ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາຍົກອີຣັກ ຮຽກຮ້ອງໃຫ້ ເຈົ້າໜ້າທີ່ເຄີດ ມອບຕົວ ທ່ານ Tariq al-Hashemi ໃຫ້ລັດຖະບານອີຣັກ


ທ່ານ Tariq al-Hashemi ຮອງ​ປະທານາທິບໍດີ ອີຣັກ ຊຶ່ງເປັນ​ຜູ້​ຜູ້ທີ່ລັດຖະບານຕ້ອງການຕົວ​ ​ໃນ​ຂໍ້​ຫາວ່າ​ໄດ້ວາງ​ແຜນ​ລອບ​ສັງຫານ​ພວກ​ເຈົ້າໜ້າທີ່​ລັດຖະບານຄົນ​ອື່ນໆ.
ທ່ານ Tariq al-Hashemi ຮອງ​ປະທານາທິບໍດີ ອີຣັກ ຊຶ່ງເປັນ​ຜູ້​ຜູ້ທີ່ລັດຖະບານຕ້ອງການຕົວ​ ​ໃນ​ຂໍ້​ຫາວ່າ​ໄດ້ວາງ​ແຜນ​ລອບ​ສັງຫານ​ພວກ​ເຈົ້າໜ້າທີ່​ລັດຖະບານຄົນ​ອື່ນໆ.

ທ່ານ Nouri al-Maliki ນາຍົກ​ລັດຖະມົນ​ຕີ​ອີຣັກ ​ໄດ້ຮຽກຮ້ອງ​ໃຫ້ພວກ​ເຈົ້າໜ້າທີ່ຊາວ​
ເຄີ​ດ ມອບ​ຕົວທ່ານ Tariq al-Hashemi ຮອງ​ປະທານາທິບໍດີ ອີຣັກ ຊຶ່ງເປັນ​ຜູ້​ທີ່ລັດ
ຖະບານຕ້ອງການຕົວ​ ​ໃນ​ຂໍ້​ຫາວ່າ​ໄດ້ວາງ​ແຜນ​ລອບ​ສັງຫານ​ພວກ​ເຈົ້າໜ້າທີ່​ລັດຖະບານ
ຄົນ​ອື່ນໆ.

ທ່ານ Maliki ​ໄດ້​ຮ້ອງ​ຂໍ​ໃນ​ກອງ​ປະຊຸມ​ນັກ​ຂ່າວ​ໃນ​ວັນ​ພຸດ​ມື້ນີ້ ທີ່​ນະຄອນຫລວງ​ແບກ​ແດດ
ວ່າ ທ່ານ Hashemi ຈະ​ຕ້ອງ​ໄດ້ຮັບ​ໂທດ​ຕາມ​ກົດໝາຍ.

ສ່ວນທ່ານ Hashemi ທີ່​ນັບຖືສາສະໜາ​ອິສລາມນິກາຍ​ຊຸນ​ນີນັ້ນ ​ໄດ້​ປະຕິ​ເສດ​ຕໍ່ການ​ກ່າວ
ຫາຂອງລັດຖະບານ​ອີຣັກ ​ທີ່ນໍາ​ພາໂດຍ​ພວກ​ນັບຖື​ສາສະໜາ​ອິສລາມ​ນິກາຍ Shi’ite ນັ້ນ
ໂດຍ​ເວົ້າວ່າ ການ​ກ່າວ​ຫານັ້ນ ​ແມ່ນມີ​ຂຶ້ນຍ້ອນເຫດຜົນ​ທາງການ​ເມືອງ.

ໂຄ​ສົກ​ກະຊວງ​ພາຍ​ໃນ​ເວົ້າວ່າ ຜູ້​ອາລັກຂາ​ຂອງທ່ານ Hashemi ສາມ​ຄົນ​ໄດ້​ສາລະພາບ​
ວ່າພວກ​ເຂົາ​ເຈົ້າ​ໄດ້​ວາງລະ​ເບີດ​ໃສ່​ພວກ​ເຈົ້າໜ້າທີ່ລັດຖະບານ ​ແລະ​ເຈົ້າໜ້າທີ່ຮັກສາ​ຄວາມ
ປອດໄພ​ອື່ນໆ ​ໂດຍໄດ້​ຮັບ​ການ​ອະນຸມັດ​ຈາກທ່ານ Hashemi.

ການ​ກ່າວ​ຫາ​ກ່ຽວ​ກັບ​ການວາງ​ແຜນ​ທີ່​ວ່າ​ນີ້​ແລະ​ການ​ຮຽກຮ້ອງ​ໃນ​ສັບປະດາ ​ແລ້ວ​ໂດຍ​ທ່ານ
Maliki ​ເພື່ອ​ໃຫ້​ມີ​ການ​ລົງມະຕິ​ບໍ່​ໄວ້​ວາງ​ໃຈ​ຢູ່​ໃນ​ສະພາ​ແຫ່ງ ຊາດ​ຕໍ່​ຮອງ​ນາຍົກລັດຖະມົນຕີ
Saleh al-Mutlag ຊຶ່ງ​ເປັນ​ນັກ​ການ​ເມືອງ ຊຸນ​ນີ່​ອີກ​ຄົນ​ນຶ່ງ​ນັ້ນ​ໄດ້​ເພີ່ມ​ ທະວີ​ຄວາມ​ເຄັ່ງ​ຕຶງ​
ທາງ​ດ້ານ​ການ​ເມືອງ​ຢູ່​ໃນ​ອີຣັກ.

ໃນ​ວັນ​ອັງຄານ​ວານ​ນີ້ ຮອງປະທານາທິບໍດີ​ສະຫະລັດທ່ານ Joe Biden ​ໄດ້​ຮຽກຮ້ອງໃຫ້​ຜູ້​
ນໍາ​ໃນລັດຖະບານ​ອີຣັກ ​ແກ້​ໄຂ​ຄວາມຄິດ​ເຫັນ​ແຕກ​ຕ່າງ​ກັນ​ທາງ​ການ​ເມືອງ​ຂອງ​ພວ​ກ​ເຂົາ​ເຈົ້າ.

XS
SM
MD
LG