ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອະດີດ ປ.ອີຣ່ານ ປະກາດ ສະໜັບສະໜຸນ ທ່ານ Rowani (ສະໄລດ໌/ວີດີໂອ)


ທ່ານ Mohammad Khatami
ທ່ານ Mohammad Khatami
ອະດີດ​ປະທານາທິບໍດີ​ອີຣ່ານ ທ່ານ Mohammad Khatami
ກ່າວ​ວ່າ ທ່ານ​ສະໜັບສະໜຸນ ທ່ານ Hassan Rowani ຜູ້​ສະມັກ
ທີ່​ຖືແນວທາງ​ກາງໆ ​ໃນ​ການ​ເລື​ອກຕັ້ງ​ປະທາ​ນາ​ທິບໍດີ ທີ່​ຈະ​ມີ​ຂຶ້ນ
​ໃນ​ວັນ​ສຸກ​ຈະ​ມາ​ນີ້.

ຄໍາ​ຖະ​ແຫຼງ​ໃຫ້ການ​ສະໜັບສະໜຸນດັ່ງກ່າວ ມີ​ຂຶ້ນ​ໃນ​ວັນ​ອັງຄານ​
ມື້​ນີ້ ​ຫຼັງຈາກອະດີດ ຮອງ​ປະທານາທິບໍດີ​ອີຣ່ານ ທ່ານ Moham-
mad Reza Aref ຫົວ​ນິຍົມ​ການ​ປະຕິ​ຮູບ ​ໄດ້​ຖອນ​ຕົວ​ອອກ
ຈາກ​ການລົງສະໝັກເລືອກ​ຕັ້ງ​ເອົາ​ຕໍາ​ແໜ່​ງປະທານາທິບໍດີ ຊຶ່ງ
ທ່ານ​ກ່າວ​ວ່າ ທ່ານຖອນ​ຕົວຫຼັງຈາກໄດ້ຮັບ​ຈົດໝາຍ​ສະບັບ​ນຶ່ງ
​ຈາກ​ທ່ານ Khatami ​ທີ່ບອກ​ທ່ານວ່າ ມັນ​ຈະ​ບໍ່ເປັນ​ການ​ສະ
ຫຼາດເລີຍ ຖ້າທ່ານຍັງ​ສືບ​ຕໍ່​ລົງແຂງ​ຂັນເລືອກ​ຕັ້ງ.


ບັນດາ​ຜູ້​ນິຍົມ​ການ​ປະຕິ​ຮູບ​ໄດ້​ຮຽກຮ້ອງ​ພວກ​ສະໜັບສະໜຸນ​ເຂົາ​ເຈົ້າ ​ປ່ອນ​ບັດ​ເອົາ​ທ່ານ
Aref ທີ່ເປັນ​ຜູ້​ສະໝັກ​ຄົນ​ທີ່​ສອງ​ທີ່​ໄດ້​ຖອນ​ຕົວ​ອອກ​ໃນ​ອາທິດ​ນີ້​. ທ່ານ Gholam Ali Haddad Adel ​ໄດ້​ຖອນ​ຕົວ​ກ່ອນ ​ໃນ​ວັນ​ຈັນວານ​ນີ້​ ຊຶ່ງເຫຼືອໄວ້ພຽງ 6 ທ່ານທີ່ລົງ ແຂ່ງຂັນ​ເອົາ​ຕໍາ​ແໜ່​ງປະທານາທິບໍດີ ​ແທນທ່ານ Mohammad Ahmadinejad.

ສະພາ​ຜູ້​ພິທັກອີຣ່ານ ທີ່​ປະກອບ​ດ້ວຍ​ນັກບວດ​ແລະນັກ​ກົດໝາຍ ໄດ້​ຮັບຮອງ​ເອົາ​ລາຍຊື່
ຜູ້​ສະໝັກ​ເລືອກ​ຕັ້ງ 6 ຄົນ​ນັ້ນ ຊຶ່ງສ່ວນ​ໃຫຍ່​ເປັນ​ພວກຫົວ​ຈາຮີດ​ນິຍົມຈັດ ທີ່​ຈົງ​ຮັກ​ພັກດີ
ຕໍ່​ທ່ານ Ayatollah Ali Khamenei ຜູ້​ນໍາ​ສູງ​ສຸດ​ຂອງ​ອີຣ່ານ.

ສ່ວນທ່ານ Ahmadinejad ​ນັ້ນ ​ແມ່ນບໍ່​ສາມາດ​ທີ່​ຈະ​ລົງ​ແຂງ​ຂັນ​ເອົາ​ຕໍາ​ແໜ່​ງປະທາ​ນາ​ທິບໍດີ ເປັນສະ​ໄໝ​ທີ 3 ​ໄດ້ ພາຍ​ໃຕ້ກົດໝາຍ​ລັດ​ຖະທໍາ​ມະນູນ​ຂອງ​ອີຣ່ານ.

Iran's Presidential Candidates Are Cut From Similar Cloth
please wait

No media source currently available

0:00 0:02:30 0:00
ລິງໂດຍກົງ
Loading...
XS
SM
MD
LG