ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຣ່ານ ສະເຫຼີມສະຫຼອງ ຄົບຮອບ 34 ປີ ແຫ່ງ ການປະຕິວັດ ອິສລາມ (ວີດິໂອກ່ຽວຂ້ອງ)


ປະທານາທິບໍດີ Mahmoud Ahmadinejad (ກາງ) ທີ່ຕິດຕາມດ້ວຍທະຫານປ້ອງກັນຕົວຂອງທ່ານ ໂບກມືຢູ່ເທິງລົດ ໃຫ້ພວກທີ່ມາອວຍພອນທ່ານ ໃນໂອກາດສະຫເລີມສະຫລອງ ວັນຄົບຮອບ 34 ປີ ແຫ່ງການປະຕິວັດອິສລາມ ໃນປີ 1979.
ປະທານາທິບໍດີ Mahmoud Ahmadinejad (ກາງ) ທີ່ຕິດຕາມດ້ວຍທະຫານປ້ອງກັນຕົວຂອງທ່ານ ໂບກມືຢູ່ເທິງລົດ ໃຫ້ພວກທີ່ມາອວຍພອນທ່ານ ໃນໂອກາດສະຫເລີມສະຫລອງ ວັນຄົບຮອບ 34 ປີ ແຫ່ງການປະຕິວັດອິສລາມ ໃນປີ 1979.
ຊາວອີຣ່ານພາກັນໂຮມຊຸມນຸມຢູ່ໃນທົ່ວປະເທດ ເພື່ອສະ
ເຫລີມສະຫລອງ ວັນຄົບຮອບ 34 ປີ ແຫ່ງການປະຕິວັດ
ອິສລາມ ໃນປີ 1979 ທີ່ໄດ້ໂຄ່ນລົ້ມພະເຈົ້າຊາ ທີ່ໄດ້ຮັບ
ການໜຸນຫລັງຈາກສະຫະລັດນັ້ນ ລົງຈາກອໍານາດ ແລະ ໄດ້ນໍາເອົາພວກນັກບວດອິສລາມຫົວແຂງກະດ້າງຂຶ້ນການ
ອໍານາດ. ປະທານາທິບໍດີ Mahmoud Ahmadinejad ໄດ້
ກ່າວຄໍາປາໄສຕໍ່ຝູງຊົນໃນ ວັນອາທິດມື້ນີ້ ທີ່ກຸງເຕຣ່ານ ນະ
ຄອນຫລວງຂອງປະເທດ ບ່ອນທີ່ພວກປະທ້ວງພາກັນໂບກ
ທຸງອີຣ່ານ ແລະຮ້ອງຄໍາຂວັນວ່າ “ອາເມຣິກາຕາຍຊະ” ແລະ
“ອິສຣາແອລຕາຍຊະ” ຊຶ່ງເປັນຄໍາຂວັນທີ່ຕາມປະເພນີແລ້ວ
ແມ່ນໃຊ້ເພື່ອປະນາມສັດຕູ ເອກຂອງສາທາລະນະລັດອິສ
ລາມແຫ່ງນັ້ນ.

ກຸງເຕ່ຣ່ານ ໄດ້ປະເຊີນກັບການລົງໂທດຂອງສາກົນ ມາເປັນຫລາຍໆງວດ ທີ່ແນໃສ່ເພື່ອ ຍັບຍັ້ງໂຄງການນີວເຄລຍເສີມສະມັດຕະພາບທາດຢູເຣນຽມຂອງອິຣ່ານ ທີ່ເປັນບັນຫາ ໂຕແຍ້ງກັນ ຊຶ່ງເປັນຂັ້ນຕອນທີ່ສາມາດນໍາໃຊ້ເພື່ອເປົ້າໝາຍທາງທະຫານ ແລະພົນລະ ເຮືອນໄດ້ນັ້ນ.

ພວກເຈົ້າໜ້າທີ່ອີຣ່ານ ປະຕິເສດວ່າຕົນບໍ່ມີເຈດຕະນາໃດໆ ທີ່ຈະສ້າງອາວຸດນີວເຄລຍ.

ເບິ່ງວີດິໂອກ່ຽວກັບຊາວອີຈິບແກວ່ງເກີບໃສ່ທ່ານ ອາມາດີເນຈາດ ລະຫວ່າງທີ່ຢ້ຽມຢາມນະຄອນຫລວງໄຄໂຣ ເມື່ອຕົ້ນເດືອນກຸມພາ:

XS
SM
MD
LG