ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການສືບສວນ ກ່ຽວກັບອີຣັກ ພົບເຫັນວ່າ ທ່ານ Tony Blair ເວົ້າເຖິງໄພຂົ່ມຂູ່ ເກີນຄວາມຈິງ


British Inquiry on Iraq Finds Blair Overstated Threat Posed by Saddam
please wait

No media source currently available

0:00 0:02:46 0:00

British Inquiry on Iraq Finds Blair Overstated Threat Posed by Saddam

ອະດີດນາຍົກລັດຖະມົນຕີອັງກິດ ທ່ານ Tony Blair ໄດ້​ກ່າວເຖິງ​ໄພຂົ່ມຂູ່ຂອງ Saddam Hussein ​ເກີນ​ຄວາມ​ເປັນ​ຈິງ ກ່ອນ​ໜ້າການ​ຮຸກຮານ​ອີຣັກ ໃນປີ 2003 ນັ້ນແມ່ນການລົງ ຄວາມເຫັນ ຂອງການ​ສືບ ສວນຢ່າງ​ເປັນ​ທາງ​ການ ​ໂດຍເຈົ້າໜ້າທີ່ອັງກິດຄົນນຶ່ງ ​ໃນການ ເຂົ້າຮ່ວມສົງຄາມ. ລາຍງານກ່າວວ່າ ການສືບລັບກ່ຽວກັບອາວຸດ ທີ່​ມີ​ອະນຸ​ພາບຮ້າຍແຮງຂອງປະທານາທິບໍດິອີຣັກ ບໍ່ໄດ້​ໃຫ້ການ​ສະໜັບສະໜູນ​ຕໍ່ ການເອົາມາດຕະການທາງທະຫານ ແລະຍັງມີ​ ຄຳຖາມກ່ຽວ​ກັບພື້ນຖານ ດ້ານກົດໝາຍຂອງການຂັດແຍ້ງ ທີ່​ໄດ້​ກໍ່​ໃຫ້​ເກີດ​ຄື້ນຟື້ນການ​ນອງ​ເລືອດ ​ລະຫວ່າງ​ກຸ່ມ​ສາສະໜາ ທີ່ຍັງມີຄວາມຮູ້ສຶກຢູ່ທົ່ວຂົງ ເຂດມາ​ຈົນ​ຮອດ​ທຸກ​ມື້ນີ້. Henry Ridwell ມີລາຍງານຈາກລອນດອນ ຊຶ່ງ ກິ່ງສະຫວັນ ຈະນຳມາສະເໜີທ່ານ.

ອັງກິດ ໄດ້ຫລິ້ນບົດບາດອັນສຳຄັນ ໃນການ​ໃຫ້​ຄວາມ​ສະໜັບ​ສະໜູ​ນ ​ແກ່ທ່ານ George W. Bush ຊຶ່ງເປັນປະທານາທິບໍດີສະຫະລັດ ໃນເວລານັ້ນໃນການເອົາ ບາດກ້າວທາງ ທະຫານຕໍ່ Saddam Hussein ໂດຍອ້າງວ່າ ຜູ້ນຳອີຣັກໄດ້​ເກັບ​ສະ​ສົມອາວຸດເຄມີ ແລະ ອາວຸດ​ເຊື້ອ​ໂຣກ ທັງໆ​ທີ່​ອາວຸດ​ເຫລົ່ານີ້ແມ່ນວ່າບໍ່ເຄີຍ ໄດ້ພົບເຫັນ​ເລີຍ.

ການສືບສວນກ່ຽວ​ກັບ​ການທີ່​ອັງກິດ​ເຂົ້າຮ່ວ​ມສົງຄາມ ຢູ່ໃນອີຣັກ​ແມ່ນນຳພາ ໂດຍອະດາ ຂ້າຣາຊະການພົນລະເຮືອນຂັ້ນສູງທ່ານ JohnChilcot ໄດ້​ໃຊ້ເວລາ ຢູ່ເຈັດປີ​ຈຶ່ງ​ມີ​ການເຜີຍແຜ່. ລາຍ​ງານ​ນີ້​ແມ່ນ​ມີ​ຄຳ​ເວົ້າຢູ່ 2 ລ້ານ 6 ແສນຄຳ ​ແລະຜົນ​ການ​ສະຫລຸບ​ແມ່ນເປັນທີ່ໜ້າປະນາມ.

ທ່ານ Chilcot ກ່າວວ່າ“ອັງກິດໄດ້ເລືອກເອົາການຮຸກຮານອີຣັກ ກ່ອນທາງ​ເລືອກ​ ເພື່ອ ປົດອາວຸດແບບສັນຕິໝົດ​ເວລາ​ລົງ. ການປະຕິບັດງານທາງ ທະຫານ​ໃນເວລານັ້ນບໍ່ ໄດ້ເປັນທາງເລືອກອັນສຸດທ້າຍ.”

ຢູ່ໃນບັນທຶກລັບສະບັບນຶ່ງນັ້ນ ນາຍົກລັດຖະມົນຕີ Blair ໄດ້ກ່າວຕໍ່ຄູ່ຕຳແໜ່ງ ຝ່າຍອາ ເມຣິກັນວ່າ ທີ່ຈະຢູ່ກັບຝ່າຍ​ອ​າ​ເມຣິກັນ ບໍ່​ວ່າ​ໃນ​ກໍລະນີ​ໃດແປດ ເດືອນກ່ອນການຮຸກ ຮານ​ເລີ້ມຂຶ້ນ.

ໃນການຖະ​ແຫຼງຕອບ ທີ່​ໃຊ້ເວລາ​ເຖິງສອງຊົ່ວໂມງ ໃນວັນພຸດອາທິດແລ້ວນີ້ ທ່ານ Blair ໄດ້ຢືນ​ຢັດວ່າ ບໍ່​ໄດ້ມີ​ຄວາມຮີບຮ້ອນ​ເພື່ອ​ກ້າວ​ເຂົ້າສູ່ສົງຄາມ​ແຕ່​ຢ່າງ​ໃດ​ເລີຍ.

ທ່ານ Tony Blair ອະດີດນາຍົກລັດຖະມົນຕີ ກ່າວວ່າ ພຽງນຶ່ງປີກວ່າໆ ຈາກວັນທີ 11 ເດືອນກັນຍາ. ໃນທ້າຍປີ 2002 ຕົ້ນປີ 2003 ​ເຮົາເຫັນຂໍ້​ມູນສືບລັບ​ເພີ້ມຂຶ້ນກ່ຽວກັບ
ອາວຸດ ທີ່​ມີ​ອະນຸ​ພາບຮ້າຍແຮງ ​ເຮົາປະຕິບັດ​ດັ່ງກ່າວ ໃນການປ່ຽນແປງ​ເນື້ອ​ເລື້​ອງກ່ຽວ​
ກັບ​ການໄດ້ຮັບບາດເຈັບລົ້ມຕາຍຢ່າງຫລວງຫລາຍ ທີ່​ເກີດຈາກການ​ກໍ່​ການ​ຮ້າຍ​ແບບ​ໃໝ່​ ​ແລະເປັນ​ພິດຮ້າຍ​ແຮງ.

ອະດີດນາຍົກລັດຖະມົນຕີອັງກິດ ໄດ້ຂໍຂະມາໂທດຕໍ່ບັນດາຄອບຄົວທະຫານ ອັງກິດ ແລະບັນດາແມ່ຍິງທີ່ໄດ້ສູນເສຍຊີວິດ​ເຂົາ​ເຈົ້າ ​ແລະ​ຊາວອີຣັກຫລາຍໆ ພັນຄົນໄດ້ເສຍ ຊີວິດລະຫວ່າງສົງຄາມແລະຫລັງຈາກນັ້ນ. ແຕ່ທ່ານໄດ້ປະຕິເສດ ທີ່ຈະກ່າວວ່າ ທ່ານ
ໄດ້ຕັດສິນ​ໃຈຜິດພາດ.

ທ່ານ Malcolm Chalmers ຈາກ​ສະ​ຖາ​ບັນຄວາມ​ໝັ້ນຄົງແລະ​ປ້ອງ​ກັນ​ປະ​ເທດ​ຂອງ​ອັງກິດກ່າວ​ວ່າ “ແ່ມ່ນຫຍັງ​ໄດ້​ປ່ຽນ​ແປງ ບໍ່ມີ​ຫຍັງ​ໝົດເກີດ​ຂຶ້ນ​ຢູ່​ໃນ​ອີຣັກ ມັນ​ແມ່ນວັນ ​ທີ 11 ​ເດືອນ​ກັນຍາ ​ແລະ​ອັຟກາ​ນິສຖານ. ​ແລະ​ນັ້ນ​ ຄື​ສິ່ງ​ທີ່​ນຳພາ ໃຫ້ຊາວ​ອາ​ເມຣິກັນ​ ຊຸກຍູ້​ໃຫ້​ມີການ​ຮຸກ​ຮານ​ອີ ຣັກ. ​ແຕ່​ຄວາມຈິງ​ແລ້ວລາຍ​ງານ​ມີ​ຂໍ້​ມູນ​ທີ່ໂຕ້​ແຍ້​ງ​ກັນ. ການ​ລົງ​ໂທດ​ທີ່​ໄດ້​ວາງ​ໄວ້​ແລ້ວ​ເພື່ອ​ຢຸດ​ຢັ້ງບໍ່​ໃຫ້ Sadam ​ໄດ້​ຮັບ​ອາວຸດ​ທີ່ມີ​ອະນຸ​ພາບ​ຮ້າຍ​ແຮງ ບໍ່​ໄດ້​ເປັນ​ທີ່​ດີ​ສຸດ ​ແຕ່​ກໍ​ເຮັດ​ວຽກຢ່າງ​ໄດ້ຜົນ ​ແລະ​ອາດ​ຈະ​ໃຫ້ເວລາ​ເພີ້ມ​ຂຶ້ນ."

ຢູ່​ຂ້າງ​ນອກ ບັນດາ​ຍາດຕິ​ພີ່ນ້ອງ​ຂອງພວກ​ທະຫານ​ທີ່​ໄດ້​ເສຍ​ຊີວິດ ​ໄດ້​ພາກັນ​ຟັງ​ຫລັກ​ຖານ.

ນາງ Sarah O’Connor ນ້ອງ​ສາວຂອງ​ທະຫານ​ອັງກິດ ທີ່​ເສຍ​ຊີວິດ​ຢູ່​ໃນ​ອີຣັກ ກ່າວ​ວ່າ “ການ​ປົວ​ແປງ​ເພື່ອ​ຮຳບາດ​ແຜ​ທີ່​ຂ້າພະ​ເຈົ້າຄິດ​ວ່າ ຂ້າພະ​ເຈົ້າ​ໄດ້​ເລີ້ມ​ພົບ​ເຫັນສັນຕິ ພາບ​ດັ່ງກ່າວ ຂ້າພະ​ເຈົ້າ​ໄດ້​ເລີ້ມ​ພົບ​ເຫັນ ຫລັງ​ຈາກ​ສິບ​ເອັດ​ປີ​ເຄິ່ງ ຂ້າພະ​ເຈົ້າ​ໄດ້​ກັບ​ຄືນ​ໄປ​ສູ່​ເວລາ​ນັ້ນ ​ເວລາ​ຂ້າພະ​ເຈົ້າ​ໄດ້​ຍິນຄຳ​ເວົ້າ​ເຫຼົ່າ​ນັ້ນເປັນ​ເທື່ອ​ທຳ​ອິດວ່າທ່່ານ Bob O’Connor ​ໄດ້ຫາຍ​ສາບ​ສູນຢູ່ໃນ​ສົງຄາມ​ໂດຍສັນນິຖານ​ວ່າຜູ້ກ່ຽວເສຍ​ຊີວິດ​ແລ້ວ.”

​ແລະ​ຄວາມທຸກ​ທໍລະມານ​ຍັງ​ດຳ​ເນີນ​ຢູ່ຕໍ່​ມາ​ໃນ​ອີຣັກ

ຫລາຍ​ຮ້ອຍ​ພັນ​ຄົນ​ໄດ້​ເສຍ​ຊີວິດ​ ໃນ​ຄວາມຮຸນ​ແຮງ​ທາງ​ດ້ານ​ສາສະໜາ ນັບ​ແຕ່​ສະຫະ
ລັດ​ໄດ້​ນຳພາ​ການ​ຮຸກ​ຮານ. ນຶ່ງ​ໃນການ​ໂຈມ​ຕີ​ທີ່​ຮ້າຍ​ແຮງສຸດ​ແມ່ນ​ໄດ້​ເກີດ​ຂຶ້ນໃນ​ອາທິດ​ແລ້ວ​ນີ້ ​ເວ​ລາ​ຜູ້​ວາງ​ລະ​ເບີດ​ສະຫລະ​ຊີບ​ໄດ້​ສັງຫານ 250 ຄົນ​ຢູ່​ໃນ​ນະຄອນ Bagdad.

ການ​ສືບສວນ​ຂອງ​ທ່ານ Chilcot ອາດ​ຈະ​ເປັນ​ຂີດ​ໝາຍ ໃນ​ການ​ປິດ​ສາກລົງ​ຂອງ​ບົດ​ຕອນ​ທີ່ມືດ​ມົນຂອງການເມືອງ​ອັງກິດ. ຢູ່​ໃນ​ອີຣັກ ຜົນທີ່ຕິດຕາມມາ​ຢ່າງຮ້າຍ​ແຮງ ຍັງ​
ກຳລັງ​ບັນທຶກ​ກັນ​ຢູ່ຕໍ່​ໄປ.

XS
SM
MD
LG