ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະມາຊິກ ສະພາຕໍ່າ ສຫລ ເປັນຫ່ວງ ຂໍ້ຕົກລົງ ກັບອີຣ່ານ (ວີດີໂອ)


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry (ກາງ) ພວມນຳພາໂດຍສະມາຊິກສະພາຕໍ່າ Ed Royce (ຊ້າຍ) ປະທານກຳມາທິການກິດຈະການຕ່າງປະເທດ ຂອງ ສະພາຕໍ່າສະຫະລັດ ແລະສະມາຊິກສະພາຕໍ່າ Eliot Engel (ຂວາ) ກ່ອນໃຫ້ການຕໍ່ລັດຖະສະພາ ທີ່ກຸງວໍຊິງຕັນ (17 ເມສາ 2013)
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry (ກາງ) ພວມນຳພາໂດຍສະມາຊິກສະພາຕໍ່າ Ed Royce (ຊ້າຍ) ປະທານກຳມາທິການກິດຈະການຕ່າງປະເທດ ຂອງ ສະພາຕໍ່າສະຫະລັດ ແລະສະມາຊິກສະພາຕໍ່າ Eliot Engel (ຂວາ) ກ່ອນໃຫ້ການຕໍ່ລັດຖະສະພາ ທີ່ກຸງວໍຊິງຕັນ (17 ເມສາ 2013)
ປະທານຄະນະກຳມາທິການກິດຈະການຕ່າງປະເທດຂອງສະພາ
ຕໍ່າສະຫະລັດ ຍັງມີຄວາມລັງເລໃຈໃນການທີ່ຈະໃຫ້ການສະໜັບ ສະໜຸນຕໍ່ຂໍ້ຕົກລົງທາງດ້ານນິວເຄລຍຄັ້ງປະຫວັດສາດກັບເຕຫະ
ຣ່ານ.

ທ່ານ Ed Royce ຊຶ່ງເປັນສະມາຊິກສະພາຕໍ່າ ສັງກັດພັກຣີພັບ
ບລີກັນຈາກລັດແຄລີຟໍເນຍ ກ່າວໃນວັນອາທິດມື້ນີ້ວ່າ ທ່ານຍັງ
ມີຄວາມວິຕົກກັງວົນ ຢ່າງແທ້ຈິງວ່າ ຂໍ້ຕົກລົງທີ່ບັນລຸກັນນີ້ ຍັງບໍ່
ໄດ້ມາດຕະຖານ ທີ່ຈຳເປັນສຳລັບການປົກຄອງສະຫະລັດແລະ
ບັນດາປະເທດພັນທະມິດ.

ທ່ານ Royce ເວົ້າວ່າ ການບັນເທົາການລົງໂທດຕໍ່ອີຣ່ານແມ່ນເປັນການໃຫ້ເສັ້ນຊີວິດຫຼາຍ ກວ່າການຜ່ອນຜັນພໍປະມານ.

ທ່ານເວົ້າວ່າ ຂໍ້ຕົກລົງທີ່ວ່ານີ້ ອຳນວຍໃຫ້ອີຣ່ານສາມາດຮັກສາອົງປະກອບອັນສຳຄັນໆໃນ ຄວາມສາມາດສຳລັບເຮັດອາວຸດນິວເຄລຍໄວ້ຢູ່.

6 ປະເທດມະຫາອຳນານຂອງໂລກ ທີ່ພົບປະກັບອີຣ່ານຢູ່ນະຄອນເຈນີວາໄດ້ບັນລຸການຕົກ ລົງກັບເຕຫະຣ່ານ ເພື່ອຍຸຕິຄວາມກ້າວໜ້າກ່ຽວກັບໂຄງການນິວເຄລຍຂອງອີຣ່ານ.

ລັດຖະມົນຕີການຕ່າງປະເທດສະຫະລັດທ່ານ John Kerry ກ່າວວ່າ ຈຸດໝາຍຂອງຂໍ້ຕົກລົງ ດັ່ງກ່າວ ກໍແມ່ນການບັນລຸຂໍ້ຕົກລົງ ໃນຂອບເຂດທີ່ກວ້າງຂວາງ ກັບອີຣ່ານ ຂະນະທີ່ການລົງ ໂທດຍັງມີຜົນບັງຄັບໃຊ້ຢູ່.

ສະມາຊິກສະພາຕໍ່າ Royce ຢາກໃຫ້ທ່ານ Kerry ໄປປະກົດໂຕຢູ່ຕໍ່ໜ້າຄະນະ ກຳມາທິການກິດຈະການຕ່າງປະເທດເພື່ອໃຫ້ການຊີ້ແຈງກ່ຽວກັບຄວາມວິຕົກກັງ ວົນຫຼາຍໆຢ່າງຢູ່ໃນຂໍ້ຕົກລົງສະບັບນີ້.

Kerry - Iran - Nuclear
please wait

No media source currently available

0:00 0:00:26 0:00
XS
SM
MD
LG