ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມອາລກາອີດາ ເຂົ້າຄວບຄຸມ ເມືອງ Fallujah ໃນອີຣັກ


ຖະໜົນຫົນທາງທີ່ເປົ່າແປນສາຍນຶ່ງ ທີ່ມີລົດຖືກໄຟໄໝ້ ແລະຕຶກອາຄານ ທີ່ໄດ້ຮັບຄວາມເສຍຫາຍ ໃນເມືອງ Fallujah ຊຶ່ງຕັ້ງຢູ່ປະມານ 60 ກິໂລແມັດ ຫ່າງຈາກກຸງແບັກແດດ ໄປ
ທາງທິດຕາເວັນຕົກ (3 ມັງກອນ 2014)
ຖະໜົນຫົນທາງທີ່ເປົ່າແປນສາຍນຶ່ງ ທີ່ມີລົດຖືກໄຟໄໝ້ ແລະຕຶກອາຄານ ທີ່ໄດ້ຮັບຄວາມເສຍຫາຍ ໃນເມືອງ Fallujah ຊຶ່ງຕັ້ງຢູ່ປະມານ 60 ກິໂລແມັດ ຫ່າງຈາກກຸງແບັກແດດ ໄປ ທາງທິດຕາເວັນຕົກ (3 ມັງກອນ 2014)
ລາຍງານຂ່າວໃນມື້ວັນເສົາມື້ນີ້ ແຈ້ງວ່າ ລັດຖະບານອີຣັກໄດ້ສູນ
ເສຍການຄວບຄຸມເມືອງ Fallujah ໃຫ້ແກ່ພວກຫົວຮຸນແຮງອາລ
ກາອີດາ ຫລັງຈາກໄດ້ສູ້ລົບກັນເປັນເວລາຫຼາຍໆມື້.

ເຈົ້າໜ້າທີ່ ຮັກສາຄວາມປອດໄພອະວຸໂສທ່ານນຶ່ງ ກ່າວຕໍ່ອົງການ
ຂ່າວຝຣັ່ງວ່າເມືອງ Fallujah ໄດ້ຕົກຢູ່ພາຍໃຕ້ການຄວບຄຸມຂອງ
ກຸ່ມ ISIS ຊຶ່ງເປັນກຸ່ມຫົວຮຸນແຮງ ທີ່ເປັນເຄືອຂ່າຍຂອງອາລກາອີ
ດາ ນັ້ນກໍຄືກຸ່ມລັດອິສລາມອີຣັກແລະຊີເຣຍ.

ພວກທີ່ເຫັນເຫດການກ່າວວ່າ ບໍ່ມີຮ່ອງຮອຍໃດໆຂອງກຳລັງທະ
ຫານລັດຖະບານຢູ່ໃນເມືອງດັ່ງກ່າວ ຊຶ່ງຕັ້ງຢູ່ໃນແຂວງ Anbar ປະມານ 60 ກິໂລແມັດຫ່າງ ຈາກນະຄອນຫຼວງແບັກແດດໄປທາງທິດຕາເວັນຕົກ.

ໃນມື້ວັນສຸກວານນີ້ ພວກຫົວຮຸນແຮງໄດ້ພາກັນຊັກທຸງ ຂອງພວກເຂົາຂຶ້ນສູ່ປາຍເສົາ ຢູ່ຕາມ ຕຶກອາຄານໂຮງການລັດຖະບານຕ່າງໆ ໃນເມືອງ Fallujah ແລະປະກາດເປັນລັດອິສລາມ ເອກກະລາດ.

ພວກທີ່ເຫັນເຫດການກ່າວວ່າ ພວກຫົວຮຸນໄດ້ຕັດສາຍໄຟຟ້າ ຢູ່ໃນເມືອງດັ່ງກ່າວ ໃນຕອນ
ແລງຂອງມື້ວານນີ້ ແລະສັ່ງບໍ່ໃຫ້ປະຊາຊົນໃຊ້ເຄື່ອງປັ່ນໄຟຟ້າສຳຮອງ.

ນັກຂ່າວທ້ອງຖິ່ນຄົນນຶ່ງ ທີ່ຂໍສະຫງວນຊື່ ຍ້ອນຢ້ານຈະຖືກແກ້ແຄ້ນ ກ່າວຕໍ່ໜັງສືພິມ Wa-
shington Post ວ່າ ຕຳຫຼວດແລະກອງກຳລັງອື່ນໆທີ່ເປັນພັນທະມິດຂອງລັດຖະບານ ໄດ້ ຖອນອອກຈາກເມືອງດັ່ງກ່າວ ແລະພວກອາລກາອີດາ ໄດ້ຈູດເຜົາທຸງຊາດອີຣັກທັງໝົດ.

ການສູ້ລົບກັນໃນທົ່ວບໍລິເວນທົ່ງກວ້າງທາງພາກຕາເວັນຕົກຂອງອີຣັກໄດ້ກາຍເປັນການທົດ ສອບຢ່າງແທ້ຈິງ ເບິ່ງຄວາມສາມາດຂອງນາຍົກລັດຖະມົນຕີ Nuri al-Maliki ທີ່ຈະຮັກສາ ຄວາມເປັນເອກກະພາບຂອງປະເທດຊາດໄວ້ແລະປ້ອງກັນບໍ່ໃຫ້ເກີດສົງຄາມກາງເມືອງຢ່າງ ເຕັມອັດຕານັ້ນ.
XS
SM
MD
LG