ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຣ່ານ ປະກາດ ຈະຕອບໂຕ້ຄືນ ຕໍ່ການໂຈມຕີ ໃດໆກໍຕາມ


ນາຍົກລັດຖະມົນຕິອິສຣາແອລ ຂີດເສັ້ນແດງ ຕໍ່ໂຄງການນິວເຄລຍຂອງອີຣ່ານ
ນາຍົກລັດຖະມົນຕິອິສຣາແອລ ຂີດເສັ້ນແດງ ຕໍ່ໂຄງການນິວເຄລຍຂອງອີຣ່ານ
ອີຣ່ານ ​ປະກາດ​ວ່າຈະ​ໂຕ້​ຕອບຕໍ່​ການ​ໂຈມ​ຕີໃດໆກໍ​ຕາມ ຫລັງ​
ຈາກ​ນາ​ຍົກ​ລັດ ຖະມົນ​ຕີອິສຣາ​ແອ​ລ ທ່ານ Benjamin
Netanyahu ​ໄດ້​ຮຽກຮ້ອງ​ໃຫ້​ໂລກ​ພາກັນ “ຂີດ​ເສັ້ນ​ແດງ ​ຢ່າງ​
ຈະ​ແຈ້ງ” ຕໍ່​ໂຄງການ​ນິວ​ເຄລຍຂອງອີຣ່ານ.

ເອກ​ອັກ​ຄະ​ລັດ​ທະ​ທູດອີຣ່ານ ປະ​ຈໍາ​ສະຫະ​ປະຊາ​ຊາດ ທ່ານ Eshagh al-Habib ກ່າວ​ຫາທ່ານ Netanyahu ວ່າ ​ສ້າງ “​ເລື່ອງ​ກ່າວ​ຫາ​ທີ່​ບໍ່​ມີ​ມູນຄວາມ​ຈິງ” ຕໍ່ເຕ​ເຮຣານ ​ໂດຍ​ຢືນ​ຢັດ​ວ່າ ​ໂຄງການ​ນິວ​ເຄລຍຂອງ​ຕົນ ​ມີ​ຈຸດ​ປະສົງ​ໃນ​ທາງສັນຕິ. ບັນດາ​ມະຫາ​ອໍານາດ​ຂອງໂລກກ່າວ​ວ່າ ອີຣ່ານກໍາລັງຊອກ​ຫາຊ່ອງ​ທາງ​ເພື່ອ​ສ້າງອາວຸດ​ນິວ​ເຄລຍ.

ໃນ​ວັນ​ພະຫັດວານ​ນີ້ ທ່ານ Netanyahu ​ໄດ້​ຖະ​ແຫຼງ​ຕໍ່ບັນດາ​ຜູ້​ແທນ​ປະ​ເທດ ຕ່າງໆທີ່​ກອງ​ປະ​ຊຸມ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດວ່າ ​ເວລາ​ພວມ​ຈະໝົດ​ລົງ ສຳ​ຫຼັບ​ໂລກ ​ທີ່
ຈະ​ຢຸດ​ຢັ້ງອີຣ່ານ ກ່ຽວ​ກັບ​ເລື່ອງ​ນີ້. ທ່ານ​ໄດ້​ໃຊ້​ຮູບ​ແຕ້ມ​ລະ​ເບີດ ​ເພື່ອເປັນ​ການອະ​ພິບາຍ
ວ່າ “​ຕ້ອງ​ໄດ້​ມີ​ການ​ຂີດເສັ້ນ​ແດງ​ ​ກ່ອນທີ່ອີຣ່ານຈະ​ສໍາ ​ເລັດ​ຂັ້ນ​ທີ່​ສອງ​ ຂອງ​ການ​ກັ່ນ​ທາດ
ຢູ​ເຣ​ນຽມ ທີ່​ຈໍາ​ເປັນ​ໃນ​ການ​ເຮັດລູກລ​ະ​ເບີດ​ນິວ​ເຄລຍ.

ໃນ​ຕົ້ນ​ອາທິດ​ນີ້ ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວ​ວ່າ ສະຫະລັດ
ຈະ​ທໍາ​ທຸກ​ວິ​ທີທາງທີ່​ເຫັນ​ວ່າ​ຈຳ​ເປັນ​ເພື່ອ​ປ້ອງ​ກັນບໍ່​ໃຫ້​ເຕ​ເຮຣານມີ​ອາ ວຸດ​ນິວ​ເຄລຍຢູ່​ໃນ​ຄວາມ​ຄອບ​ຄອງ ​ແຕ່​ບໍ່​ໄດ້​ຍື່ນຄໍາ​ຂາດ​ຕໍ່ອີຣ່ານ. ລັດຖະມົນ​ຕີ​ການ​ຕ່າງປະ​ເທດສະຫະ
ລັດ ທ່ານ​ນາງ Hillary Clinton ​ໄດ້​ພົບ​ປະ​ກັບ ທ່ານ Netanyahu ​ໃນ​ຕອນແລງ​ຂອງ
ວັນ​ພະຫັດວານ​ນີ້. ບັນດາ​ເຈົ້າ​ໜ້າ​ທີ່ ບໍ່​ໄດ້ໃຫ້​ລາຍ​ລະອຽດ​ກ່ຽວ​ກັບ​ການ​ຫາລື​ກັນ​ດັ່ງກ່າວ.

ກ່ຽວຂ້ອງກັນ

XS
SM
MD
LG