ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກອງກຳລັງອີຣັກ ທີ່ໜູນຫຼັງໂດຍ ກຳລັງຊາວເຄີດ ບຸກໂຈມຕີ ຫຼາຍບ້ານ ໃກ້ເມືອງ Mosul


Iraq Offensive
please wait
Embed

No media source currently available

0:00 0:00:54 0:00

ກອງກຳລັງຂອງອີຣັກ ທີ່ໜູນຫຼັງໂດຍ ພວກນັກລົບຊາວເຄີດ
ໄດ້ເລີ້ມ ບຸກໂຈມຕີຫລາຍ​ບ້ານ ທີ່ພວກລັດອິສລາມຍຶດຄອງ
ຢູ່ທາງພາກຕາເວັນອອກສຽງໃຕ້ຂອງເມືອງ Mosul.

ນາຍພົນ Hussein Nooraldin ຈາກກຳລັງ Peshmerga
ຂອງ​ຊາວ​ເຄີ​ດ ໄດ້ກ່າວຕໍ່ວີໂອເອວ່າ ກຳລັງອີຣັກ ສອງກອງພັນ
ທີ່ມາຈາກກອງພົນທີ 15 ຊຶ່ງໄດ້ຮັບການເຝິກແອບໂດຍສະຫະລັດ
ຂອງອີຣັກ ໄດ້ນຳພາການສູ້ລົບ.

ນອກ​ນັ້ນຍັງມີພວກສະມາຊິກ ຂອງກຳລັງຊົນເຜົ່າ Sunni ເຂົ້າ
ຮ່ວມນຳ ຊຶ່ງບັນດາ ຜູ້ບັນຊາການກຳລັງ Peshmerga ໄດ້ກ່າວ
ວ່າ ແມ່ນມີຄວາມສຳຄັນຫຼາຍ ໃນການທີ່ຈະຄຸ້ມຄອງພື້ນທີ່ ຂອງຊາວຊຸນນີ ທີ່​ເຄີຍ​ມີມາ
ຕັ້ງແຕ່ດັ່ງເດີມນັ້ນ.

ແຜນທີ່ ເຂດພື້ນທີ່ ຂອງເມືອງ Mosul.
ແຜນທີ່ ເຂດພື້ນທີ່ ຂອງເມືອງ Mosul.

ນາຍພົນ Nooraldin ໄດ້ກ່າວວ່າ “ພວກເຂົາເຈົ້າພະຍາຍາມ ຈະກວດລ້າງພື້ນທີ່ດັ່ງ
ກ່າວ ເພາະວ່າມັນມີຄວາມສຳຄັນ”
ຊຶ່ງທ່ານອະທິບາຍວ່າ ມັນຮວມທັງເສັ້ນທາງສາຍນຶ່ງ
ທີ່​ເນັ່ງ​ແຕ່ ເມືອງ Mosul ​ໄປ​ຫາ ເມືອງ Kirkuk ທີ່​ຕັ້ງຢູ່​ທາງ​ກ້ຳ​ຕາ​ເວັນ​ອອກ ພ້ອມກັນກັບ ຂົວຂ້າມແມ່ນ້ຳ Tigris ນຳດ້ວຍ.

ການບຸກໂຈມຕີ ເລີ້ມຂຶ້ນ ຈາກເມືອງ Makhmour ບ່ອນທີ່ທະຫານນາວິກະໂຍທິນ ສະຫະ
ລັດຄົນນຶ່ງ ຖືກຂ້າຕາຍເມື່ອບໍ່ດົນມານີ້ໂດຍການໂຈມຕີດ້ວຍຈະຫຼວດຂອງພວກກຸ່ມ​ລັດ
ອິສລາມ. ກອງກຳລັງຂອງອີຣັກ ໄດ້ເຕົ້າໂຮມກັນຢູ່ໃນພື້ນທີ່ດັ່ງກ່າວ ໃນລະຫວ່າງສອງ
ສາມອາທິດຜ່ານ ມານີ້. ເມືອງ Makhmour ເປັນຈຸດນຶ່ງ ຂອງການ​ໂຮມ​ຊຸມນຸມ​ກຳລັງ
ສຳລັບການບຸກ​ໂຈມ​ຕີເມືອງ Mosul ຊຶ່ງຄາດກັນວ່າ​ຈະ​ມີ​ຂຶ້ນ​ໃນ​ອີກ​ບໍ່ ດົນ​ນີ້.

ນາຍພົນທ່ານ​ນີ້ ຜູ້ທີ່ມີຫ້ອງການຕັ້ງຢູ່ທາງພາກຕາເວັນອອກສຽງເໜືອ ຂອງ Mosul ໄດ້
ກ່າວວ່າ ກຳລັງ Peshmerga ມີສ່ວນກ່ຽວພັນ ໃນ “ບົດບາດຂອງການສະໜັບສະໜູນ.”

ລາຍງານຂ່າວຈາກທ້ອງຖິ່ນ ​ແຈ້ງວ່າ ການໂຈມຕີທາງອາກາດ ຫຼາຍຖ້ຽວຂອງ​ພວກ​ແນວ​
ໂຮມ ​ໄດ້​ມີ​ຂຶ້ນຕໍ່​ໝູ່ບ້ານ​ເຫລົ່ານີ້.

Iraq Forces, Backed by Peshmerga, Move on Mosul Villages
please wait

No media source currently available

0:00 0:00:40 0:00

XS
SM
MD
LG