ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ.ອີຣ່ານ ກ່າວ​ຄຳປາໄສ ຕໍ່ກອງປະຊຸມ ສະມັດຊາໃຫຍ່ ສ​ປ​ຊ (ວີ​ດີ​ໂອ)


ປະທານາທິບໍດີ Hassan Rouhani ກໍາລັງກ່າວຄໍາປາໄສ ຕໍ່ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ
ປະທານາທິບໍດີ Hassan Rouhani ກໍາລັງກ່າວຄໍາປາໄສ ຕໍ່ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ
ປະທານາທິບໍດີ Hassan Rouhani ແຫ່ງອິຣ່ານກ່າວຄຳ​ປາ​ໄສ
ຕໍ່ກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດເປັນຄັ້ງທຳອິດ
ໂດຍມີນ້ຳສຽງ ທີ່ໃຫ້ຄວາມຫວັງ ກ່ຽວກັບສາຍພົວພັນ ທີ່ດີຂຶ້ນກັບ
ສະຫະຣັດ.

ລິງໂດຍກົງ

ປະທານາທິບໍດີຣູຮານີ ກ່າວວ່າ ພວກເຮົາສາມາດສ້າງໂຄງຮ່າງ
ເພື່ອ​ຄຸ້ມ​ຄອງ ຄວາມ​ເຫັນ​ທີ່ແຕກຕ່າງ ຂອງພວກເຮົາໄດ້. ຫລັງ
ຈາກນັ້ນ ກໍໄດ້ມີການກ່າວຄຳເວົ້າຕ່າງໆ ທີ່ເຮົາຄຸ້ນເຄີຍໄດ້ຍິນ
ໄດ້ຟັງມາກ່ອນ ໃນຂະນະທີ່ປະທານາທິບໍດີຂອງອິຣ່ານ ເວົ້າເຖິງ
ທ່າທີຂອງກຸງເຕຫະຣ່ານ:

ປະທານາທິບໍດີ ຣູຮານີ ກ່າວວ່າ “ການຮັບເອົາ ແລະການນັບຖືຕໍ່ການຈັດຕັ້ງປະຕິບັດສິດທິ​
ໃນ​ການ​ກັ່ນ​ທາດ​ຢູ​ເຣນຽມ ​ຢູ່​ໃນ​ອີຣ່ານ ​ແລະ​ການ​ຊົມ​ໃຊ້​ສິດທິ​ອື່ນໆທີ່​ພົວພັນ​ທາງ​ດ້ານ​ນິວ ​ເຄລຍ ຊຶ່ງເປັນຊ່ອງທາງດຽວເທົ່ານັ້ນ.” ຄຳປາໄສຂອງທ່ານຣູຮານີສະທ້ອນເຖິງຄຳປາໄສທີ່ ມືດມົນກວ່າຂອງປະທານາທິ ບໍດີບາຣັກ ໂອບາມາ ທີ່ໄດ້ຂຶ້ນກ່າວກ່ອນໜ້ານັ້ນ

ປະທານາທິບໍດີໂອບາມາ ກ່າວວ່າ “ພວກເຮົາມີກຳລັງໃຈ ທີ່ປະທານາທິບໍດີ ຣູຮານີ ໄດ້ຮັບ
ສິ​ດອຳນາດ ທີ່ໄດ້ມອບໝາຍ​ໃຫ້ ຈາກປະຊາຊົນອິຣ່ານ ເພື່ອດຳເນີນຕາມເສ້ນທາງ​ໃນ​ລະ
ດັບ​ປານ​ກາງຫລາຍ​ຂຶ້ນ. ສິ່ງກີດກັນຕ່າງໆອາດຈະພິສູດໃຫ້ເຫັນວ່າໃຫຍ່​ໂຕໂພດແຕ່ຂ້າພະ ເຈົ້າເຊື່ອຢ່າງໜັກແໜ້ນວ່າ ຈະ ຕ້ອງມີການທົດລອງກັນ ກ່ຽວກັບ​ເສ້ນ​ທາງດ້ານການທູດດັ່ງ ກ່າວ.”

ທ່ານໂອບາມາ ໄດ້ໃຊ້ຖ້ອຍຄຳທີ່ຖືກເລືອກມາຢ່າງລະມັດລະວັງ ອິງຕາມຄຳເວົ້າຂອງທ່ານ Joe Cirincione ຈາກກອງທຶນ Ploughshares ຊຶ່ງເປັນມູນນິທິ ທີ່ມີຄວາມໝັ້ນໝາຍຈະ
ເຮັດໃຫ້ໂລກຂອງ​ເຮົາ ປາດສະຈາກໄພຂົ່ມຂູ່ຂອງອາວຸດນີວເຄລຍນັ້ນ.


US, Iran Take on More Cautious Tone
please wait

No media source currently available

0:00 0:02:28 0:00
ລິງໂດຍກົງ

ທ່ານ Joe Cirincione ກ່າວວ່າ ຂ້າພະ​ເຈົ້າ​ຄຶດ​ວ່າປະທານາທິບໍດີ​ກຳລັງ​ເດ່​ມື​ເຂົ້າໄປ​ຫາ​
ອິຣ່ານຢ່າງ​ຈະ​ແຈ້ງ ​ແລະ​ຫວັງ​ວ່າ ​ຈະ​ໄດ້​ຮັບ​ການ​ຈັບ​ມື ​ເພື່ອ​ເປັນ​ການ ຕອບ​ແທນ​ຄືນ.”
ໄດ້​ມີ​ການ​ຕັ້ງ​ຄວາມ​ຫວັງ​ໄວ້​ກ່ອນ​ໜ້າ​ນີ້ ວ່າ​ຈະ​ມີ​ກາຈັບ​ມື​ກັນ​ເກີດ​ຂຶ້ນ ທີ່ງານ​ລ້ຽງ​ອາ​ຫານ
ທ່ຽງ​ຂອງ​ສະຫະ​ປະຊາ​ຊາດ ​ແຕ່​ບັນດາ​ເຈົ້າ​ໜ້າ​ທີ່ສະຫະຣັດກ່າວ​ວ່າ ​ໄດ້​ມີ​ການສະ​ເໜີ​ໃຫ້
ມີການ​ພົບ​ປະກັນ ​ແຕ່​ອິຣ່ານບໍ່​ຍອມຮັບ ​ໂດຍ​ກ່າວ​ວ່າ ມັນ​ເປັນ​ການ​ສັບສົນ​ຫລາຍ​ເກີນ
​ໄປໂພດ.

ທ່ານ​ນາງ Jessica Tuchman Mathews ທີ່​ອົງການ Carnegie Endowment for International Peace ກ່າວ​ວ່າ ຄວາມ​ຫຍຸ້ງຍາກ​ເຫລົ່າ​ນີ້ ບໍ່​ຄວນ​ຖື​ເປັນເຣື່ອງແປກ​ປະ
ຫລາດ:

ທ່ານ​ນາງ​ Jessica ກ່າວ​ວ່າ ​ເຖິງ​ແມ່ນ​ທ່ານຣູຮາ​ນີ ​ໃນ​ຮັບ​ການ​ໜຸນ​ຫລັງ​ຈາກ​ຜູ້ນຳ​ສູງ​ສຸດ
ກໍ​ຕາມ ​ແຕ່​ມີ​ນັກ​ການ​ເມືອງ​ຫລາຍ​ຄົນ ​ໃນ​ອິຣ່ານ ທີ່​ຢາກ​ເຫັນທ່ານ ​ປະສົບ​ກັບຄວາມ​ລົ້ມ​
ແຫຼວຊຶ່ງ​ໂຊກ​ຊະ​ຕາ​ທາງ​ດ້ານ​ເສດຖະກິດ​ແລະ​ການ​ເມືອງ ​ຂອງ​ອິຣ່ານ​ໄດ້​ດຳ​ເນີນ​ມາ ​ໂດຍ
ບໍ່​ມີ​ຄວາມ​ສຳພັນ​ກັບ​ສະຫະລັດ​ເລີຍ.

​ແຕ່​ອິຣ່ານຍັງ​ໄດ້​ຕົກລົງທີ່​ຈະດຳ​ເນີນມາດ​ຕະການ​ສ້າງຄວາມຄວາມ​ໄວ້​ເນື້ອ​ເຊື່ອ​ໃຈຕໍ່​ໄປ. ທ່ານ Geneive Abdo ນັກວິ​ເຄາະ​ກ່ຽວ​ກັບອິຣ່ານ ກ່າວ​ວ່າ​ມັນ​ອາດ​ ​ເປັນ​ບາດກ້າວ​ທຳ​ອິດ​ກໍ​ເປັນ​ໄດ້​ໃນ​ຂັ້ນຕອນການ​ດຳ​ເນີນ​ການ​ເປັນ​ເວລາ​ດົນ​ນານ​ ນັ້ນ.

ທ່ານ Abdo ກ່າວ​ວ່າ ມັນ​ຈຳ​ເປັນ​ສຳ​ລັບ​ສະຫະຣັດທີ່​ຈະໃຫ້​ຄວາມ​ໝັ້ນ​ໃຈ​ຕໍ່​ປະຊາຊົນ​ອິຣ່ານ
ວ່າ ເຂົາ​ເຈົ້າ​ກໍ​ຢາກ​ມີ​ການ​ປ່ຽນ​ແປງ​ເຊ່ັນ​ກັນ ​ແລະ​ເພື່ອ​ຍຸດຕິ​ການ​ເປັນ​ປໍ​ລະ​ປັກ​ກັນແລະ​ວ່າ ປັດຈຸບັນ​ນີ້ ການ​ດຳ​ເນີນ​ຂັ້ນຕອນເປັນ​ເວລາ​ດົນ​ນານ​ໃນ​ການ​ປ່ຽນ​ແປງນັ້ນ​ໄດ້​ເລີ້ມ​ຂຶ້ນ​ແລ້ວ”.

ບາດກ້າວ​ຕໍ່​ໄປ​ອາດ​ຈະ​ມີ​ຂຶ້ນ ​ເວລາ​ທ່ານ John Kerry ລັດຖະມົນຕີ​ຕ່າງປະ​ເທດ​ສະຫະຣັດ ພົບ​ປະ​ກັບ​ທ່ານ Javad Zarif ລັດຖະມົນຕີ​ຕ່າງປະ​ເທດ​ອິຣ່ານທີ່​ອາດ​ຈະ​ມີ​ການ​ຈັບ​ມື​ກັນ ​ແລະ​ຈະ​ເປັນ​ການ​ພົບ​ປະກັນ​ລະດັບ​ສູງ​ສຸດ​ລະຫວ່າງສອງ​ປະ​ເທດ​ໃນ​ຮອບຫລາຍ​ທົດ​ສະ​ວັດ​ຜ່ານ​ມາ​.
iran
please wait
Embed

No media source currently available

0:00 0:00:55 0:00
XS
SM
MD
LG