ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອີຣ່ານ ເລີ້ມລຽນແບບກໍ່ສ້າງ ເຮືອບິນສອດແນມ ຂອງສະຫະລັດ


ຮູບພາບຂອງເຮືອບິນສອດແນມທີ່ບໍ່ມີຄົນຂັບຂອງສະຫະລັດ ທີ່ອີຣ່ານຍຶດໄດ້ໃນເດືອນທັນວາ 2011,
ວັນທີ 22 ເມສາ 2012.
ຮູບພາບຂອງເຮືອບິນສອດແນມທີ່ບໍ່ມີຄົນຂັບຂອງສະຫະລັດ ທີ່ອີຣ່ານຍຶດໄດ້ໃນເດືອນທັນວາ 2011, ວັນທີ 22 ເມສາ 2012.

ຜູ້​ບັນຊາ​ການ​ຂັ້ນ​ອາວຸ​ໂສທ່ານ​ນຶ່ງ​ຂອງກ​ອງທັບ​ອີຣ່ານກ່າວ​ວ່າ ກຸງ​ເຕຫະຣ່ານ​ໄດ້​ຖອດ​ລະຫັດ​ລັບ​ຕ່າງ​ໆຂອງເຮືອບິນ​ສອດ​ແນມ​ທີ່​ບໍ່​ມີ​ຄົນ​ຂັບ​ຂອງ​ສະຫະລັດ​ລໍາ​ນຶ່ງ​ ທີ່​ກອງທັບ​ອີຣ່ານຍຶດ​ໄດ້​ໃນ​ປີ​ແລ້ວ​ນີ້ ​ແລະ​ໄດ້​ເລີ້ມ​ລຽນແບບກໍ່​ສ້າງ​ເຮືອບິນ​ດັ່ງກ່າວ​ນີ້​ແລ້ວ.

ບັນດາອົງການ​ຂ່າວຕ່າງໆ​ຂອງ​ອີຣ່ານ ​ໄດ້ອ້າງ​ຄໍາ​ເວົ້າ​ຂອງນາຍ​ພົນ Amir Ali Hajizadeh ຫົວໜ້າ​ກອງ​ພົນ​ການບິນ​ແລະ​ອະວະກາດ​ຂອງ​ໜ່ວຍພິທັກການ​ປະຕິວັດ​ທີ່​ມີ​ອໍາ​ນາດ​ຫຼາຍ​ທີ່​ສຸດຂອງ​ອີຣ່ານ​ ໃນ​ວັນ​ອາທິດ​ມື້ຶ້ນີ້​ວ່າ ພວກ​ນັກ​ຊ່ຽວຊານ​ກໍາລັງ​ເກັບ​ກູ້​ຂ່າວຂໍ້​ມູນຈາກ​ເຮືອບິນ​ສອດແນມຮຸ່ນ RD-170 Sentinel ທີ່​ກອງທັບ​ອີຣ່ານຍຶດ​ໄດ້​ໃນ​ເດືອນ​ທັນວາຫລັງ​ຈາກ​ທີ່​ມັນ​ຕົກລົງ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ອີຣ່ານ​ໃນ​ປີ​ແລ້ວ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ໄດ້​ຮັບ​ຮູ້​ວ່າ ​ໄດ້​ສູນ​ເສຍ​ເຮືອບິນ​ລາດ​ຕາ​ເວັນ​ທີ່​ບໍ່​ມີ​ຄົນ​ຂັບ​ລໍານີ້​ແທ້ ​ແຕ່​ກໍເວົ້າ​ວ່າ ອີຣ່ານຈະ​ປະສົບກັບຄວາມຫຍຸ້ງຍາກ ​ທີ່​ຈະ​ສວາຍ​ໃຊ້ຂໍ້​ມູນແລະ​ເທັກ​ໂນ​ໂລ​ຈີ​ໃດໆ​ຢູ່​ໃນ​ເຮືອບິນລໍາ​ນີ້ ​ຍ້ອນ​ວ່າ ​ໄດ້ມີ​ການ​ເອົາບາດກ້າວ​ຕ່າງໆ​ເພື່ອ​ຈໍາກັດ​ຄຸນຄ່າ​ໃນ​ດ້ານຂ່າວ​ລັບຂອງ​ພວກ​ເຮືອບິນ​ທີ່ບໍ່​ມີ​ຄົນ​ຂັບ​ ທີ່ບິນ​ປະຕິບັດ​ງານ​ຢູ່​ໃນ​ເຂດນ່ານຟ້າຂອງ​ຝ່າຍ​ສັດຕູ​ນັ້ນ.

XS
SM
MD
LG