ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລະເບີດແຕກໃນ ອີຣັກ ເຮັດໃຫ້ 11 ຄົນ ເສຍຊີວິດ


ປະຊາຊົນ ອີຣັກ ເຕົ້າໂຮມກັນທີ່ບ່ອນລະເບີດແຕກໃນເມືອງ Kadhimiyah, ນະຄອນຫຼວງ ແບກແດັດ, ອີຣັກ. 24 ກໍລະກົດ, 2016.
ປະຊາຊົນ ອີຣັກ ເຕົ້າໂຮມກັນທີ່ບ່ອນລະເບີດແຕກໃນເມືອງ Kadhimiyah, ນະຄອນຫຼວງ ແບກແດັດ, ອີຣັກ. 24 ກໍລະກົດ, 2016.

ບັນດາເຈົ້າໜ້າທີ່ ອີຣັກ ກ່າວວ່າ ມືລະເບີດລົດສະຫຼະຊີບຄົນໜຶ່ງໄດ້ໂຈມຕີດ່ານກວດກາ ໃນພາກເໜືອຂອງນະຄອນຫຼວງ ແບກແດັດ, ເຮັດໃຫ້ປະຊາຊົນເສຍຊີວິດ 11 ຄົນ.

ບັນດາເຈົ້າໜ້າທີ່ກ່າວວ່າ 35 ຄົນໄດ້ຮັບບາດເຈັບໃນເຫດລະເບີດແຕກດັ່ງກ່າວເມື່ອວັນ ຈັນມື້ນີ້ທີ່ເມືອງ Khalis.

ອົງການຂ່າວ Reuters ກ່າວວ່າ ຜູ້ເຄາະຮ້າຍສ່ວນໃຫຍ່ໄດ້ເສຍຊີວິດຢູ່ໃນລົດຂອງພວກ ເຂົາເຈົ້າ ໃນຂະນະທີ່ລໍຖ້າເດີນທາງເຂົ້າໃນເມືອງ.

ບໍ່ໄດ້ມີການກ່າວອ້າງໃນທັນທີທັນໃດ ກ່ຽວກັບ ຄວາມຮັບຜິດຊອບ, ແຕ່ພວກລັດອິສລາມ ແມ່ນມັກໄດ້ດຳເນີນການລະເບີດສະຫຼະຊີບຢ່າງເປັນປະຈຳໃນ ອີຣັກ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Iraq Bombing
please wait
Embed

No media source currently available

0:00 0:00:31 0:00

XS
SM
MD
LG