ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວອິຣ່ານ ປະທ້ວງ ຄ່າເງິນ “rial” ຕົກ (ວີດີໂອ)


ບັນດາຮ້ານຄ້າຮ້ານຂາຍໃນເຂດຕະຫລາດໃຫຍ່ ໃນເມືອງຫຼວງ
ຂອງອີຣ່ານ ສ່ວນໃຫຍ່ແມ່ນຍັງປິດຢູ່ຕໍ່ມາ ໃນວັນພະຫັດມື້ນີ້
ນຶ່ງມື້ຫຼັງຈາກພວກຕໍາຫຼວດປາບຈະລາຈົນໄດ້ປະທະກັນກັບ
ພວກປະຊາຊົນ ທີ່ພາກັນປະທ້ວງ ການຕົກຕໍ່າລົງຂອງຄ່າ
ເງິນ “rial” ຂອງປະເທດ.

ພວກທີ່ໄປເຫັນເວົ້າວ່າ ມີພຽງແຕ່ບາງຮ້ານເທົ່ານັ້ນ ທີ່ເປີດໃຫ້ບໍລິການ ແລະວ່າ ມີຕໍາຫຼວດ ທໍາການລາດຕະເວນຢູ່ໃນເຂດນັ້ນ ໃນໃຈກາງນະຄອນຫລວງ Tehran.

ພວກພໍ່ຄ້າຊາວຂາຍທັງຫຼາຍໄດ້ປິດຮ້ານຂອງຕົນ ໃນວັນພຸດວານນີ້ ໃນຂະນະທີ່ ຕໍາຫຼວດ ຕໍ່ສູ້ກັນກັບພວກປະທ້ວງ ແລະທໍາການຈັບກຸມພວກທີ່ແລກປ່ຽນເງິນຕາ.

ເງິນ “rial” ຂອງອິຣ່ານ ໄດ້ຕົກລາຄາ ປະມານ 1/3 ໃນອາທິດນີ້.

ປະທະນາທິບໍດີອິຣ່ານ ທ່ານ Mahmoud Ahmadinejad ໄດ້ຄັດຄ້ານຕໍ່ການຕໍາໜິຕິຕຽນ ທີ່ເພີ່ມທະວີຂຶ້ນເລື້ອຍໆຈາກພາຍໃນປະເທດ ກ່ຽວກັບນະໂຍບາຍຂອງທ່ານນັ້ນ ແລະຖີ້ມ
ໂທດໃສ່ອັນທີ່ທ່ານເອີ້ນວ່າ “ການກົດດັນທາງດ້ານຈິດຕະວິທະຍາ” ຂອງພວກສັດຕູຂອງ
ອີຣ່ານນັ້ນ ວ່າເປັນຕົ້ນເຫດເຮັດໃຫ້ເງິນຕາຂອງອິຣ່ານ ຕົກລາຄາ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ໄດ້ກ່າວໃນວັນພຸດ
ວານນີ້ວ່າ ການລົງໂທດຂອງນາໆຊາດ ຕໍ່ອັນທີ່ສົງໄສວ່າເປັນໂຄງການສ້າງອາວຸດນີວເຄລຍ
ຂອງອີຣານ ນັ້ນ ໄດ້ມີຜົນກະທົບແລ້ວ. ແຕ່ທ່ານນາງຍັງກ່າວອີກວ່າ ພວກຜູ້ນໍາອິຣ່ານແລະ
ການຕັດສິນໃຈຂອງພວກເຂົາເຈົ້າ ທີ່ບໍ່ມີຫຍັງຫຍຸ້ງກ່ຽວກັບການລົງໂທດເລີຍນັ້ນ ແມ່ນເປັນ
ຕົ້ນເຫດ ຂອງ ບັນຫາ ເສດຖະກິດຂອງອິຣ່ານ.

ທ່ານນາງຍັງກ່າວເພີ່ມຕື່ມວ່າ ການລົງໂທດດັ່ງກ່າວສາມາດແກ້ໄຂໄດ້ໃນເວລາອັນໄວໆ
ຖ້າຫາກວ່າ ອີຣ່ານພ້ອມທີ່ຈະທໍາງານຢ່າງຈິງໃຈກັບບັນດາປະຊາຄົມນາໆຊາດ ກ່ຽວກັບ
ໂຄງການນີວເຄລຍຂອງຕົນນັ້ນ.
XS
SM
MD
LG