ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຣ່ານ​ພ້ອມ​​ແລ້ວ ທີ່​ຈະ​ສຶກສາ​ເບິ່ງ ​ຂໍ້​ກ່າວ​ຫາກ່ຽວ​ກັບ​ ການວາງ​ແຜນ​ລອບ​ສັງຫານ​


ຊາວອີຣານ ວັນຊາດອາເມຣິກັນ ຜູ້ລອບສັງຫານ​ເອກ​ອັກຄະ​ລັດຖະທູດ​ຊາ​ອູ​ດີ​ອາ​ເຣເບຍ
ຊາວອີຣານ ວັນຊາດອາເມຣິກັນ ຜູ້ລອບສັງຫານ​ເອກ​ອັກຄະ​ລັດຖະທູດ​ຊາ​ອູ​ດີ​ອາ​ເຣເບຍ

ອີຣ່ານກ່າວ​ວ່າ ຕົນ​ພ້ອມແລ້ວທີ່​ຈະ​ສຶກສາ​ເບິ່ງ​ຂໍ້​ກ່າວ​ຫາຂອງ​ສະຫະລັດ​ກ່ຽວ​ກັບ​ການ
ວາງ​ແຜນ​ລອບ​ສັງຫານ​ເອກ​ອັກຄະ​ລັດຖະທູດ​ຊາ​ອູ​ດີ​ອາ​ເຣເບຍ​ ປະ​ຈໍາ​ສະຫະລັດ​ນັ້ນ.

ອົງການ​ຂ່າວ IRNA ຂອງ​ລັດຖະບານ​ອີຣ່ານກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ລັດຖະມົນຕີການ
ຕ່າງປະ​ເທດ​ອີຣ່ານ ທ່ານ Ali-Akbar Salehi ​ໄດ້ ຮຽກຮ້ອງ​ໃຫ້​ສະຫະລັດ​ນໍາສະ​ເໜີ​
ຕໍ່​ອີຣ່ານ ​ເອກກະສານ​ໃດໆທີ່ສະຫະລັດ​ມີ​ ກ່ຽວ​ກັບ​ກໍລະນີ​ດັ່ງກ່າວ.

ອີຣ່ານ​ໄດ້​ປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ ​ແລະ​ທ່ານ Ayatollah Ali Khamenei ຜູ້​ນໍາ​ສູງ​ສຸດ
ຂອງ​ອີຣ່ານ ​ໄດ້ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ການ​ເຄື່ອນ​ໄຫວ​ ທີ່​ບໍ່​ເໝາະ​ສົມໃດໆ
ທີ່​ພົວພັນ​ກັບ​ການ​ເມືອງ​ແລະ​ຄວາມ​ປອດ​ໄພ​ ໂດຍຝ່າຍ​ສະຫະລັດ​ກ່ຽວ​ກັບ​ເລື້ອງ​ນີ້​
ແມ່ນຈະ​ໄດ້​ຮັບ​ການ​ຕອບ​ໂຕ້​ຢ່າງ​ເດັດຂາດ​ຈາກ​ອີຣ່ານ.

ທ່ານກ່າວ​ຕໍ່​ໄປ​ວ່າ ການ​ກ່າວ​ຫາ​ຂອງ​ສະຫະລັດ​ເປັນຄວາມ​ພະຍາຍາມ​ ອັນ​ນຶ່ງ​ເພື່ອ​
ຫັນ​ເຫຄວາມ​ສົນ​ໃຈ​ອອກຈາກ​ບັນຫາ​ການ​ເງິນ​ແລະ​ການ​ປະ​ທ້ວງ​ໃນ​ປະ​ເທດ​ຂອງ​ຕົນ.

ໃນ​ເຊົ້າ​ວັນ​ອາທິດ​ວານ​ນີ້ ປະທານາທິບໍດີ Mahmoud Ahmadinejad ​ແຫ່ງ​ອີຣ່ານ
ກ່າວ​ວ່າ ປະຊາຊົນ​ອີຣ່ານມີ​ຄວາມ​ຈະ​ເລີ​ນສີວິ​ໄລ ​ແລະ​ບໍ່​ຈໍາ​ເປັນ​ຕ້ອງ​ຫັນ​ໄປອາ​ໄສ
ການ​ລອບ​ສັງຫານ​.

ທ່ານ​ນາງ Diane Feinstein ຫົວໜ້າ​ຄະນະ​ກໍາມາ​ທິການ​ດ້ານ​ຂ່າວ​ລັບ​ປະ​ຈໍາ​ສະພາ​
ສູງ​ສະຫະລັດ ກ່າວ​ຕໍ່​ຕາໜ່າງຂ່າວ​ໂທລະພາບ Fox News ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ
ທາງ​ການ​ສະຫະລັດ​ໄດ້ເກັບ​ກໍາຫລັກ​ຖານ​ທີ່​ແຈ້ງ​ຂາວຢ່າງ​ຫລວງຫລາຍ ທີ່ສະ​ແດງ​
ໃຫ້​ເຫັນ​ເຖິງ​ການ​ພົວພັນ​ຂອງ​ກອງ​ກໍາລັງ Quds ຫົວ​ກະທິ​ຂອງ​ອີຣ່ານ​ ໃນ​ການວາງ​
ແຜນ​ລອບ​ສັງຫານ​ດັ່ງກ່າວ.

XS
SM
MD
LG