ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

63 ຄົນເສຍຊີວິດ ໃນເຫດລະເບີດ ຢູ່ອີຣັກ


ເຈົ້າໜ້າທີ່ຮັກສາຄວາມສະຫງົບ ແລະປະຊາຊົນອີຣັກ ກວດກາເບິ່ງບ່ອນທີ່ມີການໂຈມຕີ ດ້ວຍລະເບີດລົດແຫ່ງນຶ່ງ ຢູ່ນະຄອນຫຼວງແບັກແດັດ (22 ທັນວາ 2011)
ເຈົ້າໜ້າທີ່ຮັກສາຄວາມສະຫງົບ ແລະປະຊາຊົນອີຣັກ ກວດກາເບິ່ງບ່ອນທີ່ມີການໂຈມຕີ ດ້ວຍລະເບີດລົດແຫ່ງນຶ່ງ ຢູ່ນະຄອນຫຼວງແບັກແດັດ (22 ທັນວາ 2011)

ເຈົ້າໜ້າ​ທີ່​ອີຣັກກ່າວ​ວ່າ ມີ​ເຫດ​ລະ​ເບີດ​ແຕກ​ຫຼາຍ​ກວ່າ​ສິບຄັ້ງ​ທີ່​ນະຄອນຫຼວງ​ແບັກ​ແດັດເຮັດ
ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ນ້ອຍ 63 ຄົນ​ແລະ​ໄດ້​ຮັບ​ບາດ​ເຈັບຫຼາຍກວ່າ 180 ຄົນຂະນະ​ທີ່​ວິ​ກິດ​
ການ​ທາງ​ດ້ານ​ການ​ເມືອງ​ໃນ​ປະ​ເທດ​ດັ່ງກ່າວຍັງ​ດຳ​ເນີນ​ຢູ່​ຕໍ່​ມາ​ໃນ​ເວລາ​ນີ້.

ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ ທີ່​ປະກົດ​ວ່າ​ມີ​ການ​ປະສານ​ງານ​ນັ້ນ ໄດ້​ແຕກ​ຂຶ້ນ​ໃນ​ທົ່ວ​ນະຄອນ
ຫຼວງຂອງ​ອີຣັກ ສ່ວນ​ໃຫຍ່​ແລ້ວ​ແມ່ນຢູ່​ໃນ​ຄຸ້ມ​ຂອງ​ພວກ​ທີ່​ນັບຖື​ສາສະໜາ​ອິສລາມ​ນິກາຍຊີ​
ໄອ​ທ໌ ພຽງ​ບໍ່​ເທົ່າ​ໃດ​ມື້ ລຸນ​ຫຼັງທີ່​ໄດ້​ມີ​ການ​ຖອນ​ທະຫານ​ອະ​ເມຣິກັນ​ຈຸ​ສຸດທ້າຍ ​ອອກ​ຈາກ​ອີ
ຣັກ.

ການ​ໂຈມ​ຕີ​ເຫຼົ່ານີ້ມີ​ຂຶ້ນ​ໃນ​ຂະນະ​ທີ່​ລັດຖະບານ​ອີຣັກ ພາຍ​ໃຕ້​ການ​ນຳພາ​ຂອງ​ພວກ​ຊີ​ໄອ​ທ໌
ສືບ​ຕໍ່​ຊອກ​ຫາ​ຊ່ອງ​ທາງ​ຈັບ​ຮອງ​ປະທານາທິບໍ​ດີ Tariq al-Hashemi ​ໃນ​ຂໍ້​ຫາ​ທີ່​ວ່າທ່ານ​
ວາງ​ແຜນ​ລອບ​ສັງຫານ​ສະມາຊິກ​ຄົນ​ອື່ນໆ​ໃນ​ຄະນະ​ລັດຖະບານ.

ແຕ່​ທ່ານ Hashemi ກ່າວ​ໃນ​ມື້ວານ​ນີ້ວ່າ ການ​ກ່າວ​ຫາ​ຂອງ​ນາຍົກລັດຖະມົນຕີອີຣັກທ່ານ
Nouri al-Maliki ​ແມ່ນ​ມີ​ຈຸດປະສົງທາງ​ການ​ເມືອງທີ່​ທ່ານ​ Hashemi ເວົ້າວ່າຢາກ​ເສີມ​
ຂະຫຍາຍ​ອຳນາດ​ຂອງ​ທ່ານ​ໃຫ້​ເຂັ້ມ​ແຂງ​ຂຶ້ນຕື່ມ ຂະນະ​ທີ່ສະຫະລັດ​ຖອນ​ທະຫານ​ອອກ​ໄປ​
ຈາກ​ອີຣັກ​ໃນ​ເດືອນ​ນີ້.

ທ່ານ Hashemi ກ່າວ​ຕໍ່​ວີ​ໂອ​ເອວ່າ ນາຍົກລັດຖະມົນຕີ Maliki ຄວບ​ຄຸມ​ກຳລັງຮັກສາ
ຄວາມສະຫງົບ​ແລະ​ໜ່ວຍ​ສືບ​ລັບ​ແລະ​ບໍ່​ຍອມ​ປ່ອຍ​ໃຫ້​ພວກເຈົ້າໜ້າ​ທີ່ໆ​ຖືກ​ເລືອກ​ຄົນ​ອື່ນໆ
ເຂົ້າ​ໄປ​ກ່ຽວຂ້ອງ​ໃນ​ເລື່ອງ​ນີ້. ຮອງ​ປະທານາທິບໍດີ​ Hashe mi ​ໄດ້​ຫຼົບໜີ​ໄປ​ຍັງ​ເຂດ​ເຄິ່ງ
ປົກຄອງ​ຕົນເອງ Kurdistan ຂອງ​ຊາວ​ເຄີ​ດ​ໃນ​ພາກ​ເໜືອ​ອີຣັກ​ເພື່ອ​ຫຼົບໜີ​ໝາຍ​ຈັບ​ທີ່​ອອກ
ໃນ​ອາທິດ​ນີ້.

ທ່ານ Hashemi ທີ່​ນັບຖື​ສາສະໜາ​ອິສລາມ​ນິກາຍ​ຊຸນ​ນີ່ ກ່າວ​ວ່າ ສະຫະລັດບໍ່​ໄດ້​ປະລະ​
ບອບ​ການ​ປົກຄອງແບບ​ປະຊາ​ທິປະ​ໄຕ ໄວ້​ໃນ​ອີຣັກ ຊຶ່ງ​ເຮັດ​ໃຫ້​ປະ​ເທດ​ດັ່ງກ່າວ​ມີ​ຄວາມ
ຫຼໍ່​ແຫຼມຕໍ່​ການ​ເຂົ້າ​ແຊກ​ແຊງ​ຂອງ​ອີຣ່ານຊຶ່ງ​ເປັນ​ເພື່ອ​ນບ້ານ

ໃນ​ຕອນ​ເຊົ້າຂອງ​ມື້ວານ​ນີ້​ ທີ່​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ຢູ່​ນະຄອນຫຼວງ​ແບັກແດັດນາຍົກລັດ
ຖະມົນຕີ Maliki ​ໄດ້​ຮຽກຮ້ອງ​ໃຫ້​ເຈົ້າໜ້າ​ທີ່​ເຄີ​ດ ມອບ​ໂຕ​ຮອງ​ປະທານາ​ທິບໍດີ Hashemi ​
ໃຫ້​ແກ່​ທາງ​ການ.

XS
SM
MD
LG