ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອີຣ່ານ​ ພົບ​ປະ​ກັບ EU ກ່ອນວັນເສັ້ນ​ຕາຍ ໂຄງການ​ນິວ​ເຄຼຍ


ລັດຖະມົນຕີ​ຕ່າງປະ​ເທດ ອີຣ່ານ ທ່ານ Mohammed Javad Zarif ຍ່າງ​ກັບບັນດາ​ຄູ່​ຕຳ​ແໜ່​ງຂອງທ່ານ ຈາກ ກຸ່ມ​ປະ​ເທດ P5+1 ​ໃນ​ນະຄອນຫຼວງ Vienna,ປະ​ເທດ Austria. 24 ພະ​ຈິກ 2014.
ລັດຖະມົນຕີ​ຕ່າງປະ​ເທດ ອີຣ່ານ ທ່ານ Mohammed Javad Zarif ຍ່າງ​ກັບບັນດາ​ຄູ່​ຕຳ​ແໜ່​ງຂອງທ່ານ ຈາກ ກຸ່ມ​ປະ​ເທດ P5+1 ​ໃນ​ນະຄອນຫຼວງ Vienna,ປະ​ເທດ Austria. 24 ພະ​ຈິກ 2014.

ລັດຖະມົນຕີ​ຕ່າງປະ​ເທດ ອີຣ່ານ ທ່ານ Mohammed Javad Zarif ​ມີກຳນົດ​ການພົບ​ປະ​ກັບ​ບັນດາ​ຄູ່​ຕຳ​ແໜ່​ງ ຈາກ​ສະຫະ​ພາບ
ຢູ​ໂຣບ ​ໃນ​ວັນ​ຈັນ​ມື້​ນີ້, ກ່​ອນວັນເສັ້ນ​ຕາຍ​ສຳລັບໃຫ້​ບັນລຸຂໍ້​ຕົກລົງ​ສາກົນ​ກ່ຽວ​ກັບ ໂຄງການ​ນິວ​ເຄຼຍຂອງ ​ເທຣ່ານ ​ໃນວັນ​ທີ 30 ມິຖຸນາ ​ທີ່​ຈະ​ມາ​ເຖິງ​ນີ້.

ການ​ເຈ​ລະ​ຈາ​ຮອບ​ສຸດ​ທ້າຍ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ ອີຣ່ານ ​ແມ່ນ​ຈະ​ເລີ່ມຂື້ນ ​ໃນ​ທ້າຍທິດ​ນີ້.

​ອົງການ​ຂ່າວ ຝຣັ່ງ ​ລາຍ​ງານ​ວ່າ ​ແຫຼ່ງຂ່າວ EU ທີ່​ບໍ່ບອກ​ຊື່​ ກ່າວ​ວ່າ ການ​ປະຊຸ​ມຮ່ວມ​ກັບ​ ລັດຖະມົນ​ຕີຕ່າງປະ​ເທດ Phillip Hammond ຈາກ​ອັງ​ກິດ, Laurent Fabius ຈາກ​ ຝຣັ່ງ ​ແລະ Walter Steinmeier ຈາກ​ ເຢຍລະ​ມັນ ​ແມ່ນ ຈະເປັນ​ການ​ປະຊຸມ​ດ້ານ​ການ​ເມືອງ ​ກ່ອນ​ການ​ເຈລະຈາ​ຮອບ​ສຸດ​ທ້າຍ.

ການ​ເ​ຈລະ​ຈາ​ຈະ​ຈັດ​ຂຶ້ນ ​ນອກ​ກອງ​ປະ​ຊຸ​ມຄົບ​ຄະນະ​ ຂອງ​ບັນດາ​ລັດຖະມົນຕີຕ່າງປະ​ເທດ EU, ​ເຊິ່ງຈະ​ປືກສາ​ຫາລື​ກັນ ເລື່ອງ​ການ​ຕໍ່​ເວລາການ​ລົງ​ໂທດ​ຕໍ່ ຣັດ​ເຊຍ​ ອອກ​ໄປ​ອີກ ຍ້ອນການ​ຂັດ​ແຍ້​ງກັນ ກ່ຽວ​ກັບ​ ຢູ​ເຄຣນ ​ແລະ​ເລື່ອງ​ເປີດ​ການ​ປະ​ຕິ​ບັດ​ການ​ທາງ​ເຮືອ ແນ​ເປົ້າ​ໃສ່​ພວກ​ຄ້າ​ມະນຸດ​ໃນ​ທະ​ເລ ​ເມ​ດີ​ເທີ​ເຣ​ນຽນ.

ຫຼັງ​ຈາກ​ການ​ປະຊຸ​ມກັບ​ນາຍົກລັດຖະມົນຕີ ອີສຣາ​ເອລ ທ່ານ Benjamin Netanyahu ວັນ​ອາທິດ​ວານ​ນີ້​ ໃນນະຄອນ Jerusalem, ລັດ​ຖະມົນຕີ​ຕ່າງປະ​ເທດ​ຂອງ ຝຣັ່ງ ​ໄດ້ກ່າວ​ວ່າ ການ​ຕົກລົງ​ກັບ ອີຣ່ານ ຕ້ອງມີ​ຄວາມ​ໜັກ​ແໜ້ນ, ​ເຂັ້​ມ​ແຂງ ​ແລະ ສາມາດ​ພິສູດ​ຄວາມ​ຈິງ​ໄດ້​ ຢ່າງ​ທີ່​ສຸດ.

ອີຣ່ານ ​ໄດ້​ບັນລຸ​ ໂຄງ​ຮ່າງ​ຂໍ້​ຕົກລົງນິວ​ເຄຼຍ ກັບ ສະຫະ​ລັດ, ຣັດ​ເຊຍ, ຈີນ, ຝຣັ່ງ, ອັງກິດ ​ແລະ ​ເຢຍລະມັນ ໃນວັນທີ 2 ​ເດືອນ​ເມ​ສາທີ່​ຜ່ານ​ມາ. ​ພັກ​ຝ່າ​ຍທັງ​ໝົດແມ່ນ​ເພັ່ງ​ເລັງ​ໃສ່ການ​ເຮັດ​ຂໍ້​ຕົກລົງ​ຂັ້ນ​ສຸດ​ທ້າຍເຊິ່ງ ອີຣ່ານ ຈະຕ້ອງ​ຈຳກັດໂຄງການ​ນິວ​ເຄຼຍຂອງ​ຕົນ ເພື່ອ ແລກປ່ຽນ​ກັບ​ການຜ່ອນ​ເບົາ​ການ​ລົງ​ໂທດ​ດ້ານ​ເສດ​ຖະກິດ ຂອງ​ຝ່າຍ​ຕາ​ເວັນ​ຕົກ.

Experts: Nuclear Talks Ignore Iran’s Missiles at World's Peril
please wait

No media source currently available

0:00 0:00:41 0:00


XS
SM
MD
LG