ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອີຣັກ ປະຫານຊີວິດ ພວກນັກໂທດ ກໍ່ການຮ້າຍ 42 ຄົນ


ພວກນັກໂທດ ທີ່ສົງໄສວ່າ ເປັນສະມາຊິກ ຂອງເຄືອຂ່າຍ ກຸ່ມກໍ່ການຮ້າຍ ອາລກາອີດາ ທີ່ພະແນກປາບປາມ ພວກໍ່ການຮ້າຍແລະອາຊະຍາກຳ ທີ່ນະຄອນຫຼວງແບັກແດດ ປະເທດອີຣັກ (2 ທັນວາ 2010)
ພວກນັກໂທດ ທີ່ສົງໄສວ່າ ເປັນສະມາຊິກ ຂອງເຄືອຂ່າຍ ກຸ່ມກໍ່ການຮ້າຍ ອາລກາອີດາ ທີ່ພະແນກປາບປາມ ພວກໍ່ການຮ້າຍແລະອາຊະຍາກຳ ທີ່ນະຄອນຫຼວງແບັກແດດ ປະເທດອີຣັກ (2 ທັນວາ 2010)
ອີຣັກກ່າວວ່າ ຕົນໄດ້ປະຫານຊີວິດ ພວກນັກໂທດທີ່ມີຄວາມຜິດ
ກໍ່ການຮ້າຍ 42 ຄົນໃນອາທິດນີ້ໂດຍໄດ້ປະຕິເສດບໍ່ຍອມຮັບຟັງ
ການຮ້ອງຮຽນຂອງນາໆຊາດທີ່ພວມເພີ້ມທະວີຂຶ້ນເພື່ອໃຫ້ອີຣັກ ຍຸຕິການນຳໃຊ້ໂທດປະຫານຊີວິດ ໃນຂອບເຂດທີ່ກວ້າງຂວາງ.

ກະຊວງຍຸຕິທຳຂອງອີຣັກໄດ້ປະກາດກ່ຽວກັບການປະຫານຊີວິດ
ໃນວັນພະຫັດວານນີ້ຢູ່ໃນເວັບໄຊຂອງຕົນຢູ່ກ້ອງຮູບບ້ວງແຂວນ
ຄໍ ທີ່ມີເບື້ອງຫລັງ ເປັນສີດຳ. ເວັບໄຊເວົ້າວ່າ ການປະຫານຊີວິດ
ພວກທີ່ສັງຫານໝູ່ແລະການກະທຳທີ່ເປັນການກໍ່ການຮ້າຍອື່ນໆ
ແມ່ນຮວມທັງ ແມ່ຍິງຄົນນຶ່ງ. ນອກນັ້ນແລ້ວ ເວັບໄຊດັ່ງກ່າວ ຍັງ
ເວົ້າວ່າ ພວກທີ່ຖືກປະຫານຊີວິດທັງໝົດ ແມ່ນຖືກພົບເຫັນວ່າ ມີຄວາມຜິດກ່ຽວກັບການ
ກໍ່ການຮ້າຍ.

ຖະແຫຼງການ ຂອງກະຊວງຍຸຕິທຳອີຣັກ ບໍ່ໄດ້ລະບຸຢ່າງສະເພາະເຈາະຈົງ ກ່ຽວກັບວັນເວ
ລາ ຂອງການປະຫານຊີວິດ ແຕ່ຮອງຫົວໜ້າຄະນະປະຕິບັດງານ ຂອງອົງການສະຫະປະ
ຊາຊາດໃນອີຣັກກ່າວວ່າ ມີຂຶ້ນໃນມື້ວັນອັງຄານແລະວັນພຸດຜ່ານມານີ້.

ນອກນັ້ນແລ້ວກະຊວງຍຸຕິທຳອີຣັກຍັງເວົ້າວ່າ ກິດຈະກຳຂອງພວກຄົນຮ້າຍເຫຼົ່ານີ້ໄດ້ພາ ໃຫ້ປະຊາຊົນ ຜູ້ບໍ່ມີຄວາມຜິດຫຼາຍໆສິບຄົນ ຕ້ອງເສຍຊີວິດ ແລະແນໃສ່ເພື່ອຈະສ້າງໃນ ອັນທີ່ທາງກະຊວງນີ້ເອີ້ນວ່າ ຄວາມວຸ້ນວາຍແລະຄວາມຢ້ານກົວໃນໝູ່ປະຊາຊົນ.

ຂໍ້ມູນ ຂອງອົງການສະຫະປະຊາຊາດ ສະແດງໃຫ້ເຫັນວ່າ ມີຫລາຍກວ່າ 5,000 ຄົນ ໄດ້
ເສຍຊີວິດໃນການໂຈມຕີຂອງພວກຫົວຮຸນແຮງຢູ່ໃນອີຣັກນັບແຕ່ເດືອນເມສາເປັນຕົ້ນມາ ເວລາກຳລັງຮັກສາຄວາມສະຫງົບຂອງລັດຖະບານທີ່ຄອບງຳໂດຍພວກຊີໄອເລີ້ມທຳການ ໂຈມຕີຕໍ່ພວກຊຸນນີ່ ທີ່ຕັ້ງຄ້າຍຢູ່ທາງເໜືອຂອງກຸງ ແບັກແດດນັ້ນ.
XS
SM
MD
LG