ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

46 ຄົນ ເສຍຊີວິດ ໃນເຫດລະເບີດ ຢູ່ອີຣັກ (ສະໄລດ໌)


ພາບບໍລິເວນໜ້າຕຶກ ທີ່ຫັກພັງຍ້ອນເຫດການລະເບີດໃນອີຣັກ
ພາບບໍລິເວນໜ້າຕຶກ ທີ່ຫັກພັງຍ້ອນເຫດການລະເບີດໃນອີຣັກ

ລະ​ເບີດ​ໄດ້​ແຕກ​ຂຶ້ນຢູ່​ໃນຫຼາຍໆ​ຫົວ​ເມືອງທົ່ວ​ອີຣັກ ​ໃນ​ຂະນະ​ຊາວ​ມຸສລິ​ມ ນິກາຍ Shi’ites ໄດ້​ເຕົ້າ​ໂຮມ​ກັນ ເພື່ອ​ງານ​ແຫ່​ທາງສາສະໜາປະ​ຈໍາປີ ຊຶ່ງບັນດາ​ເຈົ້າໜ້າ​ທີ່​ອີຣັກກ່າວ​ວ່າ ຢ່າງ​ໜ້ອຍ 46 ຄົນ​ເສຍ​ຊີວິດ ໃນເຫດ ​ການທີ່​ຮ້າຍ​ແຮງ​ສຸດ ​ເຫດການ​ນຶ່ງຂອງ​ຄື້ນຟອງ​ຄວາມ​ຮຸນ​ແຮງ​ໃນ​ປະ​ເທດ​ໃນ​ປີ​ນີ້.

​ເຈົ້າໜ້າ​ທີ່​ກ່າວ​ອີກ​ວ່າ ລະ​ເບີດ​ສີ່​ລູກ​ທີ່ໄດ້​ແນ​ເປົ້າ​ໃສ່​ພວກ​ສະ​ແຫວ​ງບຸນ​ຊາວ Shi’ite ທີ່ຢູ່​ໃນແລະອ້ອມ​ແອ້ມ​ນະຄອນຫຼວງ​ Baghdad ​ໄດ້ສັງ ຫານ​ຢ່າງ​ໜ້ອຍ 19 ຄົນ ​ໃນ​ຂະນະ​ທີ່​ລົດລະ​ເບີດ​ສອງ​ຄັນ ເຮັດ​ໃຫ້​ມີ​ຜູ້​ເສຍຊີວິດຢ່າງ​ໜ້ອຍ​ຫ້າຄົນ ຢູ່ທີ່​ເມືອງ Balad ທີ່​ມີ​ຊາວ​ມຸສລິ​ມນິກາຍ Shi’ite ອາໄສ​ຢູ່​ເປັນ​ສ່ວນໃຫຍ່​ທາງ​ກໍ້າ​ເໜືອ​ຂອງ​ນະຄອນຫຼວງອີຣັກນັ້ນ.

ເຈົ້າໜ້າ​ທີ່​ກ່າວວ່າ ລະ​ເບີດ​ໄດ້ແຕກ​ຂຶ້ນຢູ່​ໃນ​ເມືອງ Hilla ທາງພາກ​ກາງ ຂອງ​ປະ​ເທດ ທີ່​ເປັນ​ເຫດ​ໃຫ້​ມີ​ຜູ້​ເສຍ​ຊີວິດຢ່າງ​ໜ້ອຍ 21 ຄົນ. ​ແລະທີ່ ​ເມືອງ Kirkuk ທາງ​ພາກ​ເໜືອຂອງ​ປະ​ເທດໄດ້​ສັງຫານ​ຢ່າງ​ໜ້ອຍ​ນຶ່ງ​ຄົນ.

​ເຫດການ​ລະ​ເບີ​ດອື່ນໆ​ອີກ​ທີ່​ລາຍ​ງານ​ວ່າ​ເກີດ​ຂຶ້ນຢູ່​ຫົວ​ເມືອງຕ່າງໆ ​ເຊັ່ນ​ເມືອງ Taji, Baquba, Azizyah ​ ແລ​ະ​ເມືອງ Karbala

​ພວກສະ​ແຫວ​ງບຸນ​ຊາວ Shi’ite ​ໄດ້​ເຕົ້າ​ໂຮມ​ກັນ ເພື່ອ​ເຂົ້າຮ່ວມ​ຂະ​ບວນ​ແຫ່​ລະນຶກ​ເຖິງການ​ເສຍ​ຊີວິດ​ຂອງ​ອີ​ໝຳໃນສັດຕະ​ວັດ​ທີ່ 8 ຊຶ່ງ​ເປັນ​ທີ່​ສັກກາລະບູຊາ​ນັ້ນ. ພວກ​ກະບົດ​ທີ່​ນັບຖື​ສາສະໜາ​ອິສລາມ ​ນິກາຍຊຸນ​ນີ ​ໄດ້​ເປັນ​ວາງ​ລະ​ເບີດ​ຊໍ້າ​ແລ້ວ​ຊໍ້າ​ອີກ ຕໍ່​ຂະ​ບວນ​ແຫ່​ດັ່ງກ່າວ​ໃນ​ອະດີດຜ່ານ​ມາ.

​ເຫດການ​ລະ​ເບີດ​ບັ້ນ​ລ່າ​ສຸດ ຍັງ​ບັງ​ເອີນ​ເກີດ​ຂຶ້ນພ້ອມ​ກັບ​ວິ​ກິ​ດການ​ການ ​ເມືອງ​ຂອງ​ອີຣັກ ຊຶ່ງ​ສະມາຊິກ​ສະພາ​ຊາວຊຸນ​ນີແລະ​ຊາວເຄີ​ຣ໌ດກຸ່ມ​ນ້ອຍ ​ໄດ້​ພະຍາ​ຍາມ​ຫາ​ທາງ​ປົດ​ນາຍົກລັດຖະ ມົນຕີ Nour al-Maliki ທີ່​ນັບຖື​
ນິກາຍ Shi’ite ນັ້ນ ອອກ​ຈາກ​ຕໍາ​ແໜ່​ງ ​ໂດຍ​ກ່າວ​ຫາ​ທ່ານ​ມາ​ລິ​ກີ​ວ່າ ​ເປັນຜູ້ ​ຜູກຂາດ​ອໍານາດ​ໃຫ້​ຢູ່​ໃນ​ກໍາມື​ຂອງ Shi’ite ຕະຫລອດ​ໄປ​.

​ຄວາມ​ຮຸນ​ແຮງ​ໃນ​ອີຣັກ​ໄດ້​ຫຼຸດລົງ​ຢ່າງ​ຫຼວງຫຼາຍ ນັບ​ຕັ້ງແຕ່​ກ້າວ​ຂຶ້ນ​ເຖິງ ຈຸດ​ສຸດ​ຂີດໃນ​ປີ 2006 ຫາ ປີ 2007 ​ແຕ່​ການ​ໂຈມ​ຕີ​ຕ່າງໆແມ່ນຖື​ເປັນ​ເລຶ່ອງທໍາ​ມະ​ດາ ​ໂດຍ​ສະ​ເພາະ​ໃນ​ນະຄອນຫຼວງ Baghdad.

XS
SM
MD
LG