ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລູກສອນໄຟ ທີ່ຍິງທົດລອງ ໂດຍອີຣ່ານ ຜ່ານໄປໃກ້ໆ ກຳປັ່ນລົບ ສະຫະລັດ


ກຳປັ່ນບັນທຸກເຮືອບິນສະຫະລັດ USS Harry S. Truman ແລ່ນດ້ວຍພະລັງງານນິວເຄລຍ.
ກຳປັ່ນບັນທຸກເຮືອບິນສະຫະລັດ USS Harry S. Truman ແລ່ນດ້ວຍພະລັງງານນິວເຄລຍ.

ບັນດາ​ເຈົ້າ​ໜ້າ​ທີ່​ທະຫານສະຫະລັດ ກ່າວ​ວ່າ ອີຣ່ານໄດ້​ທົດ​ລອງ
​ຍິງ​ລູກ​ສອນ​ໄຟ​ໃນ​ວັນ​ເສົາ​ແລ້ວ​ນີ້ທີ່​ບິນຜ່ານໃນລັດສະໝີ 1,500
​ແມັດ ຫ່າງ​ຈາກ​ກຳ​ປັ່ນ​ບັນທຸກ​ເຮືອບິນ​ສະຫະ​ລັດ ທີ່​ກຳລັງ​ແລ່ນ​ຢູ່ ​
ໃນເສັ້ນທາງ​ເດີນ​ເຮືອ​ນາໆ​ຊາດ ​ໃນ​ຊ່ອງ​ແຄບ Hormuz.

​ນອກ​ໄປ​ຈາກ ກຳ​ປັ່ນ​ບັນທຸກ​ເຮືອບິນ USS Harry S. Truman
ແລ້ວ ກໍ​ຍັງ ​ມີ​ກຳ​ປັ່ນອີກ​ຫລາຍ​ລຳ ​ຢູ່​ໃນ​ເຂດ​ດັ່ງກ່າວ ຮວມທັງ​
ເຮື​ອພິຄາດ USS Buckley ແລະບັນດາ​ເຮືອ​ບັນທຸກ​ສິນຄ້າ​ຝຣັ່ງ
ນຳ​ດ້ວຍ.

ບັນດາ​ເຈົ້າ​ໜ້າ​ທີ່ ທີ່​ກ່າວ​ຕໍ່​ສື່​ມວນ​ຊົນ​ຕາ​ເວັນ​ຕົກ ​ໂດຍ​ບໍ່ຍອມ​ບອກ
​ຊື່ ຮ້ອງ​ການ​ກະທຳ​ຂອງອີຣ່ານ ວ່າ “​ເປັນ​ການທ້າ​ທາຍ​ທີ່​ຮ້າຍ​ແຮງ.” ​ເຂົາ​ເຈົ້າ​ກ່າວ​ວ່າ ກອງ ທັບ​ເຮືອ​ອີຣ່ານ ​ໄດ້​ປະກາດ​ທາງ​ວິທະຍຸ ໜ້ອຍ​ກວ່າ​ໜຶ່ງ​ຊົ່ວ​ໂມງ ກ່ອນ​ການ​ຍິງ​ລູກ​ສອນ​ໄຟ ​ໂດຍບອກໃຫ້​ບັນດາເຮືອໜີອອກ​ໄປ​ຈາກ​ບໍລິ​ເວນ​ດັ່ງກ່າວ.

ບໍ່​ມີ​ລູກ​ສອນ​ໄຟ​ໃດໆ ທີ່​ຍິງໃສ່​ບັນດາ​ກຳ​ປັ່ນທັງຫລາຍ ​ແລະ​ບໍ່​ມີ​ຄວາມ​ຕ້ອງການ​ເອົາ​
ມາດ​ຕະການ​ເພື່ອ​ຫລົບຫລີກ.

​ໂຄສົກຢູ່​ກອງບັນຊາ​ການ​ທະຫານສະຫະລັດ​ໃນ​ເຂດ​ພາກ​ຕາ​ເວັນອອກ​ກາງ​ ຫລື
Centcom ທ່ານ Kyle Raines ກ່າວ​ຢູ່​ໃນ​ອີ​ແມ​ລ ທີ່​ສົ່ງ​ໄປ​ໃຫ້ ອົງການ​ຂ່າວ ຣອຍ​ເຕີ
ວ່າ “​ໃນ​ຂະນະ​ທີ່​ການ​ພົວພັນ​ສ່ວນ​ໃຫຍ່ ລະຫວ່າງກຳລັງ​ທະຫານ​ອີຣ່ານ ​ແລະ​ກອງທັບ
​ເຮືອ​ສະຫະລັດ ແມ່ນ​ຢູ່​ໃນ​ລັກສະນະເປັນ​ແບບມືອາຊີບ ປອດ​ໄພ ​ແລະ​ເປັນ​ປະຈຳ ​ເຫດ
ການ​ດັ່ງກ່າວ​ບໍ່​ໄດ້​ເປັນ ​ແລະ​ກົງ​ກັນ​ຂ້່າມ​ໃນ​ຄວາມ​ພະຍາ ຍາມ ​ເພື່ອຄໍ້າ​ປະກັນ​ເສລີພາບ​
ໃນ​ການ​ເດີນ​ເຮືອ ​ແລະ​ຄວາມ​ປອດ​ໄພທາງ​ທະ​ເລ ຢູ່​ໃນ​ບ່ອນ​ເດີນ​ເຮືອ​ຂອງ​ໂລກ.” ​

XS
SM
MD
LG