ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາ​ອີຣ່ານ ຮັບ​ຜ່ານ ​ຮ່າງ​ກົດໝ​າຍ ອະນຸມັດ ຂໍ້ຕົກລົງ ​ນິວ​ເຄລຍ


ປະທານາທິບໍດີອີຣ່ານ ທ່ານ Hasan Rouhani ກ່າວໃນສະພາ ທີ່ນະຄອນ Tehran ປະເທດອີຣ່ານ.
ປະທານາທິບໍດີອີຣ່ານ ທ່ານ Hasan Rouhani ກ່າວໃນສະພາ ທີ່ນະຄອນ Tehran ປະເທດອີຣ່ານ.

ສະພາ​ອີຣ່ານ ຮັບ​ຜ່ານ​ຮ່າງ​ກົດໝ​າຍ ໃນ​ວັນ​ອັງຄານ​ມື້​ນີ້​ ໃຫ້
ການອະນຸມັດ ຕໍ່ຂໍ້ຕົກລົງ​ນິວ​ເຄລຍກັບ​ກຸ່ມ 6 ປະ​ເທດ​ມະຫາ
ອຳນາດ​ຂອງ​ໂລກ.

ອົງການ​ຂ່າວ​ IRNA ຂອງ​ທາງການອີຣ່ານໄດ້​ກ່າວ​ວ່າ ບັນດາ​
ສະມາຊິກ​ສະພາ​ ລົງ​ຄະ​ແນນ​ສຽງເຫັນພ້ອມ 161 ຕໍ່ 59 ສຽງ
ແລະ 13 ຄົນບໍ່ອອກສຽງ.

ລັດຖະສະພາ​ສະຫະລັດ ​ໄດ້​ເສັດສິ້ນການທົບທວນເບິ່ງຂໍ້​ຕົກລົງ​ດັ່ງກ່າວ​ໃນ​ເດືອນ​ແລ້ວ​ນີ້ ​ໂດຍ​ທີ່​ພັກ Democrats ໄດ້ກີດ​ກັນ ຄວາມ​ພະຍາຍາມ​ຂອງພັກ Republican ທີ່​ຈະ
​ລົງ​ຄະ​ແນນ​ສຽງ​ຕໍ່ຕ້ານ​ຂໍ້ຕົກລົງ​ທີ່​ວ່າ​ນີ້.

ຫົວໜ້າຂອງອົງການປະລາມະນູສາກົນ ທ່ານ Ali Akbar Salehi,(ລຸ່ມ), ຖະແຫຼງໃນລັດຖະສະພາ ກ່ຽວກັບຮ່າງກົດໝາຍ ຂອງໂຄງການນິວເຄລຍ ໃນ Tehran, Iran, 11 ຕຸລາ, 2015.
ຫົວໜ້າຂອງອົງການປະລາມະນູສາກົນ ທ່ານ Ali Akbar Salehi,(ລຸ່ມ), ຖະແຫຼງໃນລັດຖະສະພາ ກ່ຽວກັບຮ່າງກົດໝາຍ ຂອງໂຄງການນິວເຄລຍ ໃນ Tehran, Iran, 11 ຕຸລາ, 2015.

ອີຣ່ານ​ແລະ​ກຸ່ມ​ດັ່ງກ່າວ ທີ່​ຮວມມີ ສະຫະລັດ ອັງກິດ ຈີນ ຝຣັ່ງ ຣັດ​ເຊຍ ​ແລະ​ເຢຍຣະມັນ ​ໄດ້​ບັນລຸ​ຂໍ້​ຕົກລົງ ​ໃນ​ເດືອນ​ກໍລະກົດ​ຜ່ານ​ມາ​ນີ້ ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ເຈລະຈາ​ຕໍ່​ຮອງ​ກັນ​ທີ່​ຍືດ​ເຍື້ອຍາວ​ນານ ​ແລະ​ໄດ້​ເລື່ອນ​ເວລາອອກ​ໄປ​ ກາຍ​ເສັ້ນ​ຕາຍ​ທີ່​ວາງ​ໄວ້ ຕັ້ງຫຼາຍ​ເທື່ອ​ແລ້ວ​. ພາຍ​ໃຕ້ຂໍ້ຕົກລົງດັ່ງກ່າວ ອີ​ຣ່ານຈະ​ໄດ້​ຈຳກັດ​ໂຄງການ​ນິວ​ເຄລຍຂອງ​ຕົນເພື່ອ​ແລກປ່ຽນ​ກັບ​ການ​ຜ່ອນຜັນ​ການ​ລົງ​ໂທດ ທີ່ໄດ້ສ້າງຄວາມເສຍຫາຍຕໍ່​ເສດຖະກິດ​ຂອງ​ອີຣ່ານ ຢ່າງ​ໜັກໜ່ວງ​ ​ໃນ​ບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້.

ການ​ເຈລາຈາທີ່​ວ່າ​ນີ້ ​ແມ່ນ​ໄດ້​ຈັດໃຫ້ມີຂຶ້ນເພື່ອແກ້ໄຂການກ່າວ​ຫາ​ອີຣ່ານພວມດຳເນີນ
ງານເພື່ອສ້າງ ​ອາວຸດ​ນິວ​ເຄລຍ. ອີຣ່ານ​ໄດ້​ປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ​ນີ້ສະ​ເໝີ​ມາ ​ໂດຍ​ທີ່​ຢືນ​ຢັດ​ວ່າ​ ​ໂຄງການ​ນິວ​ເຄລຍຂອງ​ຕົນ​ນັ້ນ​ແມ່ນ​ມີ​ຈຸດປະສົງ​ໃນ​ທາງ​ສັນຕິ ​ເຊັ່ນການຄົ້ນຄວ້າ​ທາງ​ດ້ານການ​ແພດ​ແລະ​ຜະລິດ​ພະລັງງານເທົ່າ​ນັ້ນ.

ສະມາຊິກສະພາ ນິຍົມແນວທາງເດີມ ທ່ານ Bijan Nobaveh Vatan ຖືເຈ້ຍ ທີ່ຂຽນພາສາເປີເຊຍ, "ຝ່າຍຕົງຂ້າມ JCPOA," ໃນການເປີດສະພາ ປຶກສາຫາລື ໃນລັດຖະສະພາ, Tehran, ອິຣ່ານ 11 ຕຸລາ, 2015.
ສະມາຊິກສະພາ ນິຍົມແນວທາງເດີມ ທ່ານ Bijan Nobaveh Vatan ຖືເຈ້ຍ ທີ່ຂຽນພາສາເປີເຊຍ, "ຝ່າຍຕົງຂ້າມ JCPOA," ໃນການເປີດສະພາ ປຶກສາຫາລື ໃນລັດຖະສະພາ, Tehran, ອິຣ່ານ 11 ຕຸລາ, 2015.

ໃນ​ບາດກ້າວ​ຂອງການ​ດຳ​ເນີນ​ການ​ຕໍ່​ໄ​ປ ​ຂອງ​ຂໍ້​ຕົກລົງ​ທີ່​ວ່າ​ນີ້ ​ໃຫ້​ຕໍ່​ໄປ​ນັ້ນ ກໍແມ່ນຈະ​ໄດ້​ຟັງລາຍ​ງານ ຈາກ​ອົງການ​ປະ​ລະມາ​ນູສາກົນ ຫຼື IAEA ທີ່​ໄດ້​ທຳ​ການ​ສື​ບສວນມາເປັນເວ
ລາດົນກວ່ານຶ່ງທົດສະວັດ ​ໃນ​ຄວາມ​ເປັນ​ໄປ​ໄດ້ ກ່ຽວກັບການທີ່​ອາດ​ຈະ​ນຳ​ໃຊ້​ທາງ​ທະຫານ ໃນກິດຈະການ​ນິວ​ເຄລຍຂອງ​ອີຣ່ານ. ຫົວໜ້າ​ອົງການ IAEA ທ່ານ Yukiya Amano ຈະ​ນຳ​ສະ​ເໜີ​ລາຍ​ງານດັ່ງກ່າວ ​ພາຍ​ໃນວັນທີ 15 ​ເດືອນ​ທັນວາທີ່​ຈະ​ມາ​ເຖິງ​ນີ້.

ອົງການ IAEA​ ແມ່ນເປັນຜູ້ກຳກັບໃນເລື້ອງສັງເກດການເບິ່ງ​ໂຄງການ​ດັ່ງກ່າວ​ວ່າ ​ອີຣ່ານ
ປະຕິບັດ​ຕາມ​ຂໍ້​ຕົກລົງ​ໃນ​ໂຄງການ​ນິວ​ເຄລຍສາກົນ​ຫຼື​ບໍ່? ​ແລະ​ລໍຖ້າ​ໃຫ້​ອົງການ​ລະບຸ​ວ່າ ອີຣ່ານ ປະຕິບັດ​ຕາມ​ຂໍ້​ຕົກລົງ ຈຶ່ງ​ຈະມີການຍົກ​ເລີກ​ການ​ລົງ​ໂທດ​ຕໍ່​ອີຣ່ານ.

XS
SM
MD
LG