ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຊາວອີຣ່ານ ໄປປ່ອນບັດ ເລືອກເອົາ ປະທານາທິບໍດີ ຄົນໃໝ່ (ສະໄລດ໌/ວີດີໂອ)


ຊາວອີຣ່ານ ໄປປ່ອນບັດ ເລືອກເອົາປະທານາທິບໍດີຄົນໃໝ່.
ຊາວອີຣ່ານ ໄປປ່ອນບັດ ເລືອກເອົາປະທານາທິບໍດີຄົນໃໝ່.
ຊາວ​ອີ​ຣ່ານ ພາກັນ​ລົງໄປຄະ​ແນນ​ສຽງ ​ໃນວັນ​ສຸກ​ມື້ນີ້ ​ເພື່ອ​
ເລື​ອກ​ເອົາປະທາ ນາທິບໍດີ​ຄົນ​ໃໝ່​ໃນ​ຂັ້ນຕອນ​ການ​ເລືອກ
​ຕັ້ງທີ່​ມີ​ການ​ຄວບ​ຄຸມ​ຢ່າງ​ເຄັ່ງຄັດ​ໂດຍ ລັດຖະບານ.

ປະຊາຊົນສາມາດ​ເລືອກ​ເອົາ​ຜູ້ນຶ່ງ ​ໃນ​ຈໍານວນຜູ້​ສະໝັກ 6
ຄົນ ​ທີ່​ຍັງ​ເຫລື​ອຢູ່​ນັ້ນ ຊຶ່ງ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ຄະນະ
​ກໍາມະການພວກ​ນັກບວດສາສະໜາ ອິສລາມ​ທີ່​ປົກຄອງ​
ອີຣ່ານຢູ່​ໃນ​ເວ​ລານີ້. ບັນດາ​ຜູ້​ສະໝັກ​ສ່ວນ​ໃຫຍ່​ຖື​ວ່າ​ ເ​ປັນ​
ຫົວແຂງ​ກະດ້າງ ທີ່ໃຫ້ການ​ສະໜັບສະໜຸນ​ຕໍ່ໂຄງ​ຮ່າງ​ຂອງ
ລັດຖະບານ ​ແລະ​ຈົງ​ຮັກ​ພັກດີ​ຕໍ່ຜູ້​ນໍາ​ສູງ​ສຸດ​ຂອງ​ປະ​ເທ​ດ.

ຜູ້​ນໍາ​ສູງ​ສຸດ​ຂອງອີຣ່ານ Ayatollah Ali Khamenei ​ໄດ້​
ປ່ອນ​ບັດ​ທີ່​ນະຄອນ​ເຕ​ຫະຣ່ານໃນ​ວັນ​ສຸກ​ມື້​ນີ້. ຫລັງ​ຈາ​ກ
ນັ້ນ​ຕໍ່​ມາ ທ່ານ​ໄດ້​ປະຕິ​ເສດ ບໍ່​ຮັບ​ເອົາ ການ​ຕິຕຽນ​ຂອງ
ສະຫະລັດ ກ່ຽວ​ກັບ​ການ​ເລືອກ​ຕັ້ງ ​ໂດຍ​ກ່າວ​ວ່າ ອີຣ່ານ
ຈະ​ເປັນ​ “ຜູ້​ພ່າຍ​ແພ້” ທີ່​ຈະ​ລໍຖ້າ​ເບິ່ງ​ວ່າແມ່ນ​ຫຍັງ​ຄື​ສິ່ງ​
ທີ່ອາ​ເມຣິກັນຮັບ​ເອົາ​ໄດ້.

ການເລືອກຕັ້ງ ປະທານາທິບໍດີ ໃນອີຣ່ານ
please wait

No media source currently available

0:00 0:02:49 0:00
ລິງໂດຍກົງ


ອີຣ່ານ ​ໄດ້​ປິດ​ຊາຍ​ແດນ​ຂອງ​ຕົນທັງ​ໝົດ ຈັບ​ກຸມ​ຄຸມ​ຂັງພວກ​ຄັດຄ້ານ​ລັດຖະ ບານ​ແລະ​
ນັກ​ຂ່າວຈໍານວນ​ນຶ່ງ. ບັນດາ​ອົງການ​ຂ່າວ​ນາໆ​ຊາດກ່າວ​ວ່າ ລັດຖະ ບານ​ອີຣ່ານ ​ບໍ່​ໄດ້​ໃຫ້​
ຄວາມ​ສົນ​ໃຈໃນການ​ພະຍາຍ​າມ​ຂໍວີ​ຊ່າຂອງ​ພວກ​ເຂົາ​ເຈົ້າ​ເພື່ອ​ເຂົ້າ​ໄປ​ເກັບ​ກຳ​ຂ່າວ ​ກ່ຽວ​
ກັບການ​ເລືອກ​ຕັ້ງ.

ຊາວ​ອີຣ່ານ ປະມານ 55 ລ້ານ​ຄົນ ​ແມ່ນ​ມີ​ສິດ​ໃນ​ການ​ໄປ​ປ່ອນ​ບັດຄັ້ງນີ້.

ຜູ້​ຊະ​ນະ​ເລີດ ຈະເຂົ້າຮັບໜ້າ​ທີ່ແທນປະທານາທິບໍດີສອງ​ສະ​ໄໝ ທ່ານ Mahmoud Ahmadinejad ທີ່​ໄດ້​ຖືກຫ້າມ​ໂດຍລັດຖະທໍາ​ມະນູນ ​ບໍ່​ໃຫ້​ເຂົ້າຮັບຕຳ ​ແໜ່​ງຕິດ​ຕໍ່​ກັນເປັນ​ສະ​ໄໝທີ​ສາມ​.

XS
SM
MD
LG