ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອີຣ່ານ ແລະ 6 ມະຫາອຳນາດ ເຈລະຈາ ຮອບໃໝ່ ກ່ຽວກັບ ເລື່ອງນິວເຄລຍ (ວີດີໂອ)


ໂຮງໄຟຟ້ານິວເຄລຍ ຂອງອີຣ່ານ ຢູ່ທີ່ເມືອງ Bushehr ໃນພາກໃຕ້ຂອງປະເທດ
ໂຮງໄຟຟ້ານິວເຄລຍ ຂອງອີຣ່ານ ຢູ່ທີ່ເມືອງ Bushehr ໃນພາກໃຕ້ຂອງປະເທດ
ບັນດາ​ນັກ​ເຈລະຈາຈາກອີຣ່ານແລະ​ກຸ່ມ​ຫົກ​ປະ​ເທດ​ມະ
ຫາ​ອຳນາດຂອງໂລກ ກຳລັງ​ເຈລະຈາ​ກັນ​ຮອບ​ໃໝ່ ​ໃນ
​ຄວາມ​ພະຍາຍາມ ເພື່ອຮ່າງຂໍ້​ຕົກລົງ​ ລະຍະ​ຍາວ ກ່ຽວ
​ກັບ​ໂຄງການ​ນິວ​ເຄລຍຂອງອີຣ່ານ.

​ຄະນະເຈລະຈາຂອງທັງສອງຝ່າຍ ໄດ້​ພົບ​ປະກັນ ໃນ​
ວັນ​ພຸດ​ມື້​ນີ້ ​ທີ່ນະຄອນ Vienna ໂດຍມີແຜນການ​ທີ່​ຈະ
​ເລີ້ມ​ຮ່າງ​ເອກກະສານ​ຂໍ້​ຕົກລົງ ​ໃນ​ຂະນະ​ທີ່ເຂົາ​ເຈົ້າ​
ພວມໃກ້ຈະຮອດ ເປົ້າ​ໝາຍ​ເສັ້ນ​ຕາຍ ​ໃນ​ວັນທີ 20 ​
ເດືອນ​ກໍລະ​ກົດ.

ຂໍ້​ຕົກລົງ​ລະຍະ​ຍາວ ຈະ​ເສີມຂະຫຍາຍຂໍ້​ຕົກລົງ​ຊົ່ວຄາວ ທີ່​ເຂົາ​ເຈົ້າ​ໄດ້​ບັນລຸ​ໃນ​ເດືອນ​
ພະ​ຈິກປີ​ແລ້ວ​ນີ້ ທີ່ຮຽກ​ຮ້ອງ​ໃຫ້ອີຣ່ານ ຫລຸດຜ່ອນ​ກິດຈະການ​ນິວ​ເຄລຍຂອງ​ຕົນ ເພື່ອ
ເປັນ​ກາ​ນ​ແລກປ່ຽນ​ ກັບການບັນເທົາຜ່ອນຜັນແບບຈຳ ກັດຕໍ່ການລົງ​ໂທດຂອງ
ປະເທດ​ຕາ​ເວັນ​ຕົກ.

ຢູ່​ໃນ​ຂໍ້​ຕົກລົງ​ຂັ້ນສຸດທ້າຍນັ້ນ ອີຣ່ານຕ້ອງການໃຫ້ຍົກເລີກ ການລົງ​ໂທດ​ທັງ​ໝົດ ທີ່​
ແນໃສ່​ໂຄງ​ການ​ນິວ​ເຄລຍຂອງຕົນ ​ໃນ​ຂະນະ​ທີ່​ກຸ່ມປະເທດມະຫາອຳ ນາດຂອງໂລກ
ທີ່ມີຮວມ​ທັງສະຫະລັດ ອັງກິດ ຈີນ ຝຣັ່ງ ຣັດ​ເຊຍແລະ​ເຢຍລະ​ມັນ ຕ້ອງການໃຫ້
ອີຣ່ານ ຄ້ຳປະກັນວ່າ ຕົນບໍ່ໄດ້​ປະຕິບັດ​ງານ​ສ້າງ​ ເພື່ອ ສ້າງອາວຸດ​ນິ​ເຄລຍ.

ອີຣ່ານ ​ໄດ້​ເນັ້ນ​ໜັກ​ຕະຫລອດ​ມາ​ວ່າ ​ໂຄ​ງການ​ນິວ​ເຄລຍຂອງ​ຕົນ ​ແມ່ນມີຈຸດປະສົງ
ໃນທາງ​ສັນຕິ.

ອົງການ​ພະລັງງານ​ປະລະມານູສາກົນຫລື IAEA ສະ​ແດງ​ໃຫ້​ເຫັນ​ວ່າ ຫຼັງ​ຈາກການ
ພົບປະ​ກັບອີຣ່ານ ​ໃນ​ວັນ​ຈັນ​ທີ່​ຜ່ານ​ມານີ້ແລ້ວ ​ເຕຫະຣ່ານ ຍັງຕ້ອງໄດ້ດຳເນີນວຽກ
ການເພີ້​ມ​ຕື່ມ ​ເພື່ອ​ຈະຈັດຕັ້ງປະ​ຕິ​ບັດຢ່າງເຕັມທີ່ ກ່ຽວກັບມາດຕະການ ເພື່ອສ້າງ
ຄວາມໂປ່ງໃສ ແກ່ໂຄງການນິວ​ເຄລຍຂອງຕົນໃຫ້ທັນກັບ​ເສັ້ນ​ຕາຍໃນ ວັນ​ພະຫັດ
ມື້ອື່ນນີ້.
IRAN NUCLEAR VO
please wait
Embed

No media source currently available

0:00 0:00:33 0:00
XS
SM
MD
LG