ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປະຊາຊົນຫຼາຍສິບຄົນເສຍຊີວິດ ຍ້ອນການລະເບີດ ສະຫຼະຊີບຂອງພວກ IS


ປະຊາຊົນເຕົ້າໂຮມກັນທີ່ຈຸດເກີດເຫດ ການໂຈມຕີດ້ວຍ
ລະເບີດສະຫຼະຊີບ ໃນເມືອງ al-Shaab, ນະຄອນຫຼວງ ແບກແດັດ, ອີຣັກ.15 ຕຸລາ, 2016.
ປະຊາຊົນເຕົ້າໂຮມກັນທີ່ຈຸດເກີດເຫດ ການໂຈມຕີດ້ວຍ ລະເບີດສະຫຼະຊີບ ໃນເມືອງ al-Shaab, ນະຄອນຫຼວງ ແບກແດັດ, ອີຣັກ.15 ຕຸລາ, 2016.

ມືລະເບີດສະຫຼະຊີບຄົນໜຶ່ງໃນນະຄອນຫຼວງ ແບກແດັດ ໄດ້ຂ້າປະຊາຊົນຫຼາຍກວ່າ 35 ຄົນ ແລະ ເຮັດໃຫ້ບາດເຈັບອີກຫຼາຍກວ່າ 50 ຄົນຄົນໃນວັນເສົາວານນີ້ ໃນການໂຈມຕີ ໃສ່ຊາວມຸສລິມ ນິກາຍ ຊີໄອທ໌ ທີ່ກຳລັງທຳພິທີທາງສາສະໜາຢູ່.

ການລາຍງານຈາກເມືອງ Al-Shaab ໃນທາງພາກເໜືອຂອງນະຄອນຫຼວງ ແບກແດັດ ໄດ້ລະບຸວ່າຈຳນວນຜູ້ເສຍຊີວິດ ແລະ ບາດເຈັບອາດມີສູງກວ່ານັ້ນ. ພວກລັດອິສລາມໄດ້ ອ້າງເອົາຄວາມຮັບຜິດຊອບສຳລັບການໂຈມຕີດັ່ງກ່າວ ໃນການຂຽນຂໍ້ຄວາມລົງໃນ Twitter, ເຊິ່ງພວກເຂົາກ່າວວ່າ ຕົນໄດ້ດຳເນີນການໂຈມຕີໂດຍ ນ້ອງຊາຍ Abu-Fahd al-Iraqi "ຜູ້ທີ່ຕ້ອງການຂ້າຄົນເປັນການອຸທິດຕົນ.”

ການລາຍງານຈາກຈຸດເກີດເຫດກ່າວວ່າ ມືລະເບີດໄດ້ກົດປຸ່ມສາຍແອວທີ່ບັນຈຸດ້ວຍລະ ເບີດພາຍໃນຕູບຜ້າເຕັ້ນໃຫຍ່ ແລະ ມີຄົນໜາແໜ້ນ ເຊິ່ງຕັ້ງໄວ້ສຳລັບພິທີສາສະໜາ ວັນ Ashura ຂອງຊາວ Shi’ite. ປະຊາຊົນຫຼາຍຄົນແມ່ນກຳລັງລະນຶກເຖິງການຕາຍຂອງ ພະເຈົ້າ Hussein, ເຊິ່ງເປັນຫຼາຍຊາຍຂອງພະເຈົ້າ Muhammad. ໃນການຕໍ່ສູ້ໃນສັດ ຕະວັດທີ 7 ຢູ່ໃກ້ໆກັບເມືອງ Kabala ຂອງ ອີຣັກ. ຄົນອື່ນໆທີ່ຢູ່ໃນຝູງຄົນນັ້ນໄດ້ເຂົ້າ ຮ່ວມໃນການແຫ່ຂະບວນສົ່ງສະການສຳລັບຜູ້ທີ່ອາໄສຢູ່ໃນທ້ອງຖິ່ນ.

ທັງ ສະຫະລັດ ແລະ ອີຣັກ ໄດ້ກ່າວປະນາມການໂຈມຕີ ແລະ ໄດ້ສະແດງຄວາມເສົ້າສະ ຫຼົດໃຈຕໍ່ຜູ້ທີ່ໄດ້ຮັບເຄາະຮ້າຍ.

ກອງກຳລັງປາບປາມລັດທິກໍ່ການຮ້າຍທີ່ເກັ່ງທີ່ສຸດຂອງ ອີຣັກ ເຕົ້າໂຮມກັນກ່ອນການປະຕິບັດການເພື່ອຍຶດຄືນເມືອງ Mosul ທີ່ຖືກຄວບຄຸມໂດຍພວກ ລັດອິສລາມ. ນອກເມືອງ Irbil, ອີຣັກ. 15 ຕຸລາ 2016.
ກອງກຳລັງປາບປາມລັດທິກໍ່ການຮ້າຍທີ່ເກັ່ງທີ່ສຸດຂອງ ອີຣັກ ເຕົ້າໂຮມກັນກ່ອນການປະຕິບັດການເພື່ອຍຶດຄືນເມືອງ Mosul ທີ່ຖືກຄວບຄຸມໂດຍພວກ ລັດອິສລາມ. ນອກເມືອງ Irbil, ອີຣັກ. 15 ຕຸລາ 2016.

ຖະແຫຼງການສະບັບໜຶ່ງອອກປະກາດໃນນະຄອນຫຼວງ ວໍຊິງຕັນ ໄດ້ກ່າວປະນາມ “ການ ໂຈມຕີກໍ່ການຮ້າຍທີ່ໂຫດຫ້ຽມປ່າເຖື່ອນ” ນີ້ວ່າເປັນ “ສັນຍານອີກອັນໜຶ່ງຂອງຄວາມ ຂີ້ຂາດຕາຂາວຂອງພວກລັດອິສລາມ ແລະ ການໝິ່ນປະໝາດຕໍ່ຊີວິດຂອງມະນຸດ."

ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ ການລະເບີດແມ່ນ “ຄວາມພະຍາຍາມທີ່ຈະກະຈາຍຄວາມ ບໍ່ປອງດອງກັນໃນສະສາໜາ ໃນບັນດາປະຊາຊົນຂອງ ອີຣັກ. ສິ່ງດັ່ງກ່າວນັ້ນພຽງແຕ່ ເນັ້ນໃສ່ຄວາມສຳຄັນຂອງຄວາມພະຍາຍາມຕ່າງໆຂອງພັນທະມິດ ເພື່ອສະໜັບສະ ໜູນກອງກຳລັງຮັກສາຄວາມປອດໄພ ອີຣັກ.”

ທ່ານໄດ້ກ່າວເພີ່ມເຕີມວ່າ “ສະຫະລັດ ຍັງຄົງມີຄວາມໝາຍໝັ້ນຕໍ່ເປົ້າໝາຍດັ່ງກ່າວນັ້ນ” ຢູ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG