ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ຢ່າງ​ນ້ອຍ 115 ຄົນ ​​ເສຍ​ຊີວິດ ໃນວັນທີ່ນອງ​​ເລືອດທີ່​ສຸດ ​ໃນ​ອີຣັກ (ສະໄລດ໌ກັບວີດີໂອ)


ທາງ​ການ​ອີຣັກ ກ່າວ​ວ່າ ມີ​ຢ່າງ​ນ້ອຍ 115 ຄົນ ເສຍ​ຊີວິດ ​ໃນ​ວັນ​ຈັນ​ວານ​ນີ້ ຍ້ອນ​ການ​
ໂຈມຕີ​ທີ່​ຮຸນ​ແຮງ ຕິດ​ຕໍ່​ກັນ​ເປັນ​ລໍາດັບ ຢູ່​ໃນ​ທົ່ວ​ປະ​ເທດ​.

ລະ​ເບີດ​ລົດຄັນ​ນຶ່ງ​ທີ່​ລະ​ເບີດ​ຂຶ້ນ ​ໃນ​ແລງ​ວັນ​ຈັນ​ວານ​ນີ້ ​ໃ​ກ້ໆ​ກັບ​ຮ້ານ​ກາ​ເຟ​ແຫ່ງ​ນຶ່ງ ​ໃນ
​ຄຸ້ມ​ຢູ່ອາ​ໄສຂອງ​ຊາວ Shi’ite ​ໃນ​ນະຄອນຫຼວງ Baghdad ​ໄດ້ສັງຫານ​ຢ່າງ​ນ້ອຍ 5 ຄົນ
​ແລະເຮັດ​ໃຫ້ບາດ​ເຈັບ​ອີກ 24 ຄົນ.

ຄື້ນຟອງຂອງ​ການ​ໂຈມ​ຕີ​ແບບປະສານ​ງານ​ກັນ ​ທີ່​ມີທັງລະ​ເບີດ​ແລະ​ຍິງ​ກັນ​ນັ້ນ ​ໄດ້​ເຮັດ
​ໃຫ້ມີ​ຜູ້ບາດ​ເຈັບ​ຫຼາຍ​ກວ່າ 200 ຄົນ​ແລ້ວ ໃນ 15 ຫົວ​ເມືອງ​ໃນ​ມື້​ທີ່​ນອງ​ເລືອດທີ່​ສຸດ ​ໃນ
​ອີຣັກ ​ໃນ​ຮອບ 2 ປີປາຍ. ​ຄັ້ງ​ຫຼ້າ​ສຸດ​ທີ່ມີ​ຜູ້​ຄົນ​ລົ້ມ​ຕາຍແລະບາດ​ເຈັບ​ສູງ​ສຸດນັ້ນ ​ແມ່ນ​ວັນ​
ທີ 20 ​ເດືອນພຶດສະພາ 2010.

ການ​ໂຈມ​ຕີ​ທີ່​ຮ້າຍແຮງ​ສຸດໃນ​ວັນ​ຈັນ​ວານນີ້ ​ແມ່ນ​ເກີດ​ຂຶ້ນ​ທີ່​ເມືອງ Taji 20 ກິ​ໂລ​ແມັດ ຫ່າງ
​ຈາກກຸງ Baghdad ​ໄປ​ທາງທິດ​ເໜືອ​ ບ່ອນ​ທີ່​ມີ​ເກືອບ​ຮອດ 40 ​ຄົນເສຍ​ຊີວິດ.

ຍັງ​ບໍ່​ທັນ​ມີ​ຜູ້​ໃດ​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ເທື່ອ.

ສະ​ຫະລັດ​ໄດ້​ປະນາມ​ການ​ໂຈມ​ຕີ​ຄັ້ງ​ນີ້​ ​ແຕ່ກໍ​ກ່າວວ່າ ເຖິງ​ແມ່ນມີ​ເລື່ອງ​ຮ້າຍ​ແຮງ​ດັ່ງກ່າວ​ນີ້
​ກໍ​ຕາມ ​ແຕ່​ວ່າຄວາມ​ຮຸນ​ແຮງໃນອີຣັກ​ເວລາ​ນີ້ ກໍ​ຍັງ​ບໍ່​ເທົ່າ​ກັບໃນ​ອະດີດ.

XS
SM
MD
LG