ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

5 ຄົນຕາຍ ໃນການໂຈມຕີ ສູນຜູ້ລີ້ໄພ ອີຣ່ານ ໃນອີຣັກ


 ສະມາຊິກຂອງກຸ່ມ Mujahedeen-e-Khalq ຢູ່ໃນສູນອົບພະຍົບ ອິດສະລະພາບ ໃກ້ໆນະຄອນຫຼວງແບັກແດັດ (11 ກັນຍາ 2012)
ສະມາຊິກຂອງກຸ່ມ Mujahedeen-e-Khalq ຢູ່ໃນສູນອົບພະຍົບ ອິດສະລະພາບ ໃກ້ໆນະຄອນຫຼວງແບັກແດັດ (11 ກັນຍາ 2012)
ເຈົ້າໜ້າທີ່ອີຣັກກ່າວວ່າ ພວກໂຈມຕີໄດ້ຍິງຈະຫຼວດໃສ່ສູນແຫ່ງນຶ່ງ ທີ່ເປັນບ່ອນພັກພາອາໄສຂອງພວກວຄັດຄ້ານລັດຖະບານອີຣ່ານ ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 5 ຄົນ ແລະໄດ້ຮັບບາດເຈັບອີກ
ປະມານ 40 ຄົນ.

ຍັງບໍ່ທັນມີກຸ່ມໃດ ອ້າງເອົາຄວາມຮັບຜິດຊອບເທື່ອ ກ່ຽວກັບການ
ໂຈມຕີ ສູນອິດສະລະພາບທີ່ຕັ້ງຢູ່ໃກ້ໆນະຄອນຫລວງແບັກແດັດ ໃນວັນເສົາມື້ນີ້.

ສູນດັ່ງກ່າວນີ້ ເປັນບ່ອນພັກພາອາໄສ ຂອງສະມາຊິກພັກປະຊາ
ຊົນ Mujahedin-e Khalq ທີ່ເອີ້ນຫຍໍ້ວ່າ MEK.

ກຸ່ມ MEK ໄດ້ຖືກສ້າງຕັ້ງຂຶ້ນໃນຊຸມປີ 1960 ເພື່ອຕໍ່ຕ້ານພະເຈົ້າ
ຊາແຫ່ງອີຣ່ານທີ່ໄດ້ຮັບການໜຸນຫຼັງຈາກສະຫະລັດ ແຕ່ໄດ້ລຸກຂຶ້ນຈັບອາວຸດອີກຄັ້ງນຶ່ງເພື່ອ ຕໍ່ຕ້ານພວກນັກສອນສາສະໜາ ທີ່ເຂົ້າປົກຄອງປະເທດໃໝ່ ຫຼັງຈາກໄດ້ມີການປະຕິວັດສາ ສະໜາອິສລາມໃນປີ 1979.

ກຸ່ມດັ່ງກ່າວນີ້ເຄີຍມີຊື່ຢູ່ໃນບັນຊີພວກກໍ່ການຮ້າຍຂອງສະຫະລັດ ອັງກິດ ແລະສະຫະພາບ ຢູໂຣບ ແຕ່ຫຼັງຈາກນັ້ນໄດ້ມີການລຶບຊື່ອອກ.

ສະຫະລັດກ່າວໃນປີກາຍນີ້ຫຼັງຈາກລຶບຊື່ກຸ່ມ MEK ອອກວ່າ ຕົນຍັງສືບຕໍ່ມີຄວາມວິຕົກກັງ ວົນຢ່າງໃຫຍ່ຫຼວງ ກ່ຽວກັບອົງການດັ່ງກ່າວ ໂດຍສະເພາະແລ້ວ ແມ່ນການກ່າວຫາທີ່ວ່າ ມີ ການລ່ວງລະເມີດຫຼືປະຕິບັດແບບບໍ່ຖືກບໍ່ຕ້ອງຕໍ່ສະມາຊິກຂອງຕົນ.
XS
SM
MD
LG