ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

27 ຄົນເສຍຊີວິດ ຍ້ອນເຫດລະເບີດຫລາຍບັ້ນ ໃນແບກແດດ (​ເບິ່ງ​ສະ​ໄລ​ດ໌)


ຊາວອີຣັກຫລຽວເຂົ້າໄປເບິ່ງໃນລົດເມ ທີ່ໄດ້ຖືກສະເກັດລະເບີດລູກນຶ່ງຢູ່ລົດຈັກຄັນນຶ່ງແຕກໃສ່ ຢູ່ໃກ້ກັບບ່ອນທີ່
ກໍາມະກອນກຸ່ມນຶ່ງໄປໂຮມກັນຢູ່ເພື່ອລໍຖ້າລົດຮັບການໄປເຮັດວຽກ ຢູ່ໃນເຂດອາໃສຂອງພວກນັບຖືສາສະໜາ
ອິສລາມນິກາຍ Shi’ite ໃນເມືອງ Sadr ໃນວັນທີ 5 ມັງກອນ, 2012.
ຊາວອີຣັກຫລຽວເຂົ້າໄປເບິ່ງໃນລົດເມ ທີ່ໄດ້ຖືກສະເກັດລະເບີດລູກນຶ່ງຢູ່ລົດຈັກຄັນນຶ່ງແຕກໃສ່ ຢູ່ໃກ້ກັບບ່ອນທີ່ ກໍາມະກອນກຸ່ມນຶ່ງໄປໂຮມກັນຢູ່ເພື່ອລໍຖ້າລົດຮັບການໄປເຮັດວຽກ ຢູ່ໃນເຂດອາໃສຂອງພວກນັບຖືສາສະໜາ ອິສລາມນິກາຍ Shi’ite ໃນເມືອງ Sadr ໃນວັນທີ 5 ມັງກອນ, 2012.

ເຈົ້າໜ້າທີ່ອີຣັກເວົ້າວ່າ ​ໄດ້​ເກີດ​ເຫດລະເບີດຫລາຍຄັ້ງຢູ່ເຂດ ທີ່ພວກນັບຖືສາສະໜາອິສ
ລາມນິກາຍ Shi’ite ອາໃສຢູ່ໃນນະຄອນຫລວງແບກແດດ ຊຶ່ງສົ່ງ​ຜົນໃຫ້ 27 ຄົນເສຍຊີ
ວິດ ແລະອີກ 60 ຄົນໄດ້ຮັບບາດເຈັບ.

ເຫດລະເບີດແຕກໃນວັນພະຫັດມື້ນີ້ ທໍາອິດ​ແມ່ນ​ເກີດ​ຂຶ້ນ​ໃນເຂດຄຸ້ມທາງເໜືອຂອງເມືອງ
Sadr. ພວກເຈົ້າໜ້າທີ່ເວົ້າວ່າ ລະເບີດໜ່ວຍນຶ່ງທີ່ຫ້າງໃສ່ລົດຈັກ ຄັນນຶ່ງ ແຕກຂຶ້ນໃກ້ກັບ ບ່ອນທີ່ກໍາມະກອນກຸ່ມນຶ່ງໄປໂຮມກັນຢູ່ເພື່ອຊອກຫາວຽກເຮັດ ຕິດຕາມໄປດ້ວຍລະເບີດ
ແຄ​ມທາງອີກ​ລູກ​ນຶ່ງ ໃນເວລາບໍ່ພໍເທົ່າໃດຕໍ່​ມາ ຊຶ່ງເຫດລະເບີດສອງ​ຄັ້ງ​ນີ້ ໄດ້ເຮັດໃຫ້
12 ຄົນເສຍຊີວິດ.

ຈາກນັ້ນ ຢູ່ໃນເມືອງ Kazimiyah ຊຶ່ງເປັນອີກເຂດນຶ່ງ​ຂອງພວກນັບຖືນິກາຍ Shi’ite
ໃນນະຄອນຫລວງແບກແດດ ລະເບີດທີ່​ຫ້າ​ງ​ໄວ້​ໃນລົດສອງຄັນ ໄດ້ເຮັດໃຫ້ 15 ຄົນ ເສຍຊີວິດ.

ການກໍ່ຄວາມຮຸນແຮງໃນວັນພະຫັດມື້ນີ້ ໄດ້ມີຂຶ້ນໃນ 2 ອາທິດ ລຸນຫລັງເຫດລະເບີດ
ຫລາຍງວດຕິດຕໍ່ກັນ ທີ່ໄດ້ເຮັດໃຫ້ຢ່າງ​ນ້ອຍ 69 ຄົນເສຍຊີວິດ ຢູ່ທົ່ວນະຄອນຫລວງ.
ການໂຈມຕີດັ່ງກ່າວເກີດຂຶ້ນ ພາຍຫລັງການຖອນ ​ ທະຫານຂອງສະຫະລັດອອກ​ໄປ ທ່າມກາງຄວາມເຄັ່ງຕຶງທາງການເມືອງ ທີ່ເພີ້ມທະວີຂຶ້ນ ຢູ່ໃນອີຣັກ.

XS
SM
MD
LG