ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮືອ​ລົບ ​2 ລໍາ​ ຂອງອິຣ່ານ ເຂົ້າຈອດ ທີ່ທ່າກຳປັ່ນ ຊູດານ​


ຮູບຖ່າຍຈາກດາວທຽມ - ຄ້າຍ Yarmouk ທີ່ນະຄອນຫຼວງ Khartoum ປະເທດ Sudan ລຸນຫຼັງທີ່ມີການກ່າວຫາວ່າ ໄດ້ມີການຖິ້ມລະເບີດໂຈມຕີ. (25 ຕຸລາ 2012)
ຮູບຖ່າຍຈາກດາວທຽມ - ຄ້າຍ Yarmouk ທີ່ນະຄອນຫຼວງ Khartoum ປະເທດ Sudan ລຸນຫຼັງທີ່ມີການກ່າວຫາວ່າ ໄດ້ມີການຖິ້ມລະເບີດໂຈມຕີ. (25 ຕຸລາ 2012)
ອິຣ່ານກ່າວ​ວ່າ ​ເຮືອ​ລົບ​ສອງ​ລໍາ​ຂອງ​ຕົນໄດ້​ເຂົ້າ​ຈອດ​ທີ່​ປະ​ເທດ
ຊູ​ດານ ບໍ່​ເທົ່າ​ໃດ​ມື້ ຫຼັງ​ຈາກຊູ​ດານ​ໄດ້​ກ່າວ​ຫາອີສຣາແອລວ່າ​
ໄດ້ຖິ້ມລະ​ເບີດໂຈມ​ຕີ​ໂຮງງານ​ອຸດສາຫະກໍາ​ອາ​ວຸດຂອງ​ຕົນທີ່​
ນະຄອນຫຼວງ Khartoum.

ອົງການ IRNA ຂອງ​ທາງ​ການ​ອິຣ່ານກ່າວວ່າ ​ເຮືອ​ພິຄາດ​ແລະ
ເຮືອ​ບັນທຸກເຮ​ລິ​ຄອບ​ເຕີ ໄດ້​ໄປ​ຮອດຊູ​ດານ​ໃນ​ວັນ​ຈັນວານ​ນີ້ ​
ເພື່ອ​ຄໍ້າປະກັນ​ຄວາມ​ປອດ​ໄພ​ກ່ຽວ​ກັບ​ເສັ້ນທາງ​ຂົນສົ່ງ.
ອົງການ​ຂ່າວ​ຂອງ​ອິຣານ​ຍັງ​ກ່າວ​ວ່າ ​ເຮືອ​ລົບ​ຂອງ​ຕົນຍັງນຳ​ເອົາ
​ຂ່າວ​ຄາວ​ເພື່ອສັນຕິພາບ​ແລະມິດຕະພາບມານໍາດ້ວຍ.

ອົງການ​ຂ່າວ Fars ຊຶ່ງ​ເປັນ​ອົງການ​ຂ່າວ​ເຄິ່ງທາງ​ການ​ຂອງ​ອິຣານ
​ໄດ້​ກ່າວວ່າ ຜູ້​ບັງຄັບ​ບັນຊາເຮືອ​ລົບ ຂອງ​ອິຣ່ານ ຈະ​ໄດ້​ພົບ​ປະ​ກັນ
ກັບ​ຜູ້​ບັນຊາ​ການ​ຂອງ​ກອງທັບ​ເຮືອ​ຊູ​ດານ​ໃນ​ຂະນະ​ທີ່​ທໍາ​ການ​ຢ້ຽມຢາມຢູ່​ນັ້ນ.

​ໃນ​ອາທິດ​ແລ້ວ​ນີ້ ລັດຖະບານ​ຊອງ​ຊູ​ດານ ​ໄດ້ກ່າວ​ຫາອີສຣາແອລວ່າ​ ໄດ້ໃຊ້​ເຮືອບິນ​ລົບ
ຖິ້ມລະ​ເບີດ​ໂຈມ​ຕີໂຮງງານ​ອຸດສາຫະກໍາ​ອາ​ວຸດ​ໃນ​ນະຄອນ Khartoum. ​ເຈົ້າໜ້າ​ທີ່​ຊູ​ດານ​
ຍັງ​ກ່າວ​ອີກວ່າ ການໂຈມ​ຕີຕາມ​ທີ່​ມີ​ການ​ກ່າວ​ຫາ​ທີ່​ວ່າ​ນີ້ ​ແມ່ນ​ເປັນຄວາມ​ພະຍາຍາມຂອງ
ອີສຣາແອລ ທີ່​ຈະທຳລາຍຄວາມ​ສາມາດທາງ​ທະຫານ​ຊອງ​ຊູ​ດານ.

ກອງທັບອີສຣາແອລບໍ່​ຍອມ​ໃຫ້​ຄວາມ​ເຫັນ ກ່ຽວ​ກັບ​ການ​ກ່າວ​ຫາ​ຂອງ​ຊູ​ດານ.

ອີສຣາແອລ​ເຄີຍ​ໄດ້​ກ່າວ​ຫາ​ຊູ​ດານ​ວ່າ ໃຫ້​ຄວາມ​ສະໜັບ​ສະໜຸນຕໍ່ກຸ່ມ​ຫົວ​ຮຸນ​ແຮງ​ປາ​ແລ​ສໄຕ​ນ໌.

ຊູດານ​ໄດ້​ຖິ້ມ​ໂທດ​ໃສ່ອີສຣາແອລ ​ຕໍ່​ການ​ໂຈມຕີ​ຄັ້ງ​ຜ່ານ​ມາ ຊຶ່ງ​ຮວມທັງ​ການ​ໂຈມ​ຕີ​ທາງອາກາດ
​ທີ່​ຮ້າຍ​ແຮງ ​ໃນປີ 2009 ​ໃສ່​ຂະ​ບວນລົດ​ລໍາລຽງ​ອາ​ວຸດ​ນັ້ນ.
XS
SM
MD
LG