸ​ກຜ່າ
ການ​ປິດ​ລ້ອມຂອງກຸ່ມ​ຫົວ​ຮຸນ​ແຮງ jihadist ທີ່​ຕໍ່ສູ້​ເພື່ອ​ສາສະ
ໜາ​ນັ້ນ ​ເຂົ້າ​ໄປໃນ​ເມືອງ Amerli ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ
ບ່ອນ​ທີ່​ປະຊາຊົນ​ຫຼາຍ​ພັນ​ຄົນ​ ​ໄດ້​ຕົກ​ຄ້າງ​ຢູ່ມາ​ໄດ້ດົນ​ກວ່າ​ສອງ
​ເດືອນ​ປາຍ​ແລ້ວ ​ໂດຍ​ອາ​ໄສສະບຽງ​ເຂົ້າປາ​ອາ​ຫານ ນ້ຳ​ດື່ມ​ນ້ຳ​
ໃຊ້ ​ແລະ​ຢຸກຢາ​ປົວ​ພະຍາດ​ທີ່​ຫລຸດ​ນ້ອຍ​ຖອຍ​ລົງ​ນັບ​ມື້.

ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ກ່າວ​ວ່າ ສະຫະລັດ​ໄດ້​ທຳ
ການໂຈມ​ຕີ​ທາງອາກາດ​ໃນ​ວັນ​ເສົາ​ວານ​ນີ້ ​ຕໍ່​ພວກ​ຫົວ​ຮຸນ​ແຮງ​
ລັດ​ອິສລາມ​ໃນ​ອີຣັກ ຢູ່​ອ້ອມ​ແອ້ມ​ເມືອງ​ Amerli ນັ້ນ ແລະຖິ້ມ​
ເຄື່ອງ​ຊ່ອຍເຫຼືອ​ດ້ານ​ມະນຸດສະທຳ​ໃຫ້​ແກ່​ພວກປະຊາຊົນ​ ທີ່ຍັງ
​ຕົກ​ຄ້າງ​ຢູ່ໃນ​ເມືອງ.

ພົນ​ເຮືອ​ຕີ John Kirby ​ໂຄສົກ​ປະຈຳ​ທຳນຽບຫ້າ​ແຈ ກ່າວ​ຢູ່​ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ​ວ່າ ​ເຮືອບິນ​ຂອງກອງທັບ​ອາກາດ​ສະຫະລັດໄດ້ຖິ້ມ ເຄື່ອງ​ຊ່ອຍ​ເຫຼືອ​ດັ່ງກ່າວລົງ ຄຽງ​ຂ້າງ
ພວກ​ເຮືອບິນ​ຈາກ​ອອສ​ເຕຣ​ເລຍ ຝຣັ່ງ​ ແລະ​ອັງກິດ.

ນາຍ​ພົນ Kirby ກ່າວ​ອີກວ່າ ກອງທັບ​ສະຫະລັດ ​ໄດ້​ປະສານ​ງານ​ໃນ​ການ​ໂຈມ​ຕີ​ທາງ​ອາ
ກາດ​ຂອງ​ຕົນຕໍ່ຕ້ານ​ພວກ​ກໍ່ການ​ຮ້າຍ​ລັດ​ອິສລາມ​ທີ່ຢູ່​ໃກ້ໆນັ້ນ ​ເພື່ອ​ສະໜັບສະໜຸນ​ການ
ປະຕິບັດງານ​ຊ່ອຍ​ເຫຼືອ​ດ້ານ​ມະນຸ​ດສະ​ທຳ.

ທາງ​ດ້ານອອສ​ເຕຣ​ເລຍ ກໍກ່າວ​ວ່າ ຕົນ​ກຳລັງເຂົ້າ​ຮ່ວມ​ໃນ​ຄວາມ​ພະຍາຍາມ​ຂອງນາໆ
ຊາດ ​ເພື່ອ​ຈັດ​ສົ່ງ​ອາວຸດ​ໃຫ້​ພວກ​ຊາວ​ເຄີດສ໌ ທີ່​ກຳ ລັງ​ທຳ​ການຕໍ່ສູ້​ກັບ​ພວກ​ຫົວ​ຮຸນ​ແຮງ
ລັດ​ອິສລາມ​ນັ້ນ. ນາຍົກລັດຖະມົນຕີອອສ​ເຕຣ​ເລຍ ທ່ານ Tony Abbot ກ່າວ​ໃນ​ວັນ​ອາ
ທິດ​ມື​ນີ້​ວ່າ ສະຖານະ​ການໃນ​ອີຣັກ ​ແມ່ນ​ເປັນ “​ໄພພິບັດ​ດ້ານ​ມະນຸດສະທຳ.” ທ່ານ​ກ່າວ
​ຕໍ່​ໄປ​ວ່າ ອອສເຕຣ​ເລຍ​ຈະ​ສືບ​ຕໍ່​ດຳ​ເນີນ​ງານ ​ກັບ​ພວກ​ປະ​ເທດ​ພາຄີ​ນາໆ​ຊາດ ​ເພື່ອ
“ແກ້​ໄຂ​ການ​ຂົ່ມຂູ່​ດ້ານ​ຄວາມ​ປອດ​ໄພ “ ຈາກ​ພວກ​ຫົວ​ຮຸນ​ແຮງນັ້ນ.

ຫົວໜ້າສືບ​ລັບ​ພາຍ​ໃນ​ປະ​ເທດ​ເຢຍຣະມັນ ກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ພວກ​ຊາວ​ໜຸ່ມ​
ມຸສລິ​ມ​ໄດ້​ຖືກ​ດຶງ​ດູດ​ໄປ​ຫາ ​ພວກ​ນັກ​ຕໍ່ສູ້ລັດ​ອິສລາມ​ໃນອີຣັກ​ແລະ​ຊີ​ເຣຍ ຍ້ອນ​ຄວາມ​ໂຫດຮ້າຍປ່າ​ເຖື່​ອນ ລັດທິ​ຫົວ​ຮຸນ​ແຮງຈັ​ດ​ແລະຄວາມ​ເຂັ້ມ​ງວດ​ຂອງ​ພວກ​ເຂົາ. ທ່ານ Hans-Georg Maassen ກ່າວ​ຕໍ່​ວິທະຍຸ Deutschlandfunk ວ່າ ຢ່າ​ງໜ້ອຍມີ​ຄົນ​ເຢຍຣະມັນ 400 ຄົນ​ ເຂົ້າ​ຮ່ວມ​ກັບ​ພວກ​ນັກ​ຕໍ່ສູ້​ລັດ​ອິສລາມ ​ແລະ​ມີ​ຫຼັກ​ຖານ​ວ່າ ຢ່າງ​
ນ້ອຍ​ມີ 5 ຄົນ​ໄດ້​ທຳ​ການ​ໂຈມ​ຕີ​ສະລະ​ຊີບ​ ໃຫ້ພວກກະບົດນັ້ນ.

​ໃນ​ວັນ​ອາທິດ​ມື້​ນີ້ ລັດຖະບານ​ເຢຍຣະມັນມີ​ກຳນົດ​ຈະ​ທຳ​ການ​ຕັດສິນ​ໃຈ​ວ່າ ຈະ​ສົ່ງ​ການ
ຊ່ອຍ​ເຫຼືອ​ທາງ​ທະຫານ​ ​ໄປໃຫ້​ແກ່​ກຳລັງ​ຊາວ​ເຄີ​ດສ໌ ທີ່​ພວມ​ຕໍ່ສູ້​ກັບ ພວກ​ລັດ​ອິສລາມ
​ໃນ​ອີຣັກນັ້ນ​ຫຼື​ບໍ?

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່າ​ນ John Kerry ກ່າວວ່າ ວໍ​ຊິງ​ຕັນ​ຈະ​ໃຊ້​
ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ​ເນ​ໂຕ​ທີ່​ຈະ​ມີຂຶ້ນ​ນີ້ ​ເພື່ອ​ຊຸກຍູ້ໃຫ້​ມີ​ຫຼາຍ​ປະ​ເທດ​ເຂົ້າ​ຮ່ວມ​ກັນ
​ເພື່ອ​ຕໍ່ສູ້​ກັບ​ພວກ​ຫົວ​ຮຸນ​ແຮງ​ອິສລາມນິກາຍ​ຊຸນ​ນີນັ້ນ.

iraq31august14
please wait
Embed

No media source currently available

0:00 0:00:30 0:00

XS
SM
MD
LG