ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຣ່ານ ລາຍງານຂ່າວ ການສ້າງເຮືອບິນ ບໍ່ມີຄົນຂັບລຳໃໝ່


ກອງທັບປະຕິວັດ ອີຣ່ານສະແດງໃຫ້ເຫັນເຮືອບິນໂຈມຕີທາງ
ອາກາດທີ່ບໍ່ມີຄົນຂັບ ຊື່ວ່າ "Saeqeh" ໃນສະຖານທີ່ໆບໍ່ເປີດ
ເຜີຍຊື່ໃນ ອີຣ່ານ. 1 ຕຸລາ 2016.
ກອງທັບປະຕິວັດ ອີຣ່ານສະແດງໃຫ້ເຫັນເຮືອບິນໂຈມຕີທາງ ອາກາດທີ່ບໍ່ມີຄົນຂັບ ຊື່ວ່າ "Saeqeh" ໃນສະຖານທີ່ໆບໍ່ເປີດ ເຜີຍຊື່ໃນ ອີຣ່ານ. 1 ຕຸລາ 2016.

ລາຍງານຂ່າວຂອງ ອີຣ່ານ ກ່າວວ່າ ເທຫະຣ່ານ ໄດ້ສ້າງເຮືອບິນໂຈມຕີທາງອາກາດບໍ່ມີ ຄົນຂັບ ທີ່ຄ້າຍຄືກັບເຮືອບິນຂອງທະຫານ ສະຫະລັດ ເມື່ອ 5 ປີກ່ອນໃນຂະນະທີ່ມັນໄດ້ ບິນເຂົ້າໜ່ານຟ້າຂອງ ອີີຣ່ານ ຈາກເຂດຊາຍແດນພາກຕາເວັນອອກຂອງປະເທດ ຕິດກັບ ອັຟການິສຖານ.

ອົງການຂ່າວເຄິ່ງທາງການ Tasnim ກ່າວວ່າ ເຮືອບິນບໍ່ມີຄົນຂັບ “Saeqeh ຫຼື ສາຍຟ້າ ແລບ” ແມ່ນມີຄວາມສາມາດໃນການໂຈມຕີເປົ້າໝາຍ 4 ແຫ່ງດ້ວຍລະເບີດສະຫຼາດ ທີ່ມີສິ່ງທີ່ພວກເຂົາເອີ້ນວ່າ “ຖືກເປົ້າໝາຍຢ່າງແມ່ນຍຳ.”

ລາຍງານຂ່າວໄດ້ອະທິບາຍວ່າ ເຮືອບິນບໍ່ມີຄົນຂັບລຳໃໝ່ນີ້ເປັນຄືກັນກັບເຮືອບິນທີ່ສ້າງ ຂຶ້ນໃນປະເທດ “ສ້າງຂຶ້ນໂດຍວິສະວະກຳທີ່ກົງກັນຂ້າມກັບເຮືອບິນຂອງບໍລິສັດ ອາເມຣິ ກັນ Lockheed Martin RQ-170” ທີ່ຖືກຍິງຕົກໃນເດືອນທັນວາ 2011. ພວກເຂົາເຈົ້າ ໄດ້ອະທິບາຍວ່າ ເຮືອ ບິນບໍ່ມີຄົນຂັບລຳໃໝ່ນີ້ເປັນຄືກັນກັບສ່ວນໜຶ່ງຂອງ ເຮືອບິນບໍ່ມີຄົນ ຂັບທີ່ມີຢ່າງກວ້າງຂວາງ ດ້ວຍການປະຍຸກໃຊ້ເພື່ອພົນລະເຮືອນ ແລະ ກອງທັບ.

ສະຫະລັດ ບໍ່ມີການໃຫ້ຄຳເຫັນຢ່າງເປັນທາງການສຳລັບການລາຍງານ ຂອງອົງການ ຂ່າວ Tasnim ນີ້.

ໃນປີ 2012, ສື່ມວນຊົນ ອີຣ່ານ ໄດ້ເນັ້ນຄຳເວົ້າຂອງນາຍພົນລະດັບສູງຄົນໜຶ່ງວ່າ ຂໍ້ມູນ ທີ່ໄດ້ມາຈາກເຮືອບິນບໍ່ມີຄົນຂັບຂອງ ສະຫະລັດ ທີ່ຖືກຍຶດມາໄດ້ນັ້ນໄດ້ສະແດງໃຫ້ເຫັນ ວ່າ ມັນໄດ້ຖືກໃຊ້ເພື່ອດຳເນີນການກວດສ່ອງເບິ່ງ ນາຍ ໂອສະມາ ບິນລາເດັນ ທີ່ຫຼົບລີ້ ຢູ່ໃນ ປາກິສຖານ ບໍ່ດົນກ່ອນລາວຖືກຂ້າຕາຍໂດຍກອງທັບ ສະຫະລັດ ໃນປີ 2011.

ນອກນັ້ນ ໜັງສືພິມ Washington Post ຍັງໄດ້ລາຍງານວ່າ ໃນປີນັ້ນ ເຮືອບິນປະຕິບັດ ການກວດກາລັບທີ່ບໍ່ມີຄົນຂັບລຳໜຶ່ງຂອງ ອົງການ CIA ກ່ອນໜ້ານີ້ໄດ້ບິນຂ້າມເລິກເຂົ້າ ໄປໃນເຂດແດນຂອງ ອີຣ່ານ, ຖ່າຍຮູບຂອງໂຮງງານຜະລິດທາດຢູເຣນຽມ Qom ທີ່ມີ ການຮັກສາຄວາມປອດໄພຢ່າງເຂັ້ມງວດຂອງ ອີຣ່ານ ກ່ອນເດີນທາງອອກຈາກໜ່ານຟ້າ ຂອງປະເທດໄປ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG